ຮ້ານສັບພະສິນຄ້າຫວຽດນາມ ຢູ່ກາງປ່າຢາງພາລາ ກຳປູເຈຍ

20:00 | 16/06/2022

ຍ​ສ​ໝ - ຮ້ານສັບພະສິນຄ້າ Green Mart ທີ່ຕັ້ງຢູ່ກາງປ່າຢາງພາລາອັນກວ້າງໃຫຍ່ໄພສານຂອງບໍລິສັດຫຸ້ນສ່ວນຢາງພາລາ ຈື​ເຊ - Kampong Thom ໄດ້ກາຍເປັນບ່ອນຊື້ເຄື່ອງທີ່ຄຸ້ນເຄີຍຂອງຄົນງານກຳປູເຈຍ ແລະ ຫວຽດນາມ ທີ່ຢູ່ໄກບ້ານ.

ແຂວງກອນຕຸມ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວ ແລະກຳປູເຈຍ 13 ອັດຖິ ແຂວງກອນຕຸມ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວ ແລະກຳປູເຈຍ 13 ອັດຖິ
ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ
ຮ້ານສັບພະສິນຄ້າຫວຽດນາມ ຢູ່ກາງປ່າຢາງພາລາ ກຳປູເຈຍ
ຮ້ານສັບພະສິນຄ້າ Green Mart (ພາບ: nld.com.vn)

ໂດຍເປີດໃຫ້ບໍລິການໃນເດືອນກຸມພາ ປີ 2022, ຮ້ານສັບ​ພະ​ສິນ​ຄ້າ Green Mart ຕັ້ງຢູ່ກາງປ່າຢາງພາລາອັນກວ້າງໃຫຍ່ຂອງ ບໍລິສັດຫຸ້ນສ່ວນຢາງພາລາ ຈືເຊ - Kampong Thom, ໃນດິນແດນຂອງບ້ານໂພໂພກ, ເມືອງສະຕຸງ, ແຂວງ Kampong Thom (ຂຶ້ນກັບກຸ່ມອຸດສາຫະກຳ ຢາງພາລາ ຫວຽດ​ນາມ) ​ໄດ້​ດຶງ​ດູດ​ຄົນ​ງານ​ກຳປູ​ເຈຍ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ມາ​ຊື້​ເຄື່ອງ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ມີ​ຄົນ​ມາ​ຊື້​ເຄື່ອງ ແລະ ດື່ມ​ກາ​ເຟ​ຢູ່​ອ້ອມ​ຮ້ານ​ສັບ​ພະ​ສິນ​ຄ້າ​ຫວຽດ​ນາມ ເປັນຈຳນວນຫຼາຍ. Green Mart ສ່ວນໃຫຍ່ຂາຍສິນຄ້າທີ່ຈຳເປັນເຊັ່ນ: ໝີ່ສຳເລັດຮູບ, ເຂົ້າປຸ້ນ, ເຂົ້າໜົມ, ເຝີ, ນ້ຳນົມ, ນ້ຳປາ, ນ້ຳແຈ່ວຖົ່ວເຫຼືອງ, ກະແລັມ, ອາຫານທະເລ, ເຄື່ອງສຳອາງ... ມີຫຼາຍຍີ່ຫໍ້ທີ່ຄຸ້ນເຄີຍຂອງຫວຽດນາມ ໄດ້ມີຢູ່ຮ້ານຊຸບສັບ​ພະ​ສິນ​ຄ້າເຊັ່ນ: ນ້ຳປາ ລຽນແທ່ງ, ຈີນ​ຊູ, ນ້ຳປາ ​ງອກ​ລຽນ...

ທ່ານ​ນາງ ເຈີ່ນ​ທິເຕື່ອງ​ຮ​ວານ, ຜູ້ຈັດການ​ຮ້ານ​ສັບ​ພະ​ສິນ​ຄ້າ Green Mart ​ໃຫ້​ຮູ້​ວ່າ: ສັບພະ​ສິນຄ້າ​ເປີດ​ແຕ່ 8 ​ໂມງ​ເຊົ້າຫາ 9 ​ໂມງ​ແລງ​ທຸກ​ວັນ ​ແລະ ດຳ​ເນີນ​ການ​ເປັນ​ຢ່າງ​ດີ, ດຶງ​ດູດ​ໄດ້ບັນດາ​ລູກ​ຄ້າ​ທີ່​ເປັນ​ເຈົ້າ​ໜ້າ​ທີ່, ພະນັກງານ​ໂຄງການ​ຢາງ​ພາລາ​ມາ​ຊື້​ເຄື່ອງ ຫຼື ມາ​ດື່ມ​ກາ​ເຟ, ກິນ​ກະ​ແລັມ. ​ຮ້ານ​ສັບ​ພະ​ສິນ​ຄ້າ ​ມີ​ລະ​ຫັດ​ຜະ​ລິດ​ຕະ​ພັນ 3.000 ກວ່າ​ຢ່າງ, ສ່ວນ​ໃຫຍ່​ແມ່ນ​ຜະ​ລິດ​ຕະ​ພັນ​ຫວຽດ​ນາມ. ທ່ານນາງ ເຈີ່ນ​ທິ​ເຕື່ອງ​ຮ​ວານ ໃຫ້ຮູ້ວ່າ: “ນ້ຳປາ ແລະ ນ້ຳປາປະເພດອື່ນໆ ແມ່ນສິນຄ້າຂາຍດີທີ່ສຸດ, ບໍ່ພຽງແຕ່ສຳລັບຊາວຫວຽດນາມ ທີ່ຢູ່ໄກບ້ານເທົ່ານັ້ນ, ຫາກຍັງແມ່ນຊາວກຳປູເຈຍ ອີກດ້ວຍ”.

ທ່ານ Songphon, ກຳ​ມະ​ກອນບໍລິສັດຫຸ້ນສ່ວນຢາງພາລາ ຈື​ເຊ - Kampong Thom ແລະ ໝູ່ເພື່ອນມັກມາຊື້ເຄື່ອງຢູ່ແຫ່ງນີ້ ເພາະມີສິນຄ້າຫຼາກຫຼາຍ, ລາຄາເປັນ​ປົກ​ກະ​ຕິກວ່າຢູ່ຂ້າງນອກ, ພື້ນທີ່ກວ້າງຂວາງ ແລະ ເຢັນສະບາຍ. ທ່ານ ເລ​ຈຸງ​ກຽນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຢາງພາລາ ຈື​ເຊ - Kampong Thom ​ໃຫ້​ຮູ້​ວ່າ: ​ຮ້ານ​ສັບ​ພະ​ສິນ​ຄ້າມີ​ຍອດ​ເງິນ​ລົງ​ທຶນ​ປະ​ມານ 200.000 USD (ເກືອບ 5 ຕື້​ດົ່ງ) ແລະ ຂາຍ​ດີ, ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ໃໝ່​ຢ່າງ​ລຽນຕິດ, ສະ​ນັ້ນ ​ຜູ້​ລົງ​ທຶນໄດ້ມີ​ແຜນການ​ທະ​ວີ​ຄູນ​ຮູບ​ແບບ​ນີ້.

ນາງ Sarun, ຄົນ​ງານ​ກຳ​ປູ​ເຈຍ, ແບ່ງ​ປັນ​ວ່າ ລາວ​ມັກ​ນ້ຳ​ປາ​ຂອງ​ຫວຽດ​ນາມ​ຫຼາຍ. ອາດ​​ເຫັນ​ໄດ້​ວ່າ, ​ໃນ​ໄລຍະ​ທຳ​ອິດ, ອາຫານ​ຫວຽດນາມ​ ສ່ວນຫຼາຍແມ່ນ​ໄດ້​ຮັບໃຊ້​ຄວາມ​ຕ້ອງການ​ຂອງ​ຊາວ​ຫວຽດນາມ ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍຫຼັງ​ໄດ້​ຂາຍ​ມາ​ໄລຍະ​ໜຶ່ງ, ​ນ້ຳປາ, ນ້ຳແຈ່ວ​ຖົ່ວ​ເຫຼືອງ ​ແລະ ເຂົ້າປຸ້ນ, ເຝີແຫ້ງ​ຂອງ​ຫວຽດນາມ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຊາວ​ທ້ອງ​ຖິ່ນ​ຫຼາຍ.

ການ​ມີ​ຮ້ານ​ສັບພະ​ສິນຄ້າ Green Mart ຢູ່​ໃຈກາງ​ໂຄງການ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ, ປະກອບສ່ວນ​ຊຸກຍູ້​ສິນຄ້າ​ຫວຽດນາມ ຢູ່​ຕະຫຼາດ ກຳປູ​ເຈຍ, ຫຼຸດຜ່ອນ​ຄວາມ​ຫຍຸ້ງຍາກ​ໃຫ້​ຄົນ​ງານ​ຢູ່​ທີ່​ນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.