ການນຳສະເໜີເຄື່ອງມືຫາປາແບບພື້ນເມືອງດັ້ງເດີມຂອງຫວຽດນາມຢູ່ປະເທດຊາອຸດິອາຣາເບຍ

11:25 | 05/03/2022

ຍ​ສ​ໝ - ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ລາ​ຊາ​ອາ​ນາ​ຈັກ​ຊາ​ອຸ​ດິ​ອາ​ຣາ​ເບຍ ໄດ້ສົມ​ທົບ​ກັນ​ເປີດມຸມ​ສະ​ແດງ​ເຄື່ອງ​ມື​ຫາ​ປາ​ດ້ວຍ​ມື​ແບບພື້ນ​ເມືອງດັ້ງ​ເດີມຂອງ​ຫວຽດ​ນາມ ຢູ່​ພິ​ພິດ​ຕະ​ພັນ Alfelwah & Aljowharah (ນະ​ຄອນ Dammam, ພາກ​ຕາ​ເວັນ​ອອກ​ຂອງ​ຊາ​ອຸ​ດິ​ອາ​ຣາ​ເບຍ).

ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ ງານ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ເຕັດ​ຫວຽດ​ນາມທີ່​ພົ້ນ​ເດັ່ນ ຢູ່ ອົດ​ສະ​ຕາ​ລີ
ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix ການ​ຮ່ວມ​ມື​ໂຄ​ສະ​ນາ​ຮູບ​ເງົາ ແລະ ວັດ​ທະ​ນະ​ທຳ​ຫວຽດ​ນາມ ຢູ່ Netflix

ທ່ານ ຫວູຫວຽດຢຸ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ສ ​ຫວຽດ​ນາມ​ ປະ​ຈຳ​ຊາ​ອຸ​ດິ​ອາ​ຣາ​ເບຍ ໃຫ້​ຊາບ​ວ່າ, ຫວຽດ​ນາມ​ຮັກ​ສາ​ມູນ​ເຊື້ອ​ໝູ່​ບ້ານ​ຫັດ​ຖະ​ກຳ​ພື້ນ​ເມືອງຕ່າງໆທີ່​ຜະ​ລິດ​ເຄື່ອງ​ມີ​ຫາ​ປາປະ​ເພດ​ຕ່າງໆ​ ນັບ​ແຕ່​ເຂດ​ພູ​ດອຍ​ຈົນ​ຮອດ​ເຂດ​ທົ່ງ​ພຽງ, ແຕ່​ເໜືອ​ຮອດ​ໃຕ້; ບາງ​ປະ​ເພດ​ເຄື່ອງ​ມື​ຫາ​ປາ​ໄດ້​ຖືກ​ປັບ​ປ່ຽນ​ເປົ້າ​ໝາຍ​ການ​ນຳ​ໃຊ້​ໃຫ້​ແກ່​ການ​ດຳ​ລົງ​ຊີ​ວິດ​ທີ່​ທັນ​ສະ​ໄໝ ເປັນ​ຕົ້ນ​ເຮືອ​ກະ​ບຸ່ງ, ເຮືອ​ກາບ​ນ້ອຍ ທີ່​ຖືກ​ນຳ​ໃຊ້​ເປັນ​ພາ​ຫະ​ນະ​ພາ​ນັກ​ທ່ອງ​ທ່ຽວ​ລ່ອງ​ແມ່​ນ້ຳ…

undefined
ການນຳສະເໜີເຄື່ອງມືຫາປາແບບພື້ນເມືອງດັ້ງເດີມຂອງຫວຽດນາມຢູ່ປະເທດຊາອຸດິອາຣາເບຍ. ພາບ: baoquocte.vn

ໃນ​ພື້ນ​ທີ່​ວາງ​ສະ​ແດງ​ຜົນ​ງານ​ທາງວັດ​ທະ​ນະ​ທຳ​ຂອງ​ອາ​ຣັບ, ຊາ​ອຸ​ດິນັ້ນ ມຸມ​ສະ​ແດງ​ເຄື່ອງ​ມື​ຫາ​ປາ​ພື້ນ​ເມືອງດັ້ງ​ເດີມ​ຂອງ​ຫວຽດ​ນາມ​ໄດ້​ຖືກ​ຈັດ​ສັນ​ໃຫ້​ຢ່າງ​ກົມ​ກຽວ​ດັ່ງ​ເປັນ​ຈຸດ​ເດັ່ນ​ໜຶ່ງ ຮ່ວມ​ກັບ​ບົດ​ນຳ​ສະ​ເໜີ​ກ່ຽວ​ກັບ​ເຄື່ອງ​ມື​ຫາ​ປະ​ເພດ​ຕ່າງໆ​ດ້ວຍ​ພາ​ສາ​ຫວຽດ​ນາມ ແລະ ພາ​ສາ​ອາ​ຣັບ.

ຈຳ​ນວນ​ເຄື່ອງ​ມື​ຫາ​ປາ​ທີ່​ຖືກ​ນຳ​ມາ​ວາງ​ສະ​ແດງ​ປະ​ກອບ​ມີ​ປະ​ເພດ​ໄຊ, ຂ້ອງ, ລີ່, ກະ​ດຸ້ງ, ສ້ອນ, ຊູ່ມ, ເຂີງ ດ້ວຍ​ຂະ​ໜາດ​ທີ່​ແຕກ​ຕ່າງ​ກັນ; ແຫ, ມອງ, ເຮືອ​ກະ​ບຸງ, ເຮືອ​ກາບ​ນ້ອຍ ຈາກ​ທົ່ວ​ທຸກ​ພາກ​ຂອງ​ປະ​ເທດ​ໄດ້​ຖືກ​ສົ່ງ​ມາ​ແຕ່​ຫວຽດ​ນາມ​ໃຫ້​ສະ​ຖານ​ທູດມອບ​ໃຫ້​ພິ​ພິດ​ຕະ​ພັນ​ໃນຫຼາຍ​ເດືອນ​ກ່ອນ​ໜ້າ​ນີ້.

ພິ​ພິດ​ຕະ​ພັນ Alfelwah & Aljowharah ເປີດ​ໃຫ້​ເຂົ້າ​ຊົມ​ຄືນ​ໃໝ່​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ວັນ​ທີ 22 ກຸມ​ພາ - ກົງ​ກັບ​ວັນ​ລະ​ນຶກການ​ສະ​ຖາ​ປະ​ນາ​ຊາ​ອຸ​ດິ​ອາ​ຣະ​ເບຍ (Founding Day) ເຫດນັ້ນ​ເອງ ການ​ເປີດ​ມຸມ​ສະ​ແດງ​ເຄື່ອງ​ມື​ຫາ​ປາ​ຂອງ​ຫວຽດ​ນາມ​ຫຼັງ​ຈາກນັ້ນທັນ​ທີ ແມ່ນ​ຝ່າຍ​ເພື່ອນ​ບ້ານ​ຖື​ເປັນ​ໜຶ່ງ​ໃນບັນ​ດາ​ເຫດ​ການ​ທີ່​ສຳ​ຄັນ​ພິ​ເສດ.

ທ່ານ Abdullah Mohammed Al-Harbi ຫົວ​ໜ້າ​ພະ​ແນກ​ການ​ຕ່າງ​ປະ​ເທດ ພື້ນ​ທີ່​ພາກ​ຕາ​ເວັນ​ອອກ ແລະ ທ່ານ Edginton ກົງ​ສູນ​ໃຫຍ່​ອາ​ເມ​ລິ​ການ ປະ​ຈຳ​ພາກ​ຕາ​ເວັນ​ອອກ ສະ​ແດງ​ຄວາມຊົມ​ຊື່ນ​ຕໍ່​ກັບ​ຄວາມ​ພະ​ຍາ​ຍາມ​ທາງ​ການ​ທູດ​ວັດ​ທະ​ນະ​ທຳ​ຂອງ​ສະ​ຖານ​ທູດ, ເປັນ​ການ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ຊາ​ອຸ​ດິ​ເຂົ້າ​ເຖິງ​ໃຫ້​ກັນ​ຍິ່ງ​ຂຶ້ນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.