ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທົ່ວປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ

11:30 | 03/03/2022

ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວນການວາງແຜນກຳນົດ ເປັນການສະແດງໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານວາງແຜນກຳນົດ, ໂດຍສະເພາະແມ່ນການວາງແຜນກຳນົດສັງລວມແຫ່ງຊາດ.

ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ
ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ ກອງ​ປະ​ຊຸມ​ສຳ​ມະ​ນາ ອາ​ຊຽນ ​ກ່ຽວ​ກັບ​ການ​ສົມ​ທົບແຜນ​ການ​ດຳ​ເນີນ​ງານ​ແມ່​ຍິງ, ສັນ​ຕິ​ພາບ ​ແລະ ​ຄວາມ​ໝັ້​ນ​ຄົງເຂົ້າໃນເສົາ​ຄ້ຳ​ປະ​ຊາ​ຄົມ ​ອາ​ຊຽນ
ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມທົ່ວປະເທດຍູ້ໄວຄວາມຄືບໜ້າການວາງແຜນກຳນົດແລະກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ (ພາບ: VGP)

ຕອນເຊົ້າວັນທີ 02 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດຂອງຄະນະປະຈຳລັດຖະບານ ກັບບັນດາກະຊວງ, ຂະແໜງການ ແລະ 63 ແຂວງ, ນະຄອນ ກ່ຽວກັບການຍູ້ໄວຄວາມຄືບໜ້າການວາງແຜນກຳນົດ ແລະ ໃຫ້ຄຳປຶກສາກ່ຽວກັບການກຳນົດທິດການວາງແຜນກຳນົດສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050. ນີ້ແມ່ນຄັ້ງທີ 2 ໃນຮອບເວລາເກືອບ 1 ປີຜ່ານມາ, ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຜັນຂະຫຍາຍກົດໝາຍວ່າດ້ວນການວາງແຜນກຳນົດ ເປັນການສະແດງໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງວຽກງານວາງແຜນກຳນົດ, ໂດຍສະເພາະແມ່ນການວາງແຜນກຳນົດສັງລວມແຫ່ງຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ວຽກງານວາງແຜນກຳນົດຕ້ອງກ້າວເດີນກ່ອນບາດກ້າວໜຶ່ງ, ຕິດແທດກັບສະພາບຕົວຈິງ, ສາມາດເປັນໄປໄດ້, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາເຂດ, ຂົງເຂດທີ່ຕ້ອງການວາງແຜນກຳນົດໄດ້ຢ່າງສຸດຂີດ ກໍຄືທ່າແຮງແກ່ງແຍ້ງຂອງແຕ່ລະຂະແໜງ, ທ້ອງຖິ່ນ. ທ່ານກ່າວວ່າ:

“ເມື່ອປະຕິບັດວຽກງານການວາງແຜນກຳນົດນັ້ນ ຕ້ອງພະຍາຍາມຄົ້ນຫາ ແລະ ຊີ້ອອກໃຫ້ເຫັນກຳລັງບົ່ມຊ້ອນທີ່ແຕກຕ່າງ, ກາລະໂອກາດທີ່ພົ້ນເດັ່ນ, ທ່າແຮງແກ້ງແຍ້ງເພື່ອເສີມຂະຫຍາຍໃຫ້ໄດ້ຢ່າງສຸດຂີດ. ພ້ອມດຽວກັນນັ້ນ, ຊີ້ໃຫ້ເຫັນຂໍ້ຈຳກັດ, ຈຸດອ່ອນດ້ອຍ, ຂໍ້ຂັດແຍ້ງ, ສິ່ງທ້າທາຍເພື່ອມີມາດຕະການທີ່ເໝາະສົມ. ການວາງແຜນກຳນົດຕ້ອງມີຈິນຕະນາການບຸກທະລຸມີ, ວິໄສທັດຍຸດທະສາດ ແລະ ຕ້ອງໃກ້ຊິດຕິດແທດກັບສະພາບການຜັນແປຕົວຈິງ”.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ຢາກພັດທະນາໄດ້ເປັນຢ່າງດີນັ້ນ ຕ້ອງມີແຜນກຳນົດທີ່ດີ, ເພາະວ່າ ແຜນກຳນົດທີ່ດີນັ້ນ ຈຶ່ງມີໂຄງການ, ລາຍການທີ່ດີ, ມີລາຍການທີ່ດີຈຶ່ງມີນັກລົງທຶນທີ່ດີ.

​vovworld.vn

ເຫດການ
302 Found

Found

The document has moved here.