ສະ​ຫວັນ​ຢູ່​ທ່າມ​ກາງ​ ບ່າ​ເຣຍ - ຫວູງ​ເຕົາ

16:30 | 01/03/2022

ຍ​ສ​ໝ - ຫວູເຕົາມີຫາດຊາຍທະເລທີ່ມີສະເໜ່ຫຼາຍແຫ່ງ, ໃນນັ້ນມີຊື່ສຽງທີ່ສຸດຕ້ອງເວົ້າເຖິງທະເລໂຮ່ກົກເຊິ່ງແມ່ນສະຖານທີ່ໄດ້ຮັບຂະໜາມນາມວ່າສະຫວັຢູ່ທ່າມກາງຫວູງເຕົາ.

ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ
ຕ້ອນ​ຮັບ​ບຸນ​ເຕັດ​ທ່າມ​ກາງ​ທະ​ເລ ຕ້ອນ​ຮັບ​ບຸນ​ເຕັດ​ທ່າມ​ກາງ​ທະ​ເລ
ສະ​ຫວັນ​ຢູ່​ທ່າມ​ກາງ​ ບ່າ​ເຣຍ - ຫວູງ​ເຕົາ
ພາບ​ປະ​ກອບ: vietnamtourism.gov.vn


ທະ​ເລ ໂຮ່​ກົກ​ ນອນ​ຢູ່​ຕາ​ແສງ​ຮຶງ​ບຽນ, ເມືອງ​ຊວຽນ​ມົກ, ແຂວງ ບ່າ​ເຣຍ - ຫວູງ​ເຕົາ. ໂດຍ​ຢູ່​ຫ່າງ​ຈາກ​ນະ​ຄອນ​ໂຮ່​ຈີ​ມິນ 175 ກີ​ໂລ​ແມັດ, ນີ້​ແມ່ນ​ສະ​ຖານ​ທ່ອງ​ທ່ຽວ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຂອງ​ແຂກ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ທາງ​ພາກ​ໃຕ້.

​ຕັ້ງ​ຢູ່​ຫ່າງ​ຈາກ​ທະ​ເລ​ໂຮ່​ກົກ​ບໍ່ໄກ ແມ່ນ​ປ່າ​ດົງ​ດິບ, ເຊິ່ງ​ມີ​ຊື່​ສຽງ​ສຳ​ລັບ​ໄວ​ໜຸ່ມ​ດ້ວຍ​ບັນ​ດາ​ພາບ​ຖ່າຍ​ທີ່​ສວຍ​ງາມ. ໃນ​ປ່າ​ມີ​ບັນ​ດາ​ໜອງ​ນ້ຳ​ເຄັມ​ທຳ​ມະ​ຊາດ, ທັງ​ເປັນ​ເອ​ກະ​ລັກ​ສະ​ເພາະ ທັງ​ສວຍ​ງາມ​ທີ່​ສຸດ.

ແຂກ​ທ່ອ​ງ​ທ່ຽວຫຼາຍ​ຄົນ ໄດ້ເລືອກ​ເອົາ​ເຂດ​ທ່ອງ​ທ່ຽວ​ທະ​ເລ​ໂຮ່​ກົກ​ໃຫ້ເປັນບ່ອນພັກ​ຜ່ອນ​ສັ້ນໆ, ທ້າຍ​ອາ​ທິດ ຫຼື​ ຈັດ​ຕັ້ງ teambuilding... ເມື່ອ​ໄປ​ທ່ອງ​ທ່ຽວ​ຢູ່​ທະ​ເລ ໂຮ່​ກົກ, ແຂກ​ທ່ອງ​ທຽວ​ສາ​ກໍ່​ອາດ​ຈະ​ໄປ​ແວ່​ຍາມຫຼາຍ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ຄື: ຫ້ວຍ​ນ້ຳ​ຮ້ອນ ບິ່ງ​ເຈົາ, ທົ່ງ​ແກະ ​ຊ່ວຍ​ເງະ, ຕະຫຼາດ​ອາ​ຫານ​ທະ​ເລ ເຟືອກ​ຫ໋າຍ...

ບຸນ​ຄົງ

ເຫດການ