ກອງປະຊຸມສຳມະນາ “ນຳໃຊ້ທັກສະການເງິນດີຈີຕອນ ສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າການ"

11:27 | 09/12/2020

ຍ​ສ​ໝ - ທ່ານ​ບຸຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ປີ 2020 ແມ່ນ​ປີ​ແຫ່ງ​ຂີດ​ໝາຍ​ຂອງ APEC ດ້ວຍ​ການ​ຮັບ​ຮອງ​ເອົາ​ວິ​ໄສ​ທັດ APEC ຮອດ​ປີ 2040 ກຳ​ນົດ​ທິດ​ໃຫ້​ແກ່​ການ​ຮ່ວມ​ມື APEC ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ ແລະ ຫັນ​ເປັນ​ດີ​ຈີ​ຕອນ.

ກອງປະຊ ມສຳມະນາ ນຳໃຊ ທ ກສະການເງ ນດ ຈ ຕອນ ສຳລ ບວ ສາຫະກ ດ ຂະໜາດນ ອຍ ແລະ ກາງ ໂດຍແມ ຍ ງເປ ນເຈ າການ ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ
ກອງປະຊ ມສຳມະນາ ນຳໃຊ ທ ກສະການເງ ນດ ຈ ຕອນ ສຳລ ບວ ສາຫະກ ດ ຂະໜາດນ ອຍ ແລະ ກາງ ໂດຍແມ ຍ ງເປ ນເຈ າການ ຫວຽດ​ນາມ​ຈັດ​ຕັ້ງ ການໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຊຸກ​ຍູ້​ສິດ​ອຳ​ນາດ​ດ້ານ​ເສດ​ຖະ​ກິດ​ຂອງແມ່​ຍິງ
ກອງປະຊ ມສຳມະນາ ນຳໃຊ ທ ກສະການເງ ນດ ຈ ຕອນ ສຳລ ບວ ສາຫະກ ດ ຂະໜາດນ ອຍ ແລະ ກາງ ໂດຍແມ ຍ ງເປ ນເຈ າການ
ກອງປະຊຸມສຳມະນາ “ນຳໃຊ້ທັກສະການເງິນດີຈີຕອນ ສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າການ (ພາບ: baoquocte.vn)

ຕອນເຊົ້າວັນທີ 8 ທັນວາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບຄະນະເລຂາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຈັດກອງປະຊຸມສຳມະນາ “ນຳໃຊ້ທັກສະການເງິນດີຈີຕອນ ສຳລັບວິສາຫະກິດ ຂະໜາດນ້ອຍ ແລະ ກາງ ໂດຍແມ່ຍິງເປັນເຈົ້າການ (MSMEs) ເພື່ອແນໃສ່ຊຸກຍູ້ການເຕີບໂຕກວມລວມ ດ້ວຍຜົນສະທ້ອນຈາກໂລກລະບາດໂຄວິດ - 19” ໂດຍມີການເຂົ້າຮ່ວມຂອງຜູ້ແທນສາກົນ ແລະ ຫວຽດນາມ ເກືອບ 80 ຄົນ ຢູ່ ສະຖານທີ່ເຊື່ອມຕໍທາງໄກ ກ່ວາ 30 ຈຸດ ຂອງ 21 ປະເທດສະມາຊິກ APEC ແລະ 5 ອົງການຈັດຕັ້ງສາກົນ ແລະ ພາກພື້ນ.ກອງປະຊຸມສຳມະນາແມ່ນຂໍ້ລິເລີ່ມໂດຍຫວຽດນາມ ສ້າງ, ສະເໜີ ແລະ ໄດ້ຮັບຮອງຈາກກຸ່ມຄູ່ຮ່ວມມືນະໂຍບາຍແມ່ຍິງ ແລະ ເສດຖະກິດ APEC ໃນປີ 2019.

ທ່ານ​ບຸຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ໄຂ​ກອງ​ປະ​ຊຸມ​ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ Rebecca Fatima Sta Maria ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ ຄະ​ນະ​ເລ​ຂາ APEC ແລະ ທ່ານ Francois Painchaud ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຫ້ອງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ປະ​ຈຳ​ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ບຸຍ​ແທັງ​ເຊີນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ປີ 2020 ແມ່ນ​ປີ​ແຫ່ງ​ຂີດ​ໝາຍ​ຂອງ APEC ດ້ວຍ​ການ​ຮັບ​ຮອງ​ເອົາ​ວິ​ໄສ​ທັດ APEC ຮອດ​ປີ 2040 ກຳ​ນົດ​ທິດ​ໃຫ້​ແກ່​ການ​ຮ່ວມ​ມື APEC ໃນ​ຊຸມ​ທົດ​ສະ​ວັດ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ການ​ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ ແລະ ຫັນ​ເປັນ​ດີ​ຈີ​ຕອນ.

Fintech ພວມ​ສວມ​ບົດ​ບາດ​ຢູ່​ແຖວ​ໜ້າ​ໃນ​ການ​ຊຸກ​ຍູ້​ການກວມ​ລວມ​ດ້ານ​ການ​ເງິນ​ໃນ​ບັນ​ດາ​ວິ​ກິດ​ການ​ເສດ​ຖະ​ກິດ, ນຳ​ໃຊ້​ Fintech ຢ່າງ​ມີ​ປະ​ສິດ​ທິ​ຜົນ ຊ່ວຍ MSMEs ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ, ກໍ່​ຄື​ບັນ​ດາ​ກຸ່ມ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່​ອື່ນໆ​ນຳ​ໃຊ້​ແຫຼ່ງ​ການ​ເງິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ເຊິ່ງ​ໃນ​ໄລ​ຍະ​ກ່ອນ​ຍາກ​ທີ່​ຈະ​ສຳ​ຜັດ​ໄດ້​ຜ່ານ​ບັນ​ດາ​ທະ​ນາ​ຄານ ແລະ ອົງ​ການ​ການ​ເງິນ​ແບບ​ເກົ່າ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ນາງ Rebeca Fatima Sta Maria, ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາ APEC ເນັ້ນໜັກວ່າ APEC ຄວນສືບຕໍ່ສວມບົດບາດນຳພາແຖວໜ້າໃນສະພາບການປະສົບກັບຄວາມຫຍຸ້ງຍາກຄືໃນປັດຈຸບັນ, ຕ້ອງຖືແມ່ຍິງເປັນໃຈກາງຂອງວິວັດການຟື້ນຟູເສດຖະກິດ. ບັນດາສະມາຊິກ APEC ຕ້ອງສຸມໃສ່ເຂົ້າການແກ້ໄຂບັນດາສິ່ງທ້າທາຍກໍ່ຄື ບົດບາດ ແລະ ການປະກອບສ່ວນຂອງແມ່ຍິງເຂົ້າໃນການຮັບມືກັບໂລກລະບາດ ໂຄວິດ - 19 ແລະ ວິວັດການຟື້ນຟູ ການເຕີບໂຕ ເສດຖະກິດ.

ກອງປະຊ ມສຳມະນາ ນຳໃຊ ທ ກສະການເງ ນດ ຈ ຕອນ ສຳລ ບວ ສາຫະກ ດ ຂະໜາດນ ອຍ ແລະ ກາງ ໂດຍແມ ຍ ງເປ ນເຈ າການ ກອງປະຊຸມຂັ້ນສູງສາກົນດ້ວຍຫົວຂໍ້ວ່າ “ເພີ່ມທະວີບົດບາດ ຂອງແມ່ຍິງໃນການສ້າງສາ ແລະ ປັບປຸງສັນຕິພາບ"

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນ ວ່າ ຫວຽດນາມ ຖືການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການເພີ່ມທະວີບົດບາດຂອງແມ່ຍິງໃນການສ້າງສັນຕິພາບ ແມ່ນບັນດາບຸລິມະສິດນະໂຍບາຍສຳຄັນ ນັບທັງພາຍໃນປະເທດ ແລະ ໃນເວທີສາກົນ

ກອງປະຊ ມສຳມະນາ ນຳໃຊ ທ ກສະການເງ ນດ ຈ ຕອນ ສຳລ ບວ ສາຫະກ ດ ຂະໜາດນ ອຍ ແລະ ກາງ ໂດຍແມ ຍ ງເປ ນເຈ າການ ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020

ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆປີ ພ້ອມກັນ ໃນທົ່ວໂລກ ເລີ່ມແຕ່ ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ. ສຳລັບປີ 2020 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສະໜັບສະໜູນທຶນ, ການຊ່ວຍເຫລືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງສອດຄ່ອງກັບຈິດໃຈ ຂອງຂະບວນ ການລຶບລ້າງ ...

ກອງປະຊ ມສຳມະນາ ນຳໃຊ ທ ກສະການເງ ນດ ຈ ຕອນ ສຳລ ບວ ສາຫະກ ດ ຂະໜາດນ ອຍ ແລະ ກາງ ໂດຍແມ ຍ ງເປ ນເຈ າການ ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.