ແຂວງກອນຕຸມ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວ ແລະກຳປູເຈຍ 13 ອັດຖິ

07:46 | 14/06/2022

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຫງອກໂຮ່ຍ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງກອນຕຸມ ໄດ້ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 13 ອັດຖິ ໂດຍກອງທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂອງແຂວງກອນຕຸມ (K53) ຊອກຫາ ແລະທ້ອນໂຮມ ຢູ່ປະເທດລາວ ແລະກໍາປູເຈຍ ໃນລະດູແລ້ງ 2021-2022.

ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ດ້ຽນບຽນ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ
ເພີ່ມທະວີການແບ່ງປັນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງຫວຽດນາມ ແລະກຳປູເຈຍ ເພີ່ມທະວີການແບ່ງປັນກ່ຽວກັບວຽກງານຂົນຂວາຍປະຊາຊົນລະຫວ່າງຫວຽດນາມ ແລະກຳປູເຈຍ
ແຂວງກອນຕຸມ ຈັດຕັ້ງພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດຢູ່ລາວ ແລະກຳປູເຈຍ 13 ອັດຖິ
ພິທີປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຈໍານວນ 13 ອັດຖິດັ່ງກ່າວ ມີ 7 ອັດຖິ ແມ່ນໄດ້ທ້ອນໂຮມຢູ່ 3 ແຂວງພາກໃຕ້ຂອງລາວ ລວມມີ: ອັດຕະປື, ເຊກອງ, ຈໍາປາສັກ ແລະ6 ອັດຖິຍັງເຫຼືອແມ່ນໄດ້ທ້ອນໂຮມຢູ່ແຂວງ Rattanakiri ຂອງກໍາປູເຈຍ.

ຕາມຕົວເລກສະຖິຕິ, ນັບແຕ່ລະດູແລ້ງປີ 1994-1995 ມາຮອດປັດຈຸບັນ, ກອງ K53 ໄດ້ຊອກຫາ, ທ້ອນໂຮມໄດ້ເກືອບ 2.050 ອັດຖິ ເຊິ່ງແມ່ນທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ແລະກໍາປູເຈຍ ແລະໄດ້ສົ່ງເມືອປະເທດເພື່ອປົງຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເມືອງຫງອກໂຮ່ຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.