ຍສໝ - ໂຄງການທາງດ່ວນແຕ່ພະນົມເປັນໄປຫາດ່ານໝົກບາຍ ແນໃສ່ເພີ່ມທະວີການເຊື່ອມໂຍງ ແລະ ຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງແຂວງຊາຍແດນ ຫວຽດນາມ-ກຳປູເຈຍ ໂດຍສະເພາະແມ່ນສູມໃສ່ຊຸດດັນການນຳເຂົ້າ-ສົ່ງອອກລະຫວ່າງສອງຝ່າຍ.
ຍສໝ - ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ໄດ້ມອບຂອງຂວັນທີ່ລະນຶກໃຫ້ 5 ຄອບຄົວຊາວຫວຽດນາມ ທີ່ມີການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນວຽກງານຂອງສະມາຄົມ, ປະຊາຄົມຊາວຫວຽດນາມ ແລະ ພາລະກິດປະຕິວັດຫວຽດນາມ.
ຍສໝ - ລາຍການບຸນປີໃໝ່ບ້ານເກີດເມືອງນອນເຕັມໄປດ້ວຍຄວາມໝາຍ ແລະ ຄວາມງາມແບບດັ້ງເດີມຂອງວັດທະນະທຳຫວຽດນາມ, ຊ່ວຍໃຫ້ນັກຮຽນບັນເທົາຄວາມຄິດຮອດບ້ານເກີດເມືອງນອນ; ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອແນໃສ່ໂຄສະນາເຜີຍແຜ່ໃຫ້ແກ່ເພື່ອນມິດສາກົນກ່ຽວກັບຊາວຫວຽດນາມ ແລະ ຮີດຄອງປະເພນີ.
ຍສໝ - ຕອບຮັບຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດກຳປູເຈຍ ທ່ານ Park Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ບຸ່ຍແທັງເຊີນ ຈະໄປຢ້ຽມຢາມລາຊາອານາຈັກກຳປູເຈຍ ລະຫວ່າງວັນທີ 19 ຫາ 20 ມັງກອນ 2022 ຕອບຮັບຕາມຄຳເຊີນຂອງຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ປະເທດກຳປູເຈຍ ທ່ານ Park Sokhonn, ລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ບຸ່ຍແທັງເຊີນ ຈະໄປຢ້ຽມຢາມລາຊາອານາຈັກກຳປູເຈຍ ລະຫວ່າງວັນທີ 19 ຫາ 20 ມັງກອນ 2022.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳກຳປູເຈຍແລ້ວ, ຕອນເຊົ້າວັນທີ 11 ມັງກອນນີ້, ຢູ່ດ່ານຊາຍແດນສາກົນຮ່າຕຽນ (ແຂວງກຽນຢາງ) - Prek Chak (ແຂວງ Kampot, ກຳປູເຈຍ), ຜູ້ຕາງໜ້າແຂວງກຽນຢາງ ໄດ້ມອບເງິນມູນຄ່າ 300 ລ້ານດົ່ງ ໃຫ້ຜູ້ຕາງໜ້າກົງສຸນໃຫຍ່ຫວຽດນາມ ຢູ່ແຂວງ ແຂວງ Kampot, ກຳປູເຈຍ.
ຍສໝ - ປີ 2021, ຫວຽດນາມ ກວມເອົາເກືອບ 80% ຍອດມູນຄ່າວົງເງິນຜະລິດຕະພັນກະເສດທີ່ກຳປູເຈຍ ສົ່ງອອກ, ໃນນັ້ນ ໝາກພິກໄທ, ແກ່ນໝາກມ່ວງຫິມະພານ, ຖົ່ວຂຽວ... ກວມເອົາ 96-99% ຍອດປະລິມານຜະລິດຕະພັນ.
ຍສໝ - ຕອນເຊົ້າວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຕິນເກື່ອງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Vong Pisen, ຜູ້ບັນຊາການໃຫຍ່ທະຫານພະບໍລົມວົງສານຸວົງກຳປູເຈຍ.
ຍສໝ - 23 ສະຖານອະນຸສາວະລີທີ່ເປັນຄຳກ່າວຂານກ່ຽວກັບວັນເວລາທີ່ເຄັ່ງຕຶງທີ່ສຸດໃນປະຫວັດສາກຳປູເຈຍ, ກ່ຽວກັບສົງຄາມພິເສດຂອງກຳລັງປະກອບອາວຸດສອງຊາດ, ກ່ຽວກັບໄຊຊະນະທີ່ໄດ້ປ່ຽນແປງປະຫວັດສາດຂອງຊົນຊາດໜຶ່ງ - ໄຊຊະນະ 7 ມັງກອນ 1979.
ຍສໝ - ຕອນເຊົ້າວັນທີ 10 ມັງກອນ ຢູ່ທີ່ດ່ານຊາຍແດນສາກົນ ມົກບາຍ (ແຂວງເຕີຍນິ່ງ), ໂດຍໄດ້ຮັບມອບສິດຂອງກອງບັນຊາການທະຫານເຮືອປະຊາຊົນຫວຽດນາມ, ທະຫານເຮືອ ເຂດ 5 ໄດ້ຈັດຕັ້ງພິທີມອບອຸປະກອນຮັບໃຊ້ຫ້ອງການໃຫ້ແກ່ທະຫານເຮືອລາດຊະວົງກຳປູເຈຍ.
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມ ທີ່ພະນົມເປັນ ໃນວັນທີ 7 ມັງກອນ ໃຫ້ຊາບວ່າ: ເນື່ອງໃນໂອກາດລະນຶກ 43 ປີ ແຫ່ງໄຊຊະນະເໜືອລະບອບການຂ້າງລ້າງເຜົ່າພັນ Pol Pot (ວັນທີ 7 ມັງກອນ 1979 - ວັນທີ 7 ມັງກອນ 2022), ປະທານພັກປະຊາຊົນກຳປູເຈຍ (CPP) ທີ່ກຳອຳນາດ, ທ່ານນາຍົກລັດຖະມົນຕີ ສົມເດັດ ຕີຈໍ່ ຮຸນແຊນ ໄດ້ກ່າວຖະແຫຼງການຢ່າງຈະແຈ້ງວ່າ: “ວັນທີ 7 ມັງກອນ 2022 ເປັນວັນລະນຶກ 43 ປີ ແຫ່ງໄຊຊະນະປະຫວັດສາຂອງປະຊາຊົນກຳປູເຈຍໃນການໂຄ່ນລົ້ມລະບອບຂ້າລ້າງເຜົ່າພັນ Pol Pot, ກອບກູ້ຟື້ນຟູປະເທດຊາດຢ່າງທັນການ, ສິ້ນສຸດໄລຍະແຫ່ງຄວາມມືດມົວ, ເປີດສັງກາດໃໝ່ແຫ່ງອິດສະຫຼະພາບ, ເສລີພາບ, ປະຊາທິປະໄຕ ແລະ ສັງຄົມຂະຫຍາຍຕົວຂອງກຳປູເຈຍ”.
ຍສໝ - ສະມາຄົມນັກສຶກສາຫວຽດນາມ ແຂວງບິງເຢືອງ ໄດ້ຈັດຕັ້ງກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ “ຮ່ວມສາຍແມ່ນ້ຳຂອງ” ແລະ ແລກປ່ຽນວັດທະນະທຳຂອງບັນດາປະເທດອາຊີຕາເວັນອອກສຽງໃຕ້ ແຂວງບິງເຢືອງ ຄັ້ງທີ VIII.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດຫວຽດນາມ ແລະ ວິສາຫະກິດຂະແມ ເຊື້ອຊາດຫວຽດນາມ ຢູ່ປະເທດ ກຳປູເຈຍ. ເຂົ້າຮ່ວມມີ ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ, ການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ 30 ກວ່າແຫ່ງ.
ຍສໝ - ຫວ່າງແລ້ວນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຝ່ານວັນຢາງ ໄດ້ມີການພົບປະເຈລະຈາ ກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Banh ຢູ່ຫ້ອງວ່າການສະພາລັດຖະມົນຕີ ທີ່ນະຄອນຫຼວງ Phnom Penh.
ຍສໝ - ກະສັດກຳປູເຈຍໄດ້ມອບຫຼຽນໄຊອັນສູງສົ່ງເພື່ອສະແດງຄວາມຮູ້ບູນຄູນຕໍ່ ທ່ານພັນເອກ ດິງວັນເນີຍ, ຜູ້ອໍານວຍການຕໍາຫຼວດ ແຂວງ ອານຢາງ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ນຳໜ້າ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ໄປຮອດສະໜາມບິນພະນົມເປັນ, ນະຄອນ ຫຼວງພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດລາຊະອານາ ຈັກກຳປູເຈຍ ຕາມຄຳເຊີນຂອງພະມະຫາກະສັດກຳປູເຈຍ Norodom Sihamoni.
ຍສໝ - ດ້ວຍຄຳຂວັນ “ສາມັກຄີ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ສ້າງສະມາຄົມໃຫ້ເຂັ້ມແຂງ”, ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ເມືອງ ຮ່ວາວາງ (ນະຄອນ ດ່າໜັງ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທຳອິດ ອາຍຸການ 2021-2026.
ຍສໝ - ຕອນເຊົ້າວັນທີ 7 ທັນວາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫງວຽນຮຸຍຕັງ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ Samdech Akka Moha Ponhea Chakrei Heng Samrin ປະທານສະພາແຫ່ງຊາດ ກຳປູເຈຍ.
ຍສໝ - ເມື່ອບໍ່ດົນມານີ້, ທ່ານປະທານສະພາສູງລາຊະອານາຈັກກຳປູເຈຍ Samdech Say Chhum ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຮຸຍແທງ ເຂົ້າຢ້ຽມຂ່ຳນັບ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງ ບຸ່ຍທິມິງຮວ່າຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາທາງໄກກັບທ່ານນາງ Men Xom On ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກປະຊາຊົນກຳປູເຈຍ, ຮອງນາຍົກລັດຖະມົນຕີ ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນຊາດ ລາຊະອານາຈັກກຳປູເຈຍ (9 ພະຈິກ 1953 – 9 ພະຈິກ 2021), ວັນທີ 9 ພະຈິກ 2021, ຄະນະບໍລິຫານງານສູນກາງພັກຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະປະຈຳ ສູນກາງພັກປະຊາຊົນກຳປູເຈຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງດອກໄມ້ອວຍພອນເຖິງເຈົ້າກະສັດ Norodom Sihamoni ແລະ ທ່ານປະທານພັກປະຊາຊົນກຳປູເຈຍ Hun Sen.