ຊອກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຢູ່ ລັດ​ເຊຍ

13:44 | 06/03/2022

ຍ​ສ​ໝ - ຫວຽດ​ນາມ ໄດ້​ສະ​ເໜີ​ຝ່າຍ​ລັດ​ເຊຍ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຄື່ອນ​ໄຫວ, ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ເຮັດ​ໜັງ​ສື​ພັກ​ເຊົົາ​ທີ່​ສະ​ດວກ.

ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ ຫວຽດ​ນາມ ຢັ້ງ​ຢືນຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັນ​ຕິ​ວິ​ທີ
ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ ອົດ​ສະ​ຕາ​ລີ ລົງ​ທຶນ​ໜູນ​ຊ່ວຍ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເລີ​່​ມຕົ້ນ​ທຸ​ລ​ະ​ກິ​ດ
ຊອກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ຢູ່ ລັດ​ເຊຍ
ທ່ານ​ເຢືອງ​ມິງ​ຮ່​ວາງ ທູດ​ການ​ຄ້າ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ (ພາບ: VOV)

ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຊຳ​ລະ, ຂາດ​ລະ​ບົບ​ສະ​ໜອງ​ກໍ່​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ການ​ຜະ​ລິດ, ການບໍລິໂພກ, ການ​ດຳ​ລົງ​ຊີ​ວິດ… ແມ່ນ​ບັນ​ດາ​ບັນ​ຫາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ່​ຄື​ພໍ່​ແມ່​ປະ​ຊາ​ຊົນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລັດ​ເຊຍ​ພວມ​ຕ້ອງ​ປະ​ເຊີນ​ໜ້າ, ຍ້ອນບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ ອ​າ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ​ສຳ​ລັບ​ເສດ​ຖະ​ກິດ​ລັດ​ເຊຍ. ການຊອກ​ຫາ​ມາດ​ຕະ​ການ​ໜູນ​ຊ່ວຍ​ບັນ​ດາ​ວິ​ສ​າ​ຫະ​ກິດ ແລະ ປະ​ຊາ​ຄົມ​ຜ່ານ​ຜ່າ​ວິ​ກິດ​ການ​ພວມ​ໄດ້​ວາງ​ອອກ​ຢ່າງ​ຮີບ​ດ່ວນ.

ຕອນ​ບ່າ​ຍ​ວັນ​ທີ 2 ມີ​ນາ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ຫວຽດ​ນາມ, ພໍ່​ແມ່​ປະ​ຊາ​ຊົນທີ່​ພວມ​ດຳ​ເນີນ​ທຸ​ລະ​ກິດ, ເຮັດ​ວຽກ​ຢູ່​ລັດ​ເຊຍ ເພື່ອ​ຮັບ​ຟັງກ່ຽວ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທີ່​ພວມ​ຕ້ອງ​ປະ​ເຊີນ​ໜ້າ.

ທ່ານ​ນາງ ທິງ​ທິ​ຮົ່ງ, ສະ​ມາ​ຊິກ​ຄະ​ນະ​ການ​ນຳ​ທະ​ນາ​ຄານ​ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ​ຊີ້​ແຈ້ງວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຫວຽດ​ນາມ - ລັດ​ເຊຍ ​ຈະ​ພິ​ຈາ​ລະ​ນາ​ນຳ​ຄູ່​ເງິນ​ຕາ RUB – VND ຂຶ້ນຕະຫຼາດ​ຫຼັກ​ຊັບ​ມົດ​ສະ​ກູ​. ສ່ວນ​ການ​ຊຸກ​ຍູ້​ການ​ທ່ອງ​ທ່ຽວ, ຫວຽດນາມ ໄດ້​ຮັບ​ການ​ເຫັນ​ດີ​ນຳ​ໃຊ້ ບັດ MIR ເຊິ່ງ​ນຳ​ໃຊ້​ເງິນ RUB ຢູ່​ຕະຫຼາດ​ຂອງ​ຕົນ. ຢູ່​ລັດ​ເຊຍ​ຄວນ​ອອກ​ຈຳ​ໜ່າຍ​ບັດ​ທີ່​ນຳ​ໃຊ້​ເງິນ​ຕາ​ຫວຽດໂດຍໄວ​, ເພື່ອ​ມີ​ຄວາມ​ສະ​ດວກ​ໃຫ້​ແກ່​ແຂກ​ທ່ອ​ງ​ທ່ຽວ.

ເອື້ອຍ​ຟ້າມ​ເວິນ​ແອັງ ຜູ້​ຕາງ​ໜ້າ​ກຸ່ມ​ພໍ່​ແມ່​ປະ​ຊາ​ຊົນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ສູນ​ການ​ຄ້າ ມົດ​ສະ​ກູ ໃຫ້​ຮູ້​ວ່າ: ເງິນ RUB ຫຼຸດ​ຄ່າ​ເຮັດ​ໃຫ້​ການ​ຊື້​ຂາຍ​ສິນ​ຄ້າ​ຖືກ​ຢຸດ​ສະ​ຫງັກ. ດັ່ງ​ນັ້ນ, ການ​ນຳ​ໃຊ້ແຫຼ່ງວັດ​ສະ​ດຸ​ນຳ​ເຂົ້າ, ແຫຼ່ງ​ສະ​ໜອງ​ກໍ່​ຈະ​ຈຳ​ກັດ, ວິ​ສ​າ​ຫະ​ກິດ​ຕັດ​ຫຍິບ​ບໍ່​ມີ​ວັດ​ສະ​ດຸ​ຜະ​ລິດ, ກໍ່​ຜົນ​ກະ​ທົບ​ຕໍ່​ບັນ​ດາ​ຕະຫຼາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.