ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອວຍພອນບຸນປີໃໝ່ຂອງລາວ ແລະ ກຳປູເຈຍ

09:56 | 15/04/2022

ຍສໝ - ຕອນບ່າຍວັນທີ 12 ເມສາ, ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະ Chol Chnam Thmay ຂອງກໍາປູເຈຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ໂທລະສັບອວຍພອນທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ແລະ ນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ.

ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ
ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ ແຂວງ ກອມຕູມ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດ ຢູ່ ລາວ ແລະ ກຳປູເຈຍ ຈຳນວນ 21 ຊຸດ

ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນສຳຄັນ ເຊິ່ງລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງບັນລຸໄດ້ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກ, ສືບຕໍ່ສ້າງສາປະເທດລາວ ໃຫ້ນັບມື້ນັບວັດທະນາຖາວອນ ແລະ ມີທີ່ຕັ້ງ ບົດບາດນັບມື້ນັບສູງໃນເວທີປາໄສສາກົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອວຍພອນບຸນປີໃໝ່ຂອງລາວ ແລະ ກຳປູເຈຍ
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ. ພາບ: TTXVN

ໃນບັນຍາກາດອັນອົບອຸ່ນ, ເບີກບານມ່ວນຊື່ນຂອງບຸນປິໃໝ່ ແລະ ຂອງ “ປີີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ” ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ, ນາຍົກລັດຖະມົນຕີສອງທ່ານສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນມີການຜັນແປສັບສົນ, ສອງຝ່າຍຕ້ອງສືຕໍ່ມານະພະຍາ ຍາມຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງ ແລະ ປັບປຸງການພົວພັນມິດຕະພາບທີ່ຍິງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ, ສົມທົບກັນ ແລະ ຊ່ວຍເຫຼືອກັນກໍ່ສ້າງພື້ນຖານເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ.

ໃນການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສະແດງຄວາມຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງທຸກດ້ານເຊິ່ງ ກຳປູເຈຍ ຍາດມາໄດ້ໃນໄລຍະຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳ ພາອັນສະຫຼາດສ່ອງໃສຂອງທ່ານນາຍົກລັດຖະມົນຕີ ຮຸນແຊນ, ລາຊະອານາຈັກ ກຳປູເຈຍ ຈະນັບມື້ນັບພັດທະນາ ວັດທະນາຖາວອນ, ປະສົບຜົນສຳເລັດ ຈັດຕັ້ງບັນດາເຫດການພາຍໃນ, ການພົວພັນຕ່າງປະເທດສຳຄັນ ໃນປີ 2022, ໃນນ້ັນມີການເລືອກຕັ້ງສະພາຂັ້ນຕາແສງ ແລະ ດຳລົງຕຳແໜ່ງປະທານອາຊຽນ 2022.

ໂດຍເນັ້ນໜັກເຖິງຄວາມສຳຄັນຍຸດທະສາດຂອງການຮັກສາ ແລະ ປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານຫວຽດນາມ-ກຳປູເຈຍ ຕໍ່ກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດໃນສະພາບການປະຈຸບັນ, ພິເສດແມ່ນໃນ “ປີມິດຕະພາບຫວຽດນາມ-ກຳປູເຈຍ 2022” ສະເຫຼີມສະຫຼອງ 55 ປີແຫ່ງ ວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ, ນາຍົກລັດຖະມົນຕີສອງທ່ານ ເຫັນດີເປັນເອກະ ພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການສົບທົບ ກັນໃນການຮັບມືກັບສິ່ງທ້າທາຍຂອງພະຍາດ ໂຄວິດ-19, ຍາດ ແຍ່ງກາລະໂອກາດໃນເງື່ອນໄຂ “ປົກກະຕິໃໝ່” ເພື່ອຊຸກຍູ້ການຟື້ນຟູ ເສດຖະກິດ-ສັງຄົມ, ສືບຕໍ່ສົມທົບກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຢັ້ງຢືນອີກເທື່ອໜຶ່ງວ່າ ຫວຽດນາມ ສະໜັບສະໜູນກຳປູເຈຍ ດຳລົງຕຳແໜ່ງ ປະທານ ອາຊຽນ 2022 ໃຫ້ປະສົບຜົນສຳເລັດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.