ກອງປະຊຸມຂັ້ນສູງສາກົນດ້ວຍຫົວຂໍ້ວ່າ “ເພີ່ມທະວີບົດບາດ ຂອງແມ່ຍິງໃນການສ້າງສາ ແລະ ປັບປຸງສັນຕິພາບ"

06:28 | 09/12/2020

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ
ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ
ກອງປະຊຸມຂັ້ນສູງສາກົນດ້ວຍຫົວຂໍ້ວ່າ “ເພີ່ມທະວີບົດບາດ ຂອງແມ່ຍິງໃນການສ້າງສາ ແລະ ປັບປຸງສັນຕິພາບ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VGP)

ໃນ​ລະ​ຫວ່າງວັນ​ທີ 7 – 9 ທັນວາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ ສປຊ ຈັດຕັ້ງກອງປະຊຸມຂັ້ນສູງສາກົນດ້ວຍຫົວຂໍ້ວ່າ “ເພີ່ມທະວີບົດບາດ ຂອງແມ່ຍິງໃນການສ້າງສາ ແລະ ປັບປຸງສັນຕິພາບ: ຈາກຄຳໝັ້ນສັນຍາ ໄປສູ່ໝາກຜົນ” ພາຍໃຕ້ຮູບການປະສານສົມທົບ ລະຫວ່າງທາງອອນລາຍ ແລະ ໂດຍກົງ ຢູ່ຮ່າໂນ້ຍ.

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ, ທ່ານກໍ່ປາດຖະໜາຢາກໃຫ້ປະຊາຄົມສາກົນ ສືບຕໍ່ຢັ້ງຢືນໃຫ້ຄຳໝັ້ນສັນຍາ, ຍົກອອກບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີບົດບາດ, ການເຂົ້າຮ່ວມ ຂອງແມ່ຍິງ ຢ່າງແທດຈິງ ໃນການສ້າງສາ ແລະ ປັບປຸງສັນຕິພາບ.

ທີ່ກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ກໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເສີມຂະຫຍາຍບົດບາດ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງແມ່ຍິງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງແມ່ຍິງ ແລະ ຊຸກຍູ້ຄວາມສະເໝີພາບລະຫ່ວາງຍິງຊາຍໃນບັນດາຂົງເຂດທັງໝົດຄື ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ.

ກອງປະຊຸມລວມມີ 5 ວາລະປະຊຸມຄົບຄະນະ ແລະ 4 ວາລະປຶກສາຫາລືຕາມຫົວເລື່ອງ, ໂດຍສຸມໃສ່ກ່ຽວກັບບັນດາມາດຕະການຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງ ແລະ ຮັບປະກັນປັດໄຈເພດໄວໃນການສ້າງສາ ແລະ ປັບປຸງສັນຕິພາບ. ກອງປະຊຸມຄາດວ່າຈະຮັບຮອງເອົາຄຳໝັ້ນສັນຍາ ການກະທຳ ຮ່າໂນ້ຍ ໂດຍຫວຽດນາມສ້າງ.

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020

ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆປີ ພ້ອມກັນ ໃນທົ່ວໂລກ ເລີ່ມແຕ່ ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ. ສຳລັບປີ 2020 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສະໜັບສະໜູນທຶນ, ການຊ່ວຍເຫລືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງສອດຄ່ອງກັບຈິດໃຈ ຂອງຂະບວນ ການລຶບລ້າງ ...

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

ອົງການ UNFPA ມອບຊຸດເຄື່ອງໃຊ້ຈໍາເປັນໃຫ້ສະຫະພັນແມ່ຍິງລາວ ເພື່ອນຳໄປຊ່ວຍດຫລືອຜູ້ປະສົບໄພນ້ຳຖ້ວມ

ຍສໝ - ໃນວັນທີ 6 ພະຈິກ 2020 ທີ່ສູນກາງສະຫະພັນແມ່ຍິງລາວ, ອົງການສະຫະປະຊາຊາດ ກອງທຶນສຳລັບ ປະຊາກອນ (UNFPA) ໄດ້ນຳເອົາຊຸດອຸປະກອນເຄື່ອງ ໃຊ້ຈໍາເປັນ ຈຳນວນ 200 ຊຸດ ມາມອບໃຫ້ຫ້ອງ ການສູນກາງສະຫະພັນແມ່ຍິງລາວ ເພື່ອນຳໄປແຈກຢາຍ ໃຫ້ແກ່ຄອບຄົວ ຜູ້ປະສົບໄພນ້ຳຖ້ວມ ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍຍິງ ...

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.