ວັນທີ 26 ກຸມພາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດສິງກະໂປ ຢ່າງຈົບງາມຕາມຄໍາເຊື້ອເຊີນຂອງທ່ານ Halimah Yacob ປະທານາທິບໍດີສິງກະໂປ. ເນື່ອງໃນໂອກາດນີ້, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ.
ວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ປະກາດໂທລະເລກທາງການກ່ຽວກັບການປົກປ້ອງພົນລະເມືອງ ແລະນິຕິບຸກຄົນ ແລະບາງບັນຫາຕ້ອງເອົາໃຈໃສ່ຕໍ່ໜ້າສະພາບການຢູ່ອູແກຣນ.
ປີທ່ອງທ່ຽວແຫ່ງຊາດ 2022 ຈະໄຂຂຶ້ນຢູ່ນະຄອນ ໂຮ້ຍອານ ໃນທ້າຍເດືອນ ມີນາ ດ້ວຍຫົວຂໍ້ “ກວາງນາມ - ສະຖານທີ່ທ່ອງທ່ຽວຂຽວ”.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ) ແລ້ວ, ກອງປະຊຸມປະຈຳປີຂອງຄະນະກຳມະການພິເສດກ່ຽວກັບກົດບັດ ສປຊ ໄດ້ໄຂຂຶ້ນໃນວັນທີ 23 ກຸມພາ, ໄດ້ປຶກສາຫາລືກ່ຽວກັບບົດບາດຂອງກົດບັດ ສປຊ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ແລະ ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອົງການຈັດຕັ້ງພາກພື້ນ.
ຍສໝ - ຕາມຂໍ້ມູນຂອງກົມພາສີຫວຽດນາມ, ການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອິນເດຍ ໃນປີ 2021 ບັນລຸ 13,2 ຕື້ USD, ເພີ່ມຂຶ້ນ 36,5% ຈາກ 9,6 ຕື້ USD ໃນປີ 2020.
ຍສໝ - ງານວາງສະແດງສິລະປະເຊີດຊູຮີດຄອງປະເພນີບຸນປີໃໝ່ປະຈຳຊາດຫວຽດນາມໄດ້ຈັດຂຶ້ນແຕ່ວັນທີ 15-24 ກຸມພານີ້, ຢູ່ນະຄອນຫຼວງ Canberra, ໄດ້ດຶງດູດຄວາມສົນໃຈຈາກຊາວທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.
ຍສໝ - ທີ່ກອງປະຊຸມທາງໄກທີ່ໄດ້ດຳເນີນໃນວັນທີ 23 ກຸມພາ ລະຫວ່າງ ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ອຳນາການປົກຄອງປະຊາຊົນແຂວງຢຸນນານ (ຈີນ), ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະຮ່ວມມືສ້າງ "ເຂດສີຂຽວ" ຢູ່ດ່ານຊາຍແດນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເກັບພາສີສິນຄ້າຂອງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 23 ກຸມພາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ນັບແຕ່ວັນທີ 25 ກຸມພາ, ກົມຕຳຫຼວດຄຸ້ມຄອງບໍລິຫານດ້ານຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ (ກະຊວງຕຳຫຼວດ) ເລີ່ມຕົ້ນອອກບັນຊີລະບຸຕົວຕົນເອກເລັກໂຕນິກໃຫ້ແກ່ພົນລະເມືອງໂດຍຜ່ານວຽກງານການອອກ, ການປ່ຽນແປງ, ການອອກຄືນບັດປະຈຳຕົວພົນລະເມືອງໃນທົ່ວປະເທດ.
ຍສໝ - ວັນທີ 22 ກຸມພາ ປີ 2022, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າ, ຜູ້ຕາງໜ້າກົມອຸດສາຫະກຳ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ແລະ ກຸ່ມ Samsung ຫວຽດນາມ ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືພັດທະນາ ໂຮງງານອັດສະລິຍະລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ Samsung ຫວຽດນາມ.
ວັນທີ 22 ກຸມພາ, ຜູ້ຕາງໜ້າຂອງອົງການຢັ້ງຢືນສາກົນ FrenchCert - ລາຊະອານາຈັກ ອັງກິດ ໄດ້ປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ ຂອງ ຫວຽດນາມ ບັນລຸມາດຕະຖານສາກົນ ISO 9001:2015 ແລະ ISO 21001:2018.
ລັດຖະບານ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາລົງທຶນ 4,9 ຕື້ AUD ໃຫ້ແກ່ບໍລິສັດ Ascend Vietnam Ventures (AVV), ກອງທຶນລົງທຶນພະຈົນໄພໜຶ່ງຂອງ ຫວຽດນາມ. ພ້ອມກັບບັນດາບ້ວງເງິນໜູນຊ່ວຍແຕ່ກ່ອນນີ້, ຄຳໝັ້ນສັນຍານີ້ຈະລະດົມເງິນເກືອບ 70 ລ້ານ AUD ທຶນສ່ວນຕົວເພື່ອໝູນຊ່ວຍຕະຫຼາດ Start up ເຕັກໂນໂລຊີທີ່ກຳລັງຂະຫຍາຍຕົວຢ່າງແຮງຢູ່ ຫວຽດນາມ.
ວັນທີ 22 ກຸມພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ຫງວຽນຮວ່າງລອງ ໄດ້ເຮັດວຽກກັບທ່ານ Oliver Dowden ປະທານພັກນິຍົມຮັກສາເດີມ ເພື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ ກໍຄື ອັບເດດຂໍ້ມູນກ່ຽວກັບສະພາບການຢູ່ ຫວຽດນາມ, ພ້ອມທັງປຶກສາຫາລືກ່ຽວກັບວິທີຊຸກຍູ້ການຮ່ວມມືແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງຝ່າຍ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັງ ເຊື່ອໝັ້ນວ່າ ສະຖາບັນນະໂຍບາຍອົດສະຕາລີ ຫວຽດນາມ ຈະຊ່ວຍມາຫາຊົນມີຄວາມເຂົ້າໃຈກ່ວາອີກກ່ຽວກັບຄວາມສຳຄັນຂອງອົດສະຕາລີຕໍ່ຫວຽດນາມ ແລະ ກົງກັນຂ້າມ.
ກະຊວງການຕ່າງປະເທດ ສິງກະໂປ (MFA) ແຈ້ງໃຫ້ຊາບວ່າ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຈະຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ ແຕ່ວັນທີ 24 – 26 ກຸມພາ, ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສິງກະໂປ Halimah Yacob.
ຍສໝ - ສາດສະດາຈານ Bilveer Singh (ມະຫາວິທະຍາໄລແຫ່ງຊາດສິງກະໂປ) ຊີ້ໃຫ້ເຫັນວ່າ ການເດີນທາງຢ້ຽມຢາມລະດັບປະເທດທີ່ສິງກະໂປ ນັບແຕ່ວັນທີ 24 ຫາ 26 ກຸມພາ ຂອງປະທານປະເທດ ຫງວຽນຊວນຟຸກ ແມ່ນການຢືນຢັນຄືນການພົວພັນຮ່ວມມືອັນແໜ້ນແຟ້ນ ແລະ ຊ່ວຍເສີມສ້າງຮັດແໜ້ນສາຍພົວພັນອັນດີງາມຂອງສອງປະເທດຕື່ມຂຶ້ນອີກ.
ໃນລະຫວ່າງວັນທີ 24 – 26 ກຸມພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ສິງກະໂປ.
ຍສໝ - ຕາມການລາຍງານຂອງນັກຂ່າວສຳນັກຂ່າວຫວຽດນາມທີ່ສະຫະປະຊາຊາດ (ສປຊ), ໃນວັນທີ 21 ກຸມພາ ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດຮັບຜິດຊອບການເຄື່ອນໄຫວສັນຕິພາບ ໄດ້ກ່າວຂອບໃຈຫວຽດນາມກ່ຽວກັບການສະໜັບສະໜູນອັນໜັກແໜ້ນຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ກໍຄືການປະກອບສ່ວນຂອງຫວຽດນາມທາງດ້ານບຸກຄະລາກອນໃຫ້ແກ່ ສປຊ.
ຍສໝ - ວັນ ທີ 21 ກຸມພາ, ທ່ານຮອງລັດຖະມົນຕີ ການຕ່າງປະເທດ ຫວູກວາງມິງ ໄດ້ເປັນປະທານການແລກປ່ຽນລະຫວ່າງບັນດາອົງການຫວຽດນາມ ແລະ ເຢຍລະມັນ ກ່ຽວກັບບັນດາມາດຕະການແກ້ໄຂຂໍ້ຕິດຂັດໃນການນຳໃຊ້ທຶນຮ່ວມມືພັດທະນາຢ່າງເປັນທາງການ (ODA) ຂອງ ເຢຍລະມັນ.
ຍສໝ - ຕາມກົມໃຫຍ່ພາສີ, 15 ວັນ ຕົ້ນເດືອນ ກຸມພາ 2022 (ນັບແຕ່ວັນທີ 1 – 15 ກຸມພາ), ມູນຄ່າສົ່ງອອກນຳເຂົ້າຂອງສິນຄ້າ ຫວຽດນາມ ບັນລຸ 21,41 ຕື້ USD, ໃນນັ້ນການສົ່ງອອກບັນລຸ 8,75ຕື້ USD.