​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ

15:47 | 17/04/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຮຸຍຕັງ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ປະເສີດ​ມາຍັງ​ພະນັກງານ, ແພດ​ໝໍ.

ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງລາຊະອານາຈັກ ກຳປູເຈຍ, ວັນທີ 12 ເມສາ, ທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ກຳປູເຈຍ ຫງວຽນຮຸຍຕັງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ພາລະກອນ ແລະ ແພດໝໍໂຮງໝໍ ເຈີ້ໄຢ-ພະນົມເປັນ, ກຸ່ມ​ອຸດສາຫະກຳ​ຢາງພາລາ​ຫວຽດນາມ​ຢູ່​ກຳປູ​ເຈຍ​ ແລະ​ ສະມາຄົມ​ຂະ​ແມ​ຫວຽດນາມ​ຢູ່​ກຳປູ​ເຈຍ.

​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ
​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ. ພາບ: dnnd.vn

ທີ່​ບັນດາ​ຫົວໜ່ວຍ​ທີ່​ມາ​ຢ້ຽມຢາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຮຸຍຕັງ ​ໄດ້​ສົ່ງ​ຄຳ​ອວຍພອນ​ອັນ​ປະເສີດ​ມາຍັງ​ພະນັກງານ, ແພດ​ໝໍ.

ທີ່ໂຮງໝໍເຈີ້ໄຢ-ພະນົມເປັນ, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຕັງ ໄດ້ຕີລາຄາສູງບັນດາຜົນງານເຊິ່ງໂຮງໝໍເຈີ້ໄຢ-ພະນົມເປັນ ບັນລຸໄດ້ໃນ 8 ປີຜ່ານມາ, ໄດ້ປະກອບສ່ວນສຳຄັນເຂົ້າໃນການກວດ ແລະ ປິ່ນປົວຄົນເຈັບ ກຳປູເຈຍ. ບົນ​ພື້ນຖານ​ບັນດາ​ຜົນງານ​ດັ່ງກ່າວ ຖັນແຖວ​ແພດ​ໝໍ ໂຮງໝໍເຈີ້ໄຢ-ພະນົມເປັນ ​ໄດ້​ເສີມຂະຫຍາຍກຳລັງ​ຄວາມ​ສາມາດ ​ແລະ ຈິດ​ໃຈ, ສືບ​ຕໍ່​ຍົກສູງ​ພາບ​ພົດ ​ແລະ ອິດທິພົນຊື່​ສຽງ​ຂອງ​ໂຮງໝໍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ ກວດ-ປິ່ນປົວພະຍາດ​ທີ່ນັບມື້ນັບສູງຂຶ້ນຂອງ​ປະຊາຊົນ​ກຳປູ​ເຈຍ. ຜ່ານ​ນັ້ນ, ກໍປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ດີງາມ ​ແລະ ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ - ກຳ​ປູ​ເຈຍ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນຮຸຍຕັງ ​ໄດ້​ລົງ​ຢ້ຽມຢາມໂຮງໝໍ ​ແລະ ມອບ​ຂອງຂວັນ​ໃຫ້​ຄົນ​ເຈັບ 2 ຄົນ (ຊາວ​ຂະ​ແມ 1 ຄົນ, ຊາວກໍາປູເຈຍ ເຊື້ອຊາດຫວຽດນາມ 1 ຄົນ).

ບູນມີ

ເຫດການ
302 Found

Found

The document has moved here.