ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989

10:07 | 24/06/2022

ຍສໝ - ບັນດາ​ການ​ປະກອບສ່ວນ​ຂອງ​ຄະນະນັກ​ຊ່ຽວຊານ A50 ​ແມ່ນ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາຊົນ, ອຳນາດ​ການ​ປົກຄອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຈະ​ໄດ້​ຮັບ​ການ​ຮັກສາຖ່າຍ​ທອດ​ໃຫ້​ລຸ້ນໜຸ່ມ​ ກ່ຽວກັບໃນ​ໄລຍະ​ທີ່​ນະຄອນ ​ໂຮ່ຈີ​ມິນ ປະຕິບັດ​ພັນທະ​ສາກົນ​ດວຍ​ຈິດ​ໃຈສຸດອົກສຸດໃຈ, ບໍລິສຸດຜຸດຜ່ອງ.

ແຜນຮ່າງສະໜອງການບໍລິການກະຈາຍສຽງ, ໂທລະພາບທາງອິນເຕີແນັດເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2015-2020 ແຜນຮ່າງສະໜອງການບໍລິການກະຈາຍສຽງ, ໂທລະພາບທາງອິນເຕີແນັດເພື່ອຮັບໃຊ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2015-2020
ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ແລະ ສະມາຄົມຂະແມ - ຫວຽດນາມ ໄດ້ມອບຂອງຂວັນບຸນເຕັດ ໃຫ້ປະຊາຊົນເຊື້ອຊາດຫວຽດນາມ ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ແລະ ສະມາຄົມຂະແມ - ຫວຽດນາມ ໄດ້ມອບຂອງຂວັນບຸນເຕັດ ໃຫ້ປະຊາຊົນເຊື້ອຊາດຫວຽດນາມ

ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວ ໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດງານພົບປະກັບ ອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989.

ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989
ນະຄອນໂຮ່ຈີມິນ: ພົບປະກັບອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍ ກຳປູເຈຍ ໄລຍະ 1979 – 1989. ພາບ: TTXVN

ກ່າວຄຳເຫັນໃນງານພົບປະ, ພົນຕີ ຫງວຽນວັນນາມ, ຫົວໜ້າກອງບັນຊາການ ທະຫານນະຄອນ ໂຮ່ຈີມິນ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງຄະນະນັກຊ່ຽວຊານ A50 ຫວຽດນາມ ບັນລຸໄດ້. ພາຍຫຼັງ ຊ່ວຍ ກຳປູເຈຍ ມາເປັນເວລາ 10 ປີ, ໄລຍະແຕ່ປີ 1979 – 1989, ບັນດານັກຊ່ຽວຊານ, ພະນັກງານ, ພາລະກອນຄະນະ A50 ໄດ້ປະຕິບັດສຳເລັດພັນທະສາກົນເປັນຢ່າງດີ, ຊ່ວຍຟື້ນຟູ, ສ້າງສານະຄອນຫຼວງ ພະນົມເປັນ ຄືນໃໝ່ຢ່າງຮອບດ້ານ, ເປັນປະຖົມປັດໄຈເພື່ອໃຫ້ນະຄອນຫຼວງພັດທະນາກາຍເປັນເມືອງຫຼວງທີ່ຮັ່ງມີເຂັ້ມແຂງຂອງ ລາຊະອານາຈັກ ກຳປູເຈຍ ຄືໃນວັນນີ້, ປະກອບສ່ວນເພີ່ມພູນ ຄູນສ້າງນ້ຳໃຈສາມັກຄີມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບເລິກເຊິ່ງ ແລະ ຍືນຍົງ.

ບັນດາ​ການ​ປະກອບສ່ວນ​ຂອງ​ຄະນະນັກ​ຊ່ຽວຊານ A50 ​ແມ່ນ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ປະຊາຊົນ, ອຳນາດ​ການ​ປົກຄອງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຈະ​ໄດ້​ຮັບ​ການ​ຮັກສາຖ່າຍ​ທອດ​ໃຫ້​ລຸ້ນໜຸ່ມ​ ກ່ຽວກັບໃນ​ໄລຍະ​ທີ່​ນະຄອນ ​ໂຮ່ຈີ​ມິນ ປະຕິບັດ​ພັນທະ​ສາກົນ​ດວຍ​ຈິດ​ໃຈສຸດອົກສຸດໃຈ, ບໍລິສຸດຜຸດຜ່ອງ.

ບູນມີ

ເຫດການ
302 Found

Found

The document has moved here.