ສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ທີ່ ກຳປູເຈຍ

07:00 | 21/05/2022

ຍສໝ - ຕອນເຊົ້າວັນທີ 19 ພຶດສະພາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2022), ອົງຄະນະ​ພັກທີ່ກຳປູ​ເຈຍ ​ແລະ ບັນດາໜ່ວຍພັກຮາກຖານໃນສັງກັດ​ໄດ້​ຈັດ​ພິທີ​ຖະຫວາຍ​ທູບ​ທຽນ ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຢູ່​ສະຖານທູດ ຫວຽດນາມ ປະຈຳ ກຳປູ​ເຈຍ.

ການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ພາຍປະເທດ ແລະ ຕ່າງປະເທດ ການເຄື່ອນໄຫວສະເຫຼີມສະຫຼອງ 132 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ພາຍປະເທດ ແລະ ຕ່າງປະເທດ
ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ ທ່ານປະທານປະເທດ ຫງວຽນຊວັນຟຸກ ອວຍພອນວັນບຸນວິສາຂະບູຊາຢູ່ນະຄອນ ໂຮ່ຈີມິນ
ສະເຫຼີມສະຫຼອງ 132 ປີ ວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ທີ່ ກຳປູເຈຍ

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍຕັງ, ​ເລຂາ​ຄະນະ​ພັກ ທີ່ ກຳປູ​ເຈຍ ກ່າວຄໍາປາໄສທີ່ພິທີສະ​ເຫຼີ​ມສະຫຼອງ ( ພາບ: VOV)

ກ່າວຄໍາປາໄສທີ່ພິທີສະ​ເຫຼີ​ມສະຫຼອງ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍຕັງ, ​ເລຂາ​ຄະນະ​ພັກ ທີ່ ກຳປູ​ເຈຍ ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈ ​ເມື່ອໄດ້ພ້ອມກັບບັນດາປະຊາຊົນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ພະນັກງານສະຖານທູດ ​ແລະ ບັນດາອົງການຈັດຕັ້ງ​ທີ່​ຢູ່​ອ້ອມຂ້າງ​ສະຖານທູດ ​​ສະ​ແດງ​ຄວາມ​ເຄົາລົບນັບຖື ​ແລະ ຫວນຄືນ​ລະນຶກ​ເຖິງ​ທ່ານຜູ້​ນຳ​ທີ່​ຮັກ​ແພງ​ຂອງ​ປະເທດ ຫວຽດນາມ ໃນໂອກາດທີ່ສໍາຄັນນີ້.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຮຸຍຕັງ ປາດ​ຖະໜາ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ​, ມານະ​ພະຍາຍາມປະຕິບັດສໍາເລັດທຸກໜ້າທີ່ວຽກງານ​ ​ໃນ​ປີ 2022 ​ໃນ​ທຸກ​ຂົງ​ເຂດ.

ຕໍ່ໜ້າດວງວິນຍານຂອງປະທານໂຮ່ຈີມິນ, ຄະນະໝັ້ນໝາຍວ່າພ້ອມກັນຮ່ວມຈິດຮ່ວມໃຈ, ອຸທິດຕົນຢ່າງສຸດຈິດສຸດໃຈເພື່ອປະຕິບັດຄໍາພິໄນກໍາຂອງເພິ່ນ; ສືບຕໍ່ປະຕິບັດວຽກງານການສຶກສາຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດ ຂອງປະທານໂຮ່ຈີມິນ, ເປັນເຈົ້າການ ​ແລະ ຕັ້ງໜ້າ​ບືນຂຶ້ນໃນ​ວຽກງານ ​ແລະ ຊີວິດ​ການ​ເປັນ​ຢູ່ໃຫ້ເປັນຢ່າງດີ, ມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ​ໃນ​ຊີວິດ, ເປັນຈິດໜຶ່ງໃຈດຽວມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະກອບສ່ວນ​ເຂົ້າໃນການຊຸກຍູ້​ການ​ພົວພັນ ຫວຽດນາມ - ກຳປູ​ເຈຍ.

ຫອມມາລາ

ເຫດການ
302 Found

Found

The document has moved here.