ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ

10:20 | 30/06/2022

ຍສໝ - ວັນທີ 27 ມິຖຸນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນກຳປູເຈຍ, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ພາຍຫຼັງການເລືອກຕັ້ງສະພາຕາແສງ ຊຸດທີ V ຂອງ ກຳປູເຈຍ ບັນລຸຜົນສຳເລັດຢ່າງຈົບງາມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen.

ເຫງະອານຈັດຕັ້ງການໂຄສະນາກ່ຽວກັບປີມິດຕະພາບຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ. ເຫງະອານຈັດຕັ້ງການໂຄສະນາກ່ຽວກັບປີມິດຕະພາບຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບຫົວໜ້າຄະນະຂອງປະເທດ ກຳປູເຈຍ ແລະ ສິງກະໂປ
ພາບ

ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ. ພາບ: VOV

ທີ່ການໂອ້ລົມ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານພັກປະຊາຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Samdech Techo Hun Sen ແລກປ່ຽນກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ ແລະ ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນຂອງນ້ຳໃຈສາມັກຄີ, ການຊ່ວຍເຫຼືອຢ່າງໃຫຍ່ຫຼວງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ. ຢືນຢັນ​ຈະ​ຮ່ວມ​ກັນ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມພູນຄູນສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ສອງ​ປະ​ເທດ ​ແລະ ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຕາມ​ທິດ​ທາງ​ທີ່​ສອງ​ຝ່າຍ​ໄດ້​ວາງ​ອອກ.

ການນຳ 2 ທ່ານກໍ່ຕີລາຄາສູງຄວາມໝາຍສຳຄັນຂອງປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022, ນີ້ໄດ້ຖືກຖືວ່າແມ່ນເຫດການທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງ, ປະຊາຊົນ 2 ປະເທດ ແລະ ໄດ້ຮັບການຕີລາຄາສູງຈາກເພື່ອນມິດສາກົນ. ພິ​ເສດ, ຫວ່າງ​ມໍ່ໆ​ມາ​ນີ້, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຢ່າງ​ສຳ​ເລັດ​ຜົນ​ເພື່ອ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ “ເສັ້ນທາງມຸ່ງໄປສູ່ການ​ໂຄ່ນ​ລົ້ມ​ລະບອບ​ດັບສູນເຊື້ອຊາດ” ຂອງ​ທ່ານ​ນາຍົກລັດຖະມົນຕີ Samdech Techo Hun Sen.

ໄຊພອນ

ເຫດການ
302 Found

Found

The document has moved here.