ແຂວງກອນຕູມ ຢ້ຽມຢາມ ແລະ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ Stung Treng (ກຳປູເຈຍ)

07:44 | 15/04/2022

ຍສໝ - ຕອນບ່າຍວັນທີ 10 ເມສາ, ໃນຂອບເຂດການປະຕິບັດງານຢູ່ບັນດາແຂວງທາງທິດຕາເວັນອອກສ່ຽງເໜືອຂອງກຳປູເຈຍ, ຄະນະຜູ້ແທນແຂວງ ກອນຕູມ ນຳໂດຍທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຫງວຽນຮຶວທາບ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ Chol Chnam Thmay, ແຂວງ Stung Treng (ກຳປູເຈຍ).

ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay
ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay

ໃຫ້ການ​ຕ້ອນຮັບ​ຄະນະ ມີ​ທ່ານ ​ Svay Sam Eang - ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ກຳປູ​ເຈຍ, ປະທານ​ພັກ​ປະຊາຊົນ​ກຳປູ​ເຈຍ​ແຂວງ Stung Treng, ເຈົ້າ​ແຂວງ Stung Treng ​ແລະ ການ​ນຳ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ແຂວງ.

​ໃນ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ເພື່ອ​ຕ້ອນຮັບ​ບຸນປີໃໝ່ Chol Chnam Thmay ຂອງ​ຊາວກຳປູ​ເຈຍ, ​ໂດຍ​ຕາງໜ້າ​ໃຫ້​ຄະນະ​ພັກ, ລັດຖະບານ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ແຂວງກອນຕູມ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງກອນຕູມ ຫງວຽນຮຶວທາບ ​ໄດ້​ມອບ​ຂອງຂວັນ ​ແລະ ອວຍ​ພອນ​ໃຫ້​ພະ​ນັກ​ງານ ແລະ ​ປະ​ຊາ​ຊົນ​ແຂວງ Stung Treng, ​ຕ້ອນຮັບປີໃໝ່ Chol Chnam Thmay ​ຢ່າງມ່ວນ​ຊື່ນ ແລະ ອົບ​ອຸ່ນ​; ອວຍພອນ​ໃຫ້​ແຂວງ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ.

ແຂວງກອນຕູມ ຢ້ຽມຢາມ ແລະ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ Stung Treng (ກຳປູເຈຍ)
ແຂວງກອນຕູມ ຢ້ຽມຢາມ ແລະ ອວຍພອນປີໃໝ່ Chol Chnam Thmay ຢູ່ແຂວງ Stung Treng (ກຳປູເຈຍ)

ຕາມ​ທ່ານ ຫງວຽນຮຶວທາບ ​ແລ້ວ, ສອງ​ແຂວງ​ບໍ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ, ​ແຕ່​ກ່ຽວ​ກັບ​ສະພາບ​ທຳ​ມະ​ຊາດ, ມີ​ຫຼາຍ​ຈຸດ​ຄ້າຍຄື​ກັນ​ທີ່​ສາມາດ​ໜູນ​ຊ່ວຍ​ການ​ຮ່ວມ​ມື​ພັດທະນາ ​ໃນ​ຂົງ​ເຂດ​ທີ່​ 2 ຝ່າຍ​​ມີ​ຄວາມ​ສົນ​ໃຈ.

ທ່ານ​ເຈົ້າ​​ແຂວງ Stung Treng ຂອບ​ໃຈ​ຄະນະ​ຜູ້​ແທນ​ແຂວງກອນຕູມ ທີ່​ມາ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ປະຈຳ​ຊາດ​ຂອງ​ກຳປູ​ເຈຍ Chol Chnam Thmay; ທ່ານ​ຫວັງ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ລະຫວ່າງ ​ແຂວງ ກອນ​ຕູມ ​ແລະ ​ແຂວງ Stung Treng ຈະ​ນັບ​ມື້​ນັບ​ສະໜິດ​ແໜ້ນ, ສະໜິດສະໜົມ, ຮັດ​ແໜ້ນ​ຄວາມ​ສາມັກຄີ, ຮ່ວມ​ມື, ມິດຕະພາບ ​ແລະ ພັດທະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.