ປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025 ຢ່າງມີປະສິດທິຜົນ

11:25 | 03/03/2022

ພ້ອມກັນນັ້ນ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊົນນະບົດ, ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ.

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານເສດ​ຖະ​ກິດ​ຄືນ​ໃໝ່ ໄລ​ຍະ 2021 – 2025 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ໃສ່​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​​ພື້ນ​ຖານເສດ​ຖະ​ກິດ​ຄືນ​ໃໝ່ ໄລ​ຍະ 2021 – 2025
ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລັດເຊຍ ຢ່າງມີປະສິດທິຜົນ
ປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025 ຢ່າງມີປະສິດທິຜົນ
(ພາບປະກອບ: VGP)

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ຫາກໍ່ເຊັນຂໍ້ຕົກລົງອະນຸມັດຜ່ານໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ໄລຍະ 2021 – 2025 ດ້ວຍເປົ້າໝາຍສັງລວມແມ່ນສືບຕໍ່ຜັນຂະຫຍາຍໂຄງການຕິດພັນກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່, ພັດທະນາເສດຖະກິດຊົນນະບົດຢ່າງມີປະສິດທິຜົນ, ຍືນຍົງ; ປະຕິບັດການສ້າງຊົນນະບົດໃໝ່ແບບຢ່າງ ແລະ ຊົນນະບົດໃໝ່ຂັ້ນບ້ານ. ພ້ອມກັນນັ້ນ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢູ່ເຂດຊົນນະບົດ, ຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ; ກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ ຊົນນະບົດຢ່າງຄົບຊຸດ ແລະ ທັນສະໄໝເທື່ອລະກ້າວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ. ເປົ້າໝາຍລະອຽດແມ່ນຮອດປີ 2025, ທົ່ວປະເທດສູ້ຊົນຢ່າງໜ້ອຍສຸດມີ 80% ຈຳນວນຕາແສງບັນລຸມາດຕະຖານຊົນນະບົດໃໝ່; ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເຂດຊົນນະບົດເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 1,5 ເທົ່າເມື່ອທຽບໃສ່ປີ 2020. ຄາດວ່າ, ໂຄງການດັ່ງກ່າວມີການລະດົມທຶນຈາກແຫຼ່ງກຳລັງທາງການເງິນທັງໝົດກວ່າ 2,45 ລ້ານຕື້ດົ່ງ.

​vovworld.vn

ເຫດການ
302 Found

Found

The document has moved here.