ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ

08:35 | 02/07/2022

ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Abdelhamid Boubazine: ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ລະ​ຫວ່າງ Algeria ແລະ ຫວຽດນາມ
ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ ອົດ​ສະ​ຕາ​ລີ​ຢາກ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກັບ ຫວຽດ​ນາມ
ຫວຽດ​ນາມ ແລະ ຈີນ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ
ການພົບປະສົນທະນາແບບທາງໄກ ລະຫວ່າງສອງຝ່າຍ (ພາບ: daibieunhandan.vn)

ນະທີ່ນີ້, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຍຸດທະສາດ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ໂດຍຜ່ານການແລກປ່ຽນ, ພົບປະຜູ້ແທນຂັ້ນສູງ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ບັນລຸຄວາມຄືບໜ້າທີ່ແທດຈິງ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ຢັ້ງຢືນຄືນໃໝ່ວ່າ ສອງຝ່າຍຕ້ອງປະຕິບັດຄວາມຮັບຮູ້ລວມ ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງພັກ, ສອງລັດ ຢ່າງເຂັ້ມງວດ; ຢຶດໝັ້ນຕໍ່ການແກ້ໄຂບັນຫາຢູ່ທະເລໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ສ່ວນທ່ານຮອງຫົວໜ້າກຳມະການສະພາຜູ້ແທນປະຊາຊົນແຫ່ງຊາດ ປະເທດ ຈີນ ກວ໊າງເຊີ໊ນ ຢັ້ງຢືນວ່າ ຈີນ ຢາກພ້ອມກັບ ຫວຽດນາມ ເສີມຂະຫຍາຍນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືເລິກເຊິ່ງກວ່າ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການພັດທະນາ, ສະຖຽນລະພາບ, ຮຸ່ງເຮືອງສີວິໄລ ໃນພາກພື້ນ ແລະ ໂລກ. ທ່ານກໍຢັ້ງຢືນວ່າ ຈີນ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ປະຕິບັດຄວາມຮັບຮູ້ລວມຂັ້ນສູງໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

​vovworld.vn

ເຫດການ
302 Found

Found

The document has moved here.