ຍສໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.
ຍສໝ - ໃນວັນທີ 6 ພະຈິກ 2020 ທີ່ສູນກາງສະຫະພັນແມ່ຍິງລາວ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ໄດ້ນຳເອົາຊຸດອຸປະກອນເຄື່ອງ ໃຊ້ຈໍາເປັນ ຈຳນວນ 200 ຊຸດ ມາມອບໃຫ້ຫ້ອງ ການສູນກາງສະຫະພັນແມ່ຍິງລາວ ເພື່ອນຳໄປແຈກຢາຍ ໃຫ້ແກ່ຄອບຄົວ ຜູ້ປະສົບໄພນ້ຳຖ້ວມ ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍຍິງ ທີ່ຢູ່ໃນໄວຈະເລີນພັນ (15-49 ປີ) ຢູ່ແຂວງສະຫວັນນະເຂດ.
ຍສໝ - ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດເຂົ້າຮ່ວມການລົງນາມໃນເອກະສານສາກົນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ສິດຂອງແມ່ຍິງ ແລະ ມອບສິດໃຫ້ແມ່ຍິງຫລາຍສະບັບ.
ຍສໝ - , ບັນດາຫົວໜ່ວຍໄດ້ມອບເຮືອນເອື້ອອາທອນ 1 ຫຼັງ ມີມູນຄ່າ 40 ລ້ານດົ່ງ ໃຫ້ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ; ໄດ້ຈັດຕັ້ງການຢ້ຽມຢາມ, ໃຫ້ກໍາລັງໃຈ ແລະມອບຂອງຂວັນ 100 ພູດ ໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍ...
ຍສໝ - ໃນ 3 ປີທີ່ຜ່ານມາ, ສອງຂະແໜງການ ໄດ້ແນະນຳ ສະມາຊິກ 35 ຄົນໃຫ້ສູນກາງສະມາຄົມສະຫະພັນແມ່ຍິງຫວຽດນາມເພື່ອສະ ໜັບສະໜູນທຶນຮອນເພື່ອຊີວິດການເປັນຢູ່, ມູນຄ່າ 528 ລ້ານດົ່ງ; ສ້າງວຽກເຮັດງານທຳໃຫ້ແກ່ກຳມະກອນເພດຍິງທ້ອງຖິ່ນ 30 ກວ່າຄົນ.
ຍສໝ - ເພື່ອປັບປຸງສະພາບການນີ້ຢ່າງມີປະສິດທິຜົນ, ບັນດາຜູ້ແທນໄດ້ຖືວ່າຕ້ອງມີກອບກົດໝາຍແຂງແຮງ ແລະ ບັນດາອົງການທີ່ມີສິດອຳນາດຂອງແຕ່ລະປະເທດຕ້ອງມີກຳລັງຄວາມສາມາດ, ມີແຫຼ່ງກຳລັງຢ່າງພຽງພໍ ແລະ ມີລັກສະນະທີ່ຖືກຕ້ອງຕາມກົດໝາຍເພື່ອປະຕິບັດ.
ຍສໝ - ຕອນຄໍ່າວັນທີີ 17 ສິງຫາ (ຕາມເວລາຫວຽດນາມ), ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ ຄັ້ງທີ 13.
ພັກ ປະຊາຊົນ ປະຕິວັດລາວ ຍາມໃດກໍ່ໄດ້ຖືສໍາຄັນໃນການເຊີດຊູບົດບາດຂອງແມ່ຍິງ. ໄລຍະເຮັດການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໃນກອງປະຊຸມສ້າງຕັ້ງພັກ ປະຊາຊົນລາວ (22 ມີນາ 1955 ) ເມື່ອກ່ອນ ກໍ່ຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໄດ້ກໍານົດແນວທາງກ່ຽວກັບວຽກງານພັດທະນາແມ່ຍິງໄວ້ຢູ່ໃນໂຄງການດໍາເນີນງານ 12 ຂໍ້ ຂອງພັກວ່າ:“ ປະຕິບັດສິດສະເໝີພາບລະຫວ່າງເພດຍິງ ແລະ ເພດຊາຍ...”.
ຍສໝ - ໃນ 10 ວັນທີ່ຜ່ານມາ, ສະໂມສອນແມ່ຍິງຫວຽດນາມ ປະຈຳ ມາເລເຊຍ ໄດ້ບໍລິຈາກອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ໃຫ້ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດເນື່ອງຈາກໄດ້ຮັບຜົນກະທົບຈາກໂລກລະບາດ COVID-19.
ຍສໝ - ຫ້ອງການ KOICA ຫວຽດນາມ ໄດ້ປະສານສົມທົບກັບສະໂມສອນນັກສໍາມະນາກອນ KOICA ເພື່ອຈັດພິທີມອບຮັບຈໍານວນເງິນທີ່ມີມູນຄ່າ 10.530 ໂດລາສະຫະລັດ ໃຫ້ແກ່ສະຫະພັນແມ່ຍິງຫວຽດນາມ.
ຍສໝ - ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 110 ປີ, ບັນດາທ້ອງຖິ່ນຂອງຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
ຍສໝ - ບັນດາສະມາຊິກ AWCH ໄດ້ສະແດງຄວາມຮັກແພງຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ບັນດາບົດບາດທີ່ຕັ້ງໜ້າ ແລະ ການປະກອບສ່ວນພົ້ນເດັ່ນຂອງ ແມ່ຍິງ ຫວຽດນາມ, ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຕົນເພື່ອເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ຊາວຫວຽດນາມ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບອາຍຸປະຈຳການປະທານ AWC-DC, ບັນດາສະມາຊິກໄດ້ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ແລະ ໄທ ໃນຖານະເປັນປະທານ ແລະ ຮອງປະທານ AWC-DC ໃນປີ 2019.
ຍສໝ - ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5.
ຍສໝ - ໃນ 3 ວັນ (ນັບແຕ່ວັນທີ 28 - 30 ຕຸລາ), ສະຫະພັນແມ່ຍິງແຂວງຮ່າຕິ໋ງ ປະສານສົມທົບກັບທະຫານຊາຍແດນແຂວງ ຮ່າຕິ໋ງ ໄດ້ມາຢ້ຽມຢາມ ແລະ ແລກປ່ຽນປະສົບການກັບ ສະຫະພັນແມ່ຍິງແຂວງບໍລິຄຳໄຊ ( ສປປ ລາວ).
ມະໂນລີ ສີສະຫວັນ, ຮອງອໍານວຍການ ອົງການອະນຸລັກສັດປ່າ (WCS) ແຫ່ງ ສປປ ລາວ ໄດ້ຮັບລາງວັນອັນຊົງກຽດ ຢູ່ນະຄອນຫຼວງລອນດອນ ອັງກິດ ຄືລາງວັນ Mary Robinson Climate Justice Award 2019 ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ແມ່ຍິງລາວ ຄົນທໍາອິດທີ່ໄດ້ຮັບລາງວັນນີ້.
ຍສໝ - ວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20 ຕຸລາ 1930 - 20 ຕຸລາ 2019), ຄະນະກຳມະການແມ່ຍິງສະມາຄົມຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງ ການເສັງຄັ້ງທຳອິດ "ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ".
ຍສໝ - ເພື່ອເປັນການເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີພິເສດ ລະຫວ່າງສະຫະພັນແມ່ຍິງແຂວງກວ້າງນາມ ແລະ ສະຫະພັນແມ່ຍິງແຂວງເຊກອງ (ສປປ ລາວ), ຄະນະຜູ້ແທນສະຫະພັນແມ່ຍິງແຂວງກວ້າງນາມ ໄດ້ມາຢ້ຽມຢາມແລະເຮັດວຽກ ກັບສະຫະພັນແມ່ຍິງແຂວງເຊກອງ ແຕ່ວັນທີ 19-20 ກັນຍາ.
ຫວຽດນາມເປັນປະເທດທີ່ມີອັດຕາສ່ວນແມ່ຍິງມີວຽກເຮັດງານທຳທີ່ໝັ້ນຄົງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍລະດັບ 48,5% ໃນໄລຍະປີ 2009-2016.
ຍສໝ - ໃນວັນທີ 23 ສິງຫາ 2019, ທີ່ກອງ 871, ພະແນກແມ່ຍິງກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົບກ່ຽວກັບວິຊາການວຽກງານແມ່ຍິງ ແລະ ຂະບວນການແມ່ຍິງໃຫ້ແກ່ພະນັກງານແມ່ຍິງກອງທັບປະຊາຊົນລາວ ປີ 2019.