ລັດ Victoria ຍາມ​ໃດ​ກໍ່​ຕ້ອນ​ຮັບ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ

16:39 | 04/03/2022

ຍ​ສ​ໝ - ໃນ​ລະ​ຫວ່າງວັນ​ທີ 28 ກຸມ​ພາ ຫາ ວັນ​ທີ 2 ມີ​ນາ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Daniel Andrews ຂ້າຫຼວງລັດ Victoria, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ຫງວຽນ​ເຕິດແທັງ​ ໄດ້​ໄປ​ຢ້ຽມ​ຢາມ​ລັດ Victoria ຢ່າງ​ເປັນ​ທາງ​ການ. ທີ່​ການ​ແລກ​ປ່ຽນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຕິດ​ແທັງ ແລະ ການ​ນຳ ລັດ Victoria ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ບັນ​ດາ​ກາ​ລະ​ໂອ​ກາດອັນ​ໃຫຍ່ຫຼວງທີ່​ພວມ​ເປີດ​ຂຶ້ນ​ສຳ​ລັບ​ທັງ​ສອງ​ຝ່າຍ​ເມື່ອ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ຮັບ​ການ​ຄວບ​ຄຸມ​ໂດຍ​ພື້ນ​ຖານ.

Tierra del Fuego ຢາກ​ຮ່ວມ​ມື​ກັບ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ Tierra del Fuego ຢາກ​ຮ່ວມ​ມື​ກັບ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ
ຫວຽດ​ນາມ ມີ​ລະ​ບົບ​ຄຸ້ມ​ຄອງ​ການ​ສຶກ​ສາ​ IMS ທຳ​ອິດ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ ຫວຽດ​ນາມ ມີ​ລະ​ບົບ​ຄຸ້ມ​ຄອງ​ການ​ສຶກ​ສາ​ IMS ທຳ​ອິດ ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ
ລັດ Victoria ຍາມ​ໃດ​ກໍ່​ຕ້ອນ​ຮັບ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ
ທ່ານ​ນາງ Linda Dessau ຜູ້​ວ່າ​ການ​ລັດ Vitoria ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ ຫງວຽນ​ເຕິດແທັງ​ (ພາບ: TTXVN)

ທ່ານ​ຂ້າຫຼວງ​ລັດ Daniel Andrews ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ຫວຽດ​ນາມ ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃໝ່ ແລະ ເຊື່ອ​ໝັ້ນ​ວ່າ ສິ່ງນີ້​ຈະ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ, ການ​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ. ທ່ານ Daniel Andrews ສະ​ແດງຄວາມ​ພ້ອມ​ແລ້ວ​ທີ່​ຈະ​ແລກ​ປ່ຽນ, ລົງ​ນາມ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ, ພິ​ເສດ​ແມ່ນ​ນະ​ຄອນ ໂຮ່​ຈີ​ມິນ, ຮ່າ​ໂນ້ຍ ແລະ ດ່າ​ນັ້ງ, ພ້ອມ​ທັງ​ຈະ​ຕັ້ງ​ໜ້າ​ໂຄ​ສະ​ນາ​ກ່ຽວ​ກັບ​ຫວຽດ​ນາມ, ຈັດ​ຕັ້ງ​ຄະ​ນະ​ວິ​ສາ​ຫະ​ກິດ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ໂດຍ​ໄວ ພ້ອມ​ກັບ​ບັນ​ດາ​ການ​ນຳ​ລັດ ເພື່ອ​ຊອ​ກ​ຫາ​ກາ​ລະ​ໂອ​ກາ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາງ Linda Dessau ຜູ້​ວ່າ​ການ​ລັດ Vitoria ໄດ້​ເນັ້ນ​ໜັກ​ວ່າ ລັດ Virtoria ພ້ອມ​ແລ້ວ​ທີ່​ຈະ​ເປີ​ດ​ປະ​ຕູ​ກັບ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ. ລັດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຢູ່​ນະ​ຄອນ Melbourne ໃນ​ປີ 2022 ແລະ ປີ 2023.

ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ Martin Pakula ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຂອງ​ລັດ Victoria, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ເຕິດແທັງ​ມີ​ຄວາມ​ປາດ​ຖະ​ໜາ​ຢາກໃຫ້ ລັດ Victoria ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ກາ​ນ​ຮ່ວມ​ມື​ກັບ ຫວຽດ​ນາມ ຕາມ​ຍຸດ​ທະ​ສາດ​ການ​ຄ້າ - ການ​ລົງ​ທຶນ​ກັບ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໂດຍ​ໄວ ກໍ່​ຄື​ບັນ​ດາ​ຂອບ​ເຂດ​ການ​ຮ່ວ​ມື​ລວມ​ລະ​ຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ສະເໜີ​ໃຫ້​ລັດ​ສົມ​ທົບ​ກັນ​ສ້າງ​ເຄືອ​ຂ່າຍ​ວິ​ສ​າ​ຫະ​ກິດ Vitoria ທີ່​ມີ​ຄວາມ​ສົນ​ໃຈ​ຕໍ່​ການ​ດຳ​ເນີນ​ທຸ​ລະ​ກິດກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.