ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ ກຸ່ມ​ແມ່​ຍິງ​ປະ​ຊາ​ຄົ​ມ ອາ​ຊຽນ ຢູ່ ຮ່າໂນ້ຍ

11:42 | 05/03/2020

ຍສໝ - ບັນດາສະມາຊິກ AWCH ໄດ້ສະແດງຄວາມຮັກແພງຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ບັນດາບົດບາດທີ່ຕັ້ງໜ້າ ແລະ ການປະກອບສ່ວນພົ້ນເດັ່ນຂອງ ແມ່ຍິງ ຫວຽດນາມ, ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຕົນເພື່ອເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ຊາວຫວຽດນາມ.

ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ ກຸ່ມ​ແມ່​ຍິງ​ປະ​ຊາ​ຄົ​ມ ອາ​ຊຽນ  ຢູ່ ຮ່າໂນ້ຍ

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ຕ້ອນຮັບກຸ່ມແມ່ຍິງປະຊາຄົມອາຊຽນ. (ພາບ: TTXVN)

ຕອນບ່າຍວັນທີ 04 ມີນາ ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບກຸ່ມແມ່ຍິງປະຊາຄົມອາຊຽນ ໂດຍທ່ານນາງ ເອກອັກຄະລັດຖະທູດ ຫງວຽນຫງວຽດງາ ປະທານກຽດຕິມະສັກກຸ່ມແມ່ຍິງດັ່ງກ່າວ ຢູ່ຮ່າໂນ້ຍ ເປັນຫົວໜ້າຄະນະ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ແຫ່ງວັນແມ່ຍິງສາກົນ ຄືວັນທີ 8 ມີນາ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ສະແດງຄວາມຫວັງວ່າ ໃນໄລຍະທີ່ຈະມາເຖິງ ກຸ່ມແມ່ຍິງ ຈະສືບຕໍ່ເອົາໃຈໃສ່ເຖິງການດໍາລົງຊີວິດຂອງປະຊາຊົນເວົ້າລວມ ແລະ ແມ່ຍິງເດັດນ້ອຍເວົ້າສະເພາະ, ພິເສດແມ່ນເອົາໃຈໃສ່ເຖິງແມ່ຍິງ ບັນດາຜູ້ດ້ອຍໂອກາດໃນສັງຄົມ.

ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຂອງ ກຸ່ມ​ແມ່​ຍິງ​ປະ​ຊາ​ຄົ​ມ ອາ​ຊຽນ  ຢູ່ ຮ່າໂນ້ຍ

ທ່ານນາງ ເຈືອງທິມາຍຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ແລະ ບັນດາຜູ້ແທນ AWCH. (ພາບ: dangcongsan.vn)

ວັນທີ 3 ມີນາ, ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ (AWCH) ໂດຍທ່ານນາງ ຫງວຽນຫງວຽດງາ, ປະທານກິດຕິມະສັກ AWCH, ນຳໜ້າ, ໄດ້ເຂົ້າຄ່ຳນັບທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ທີ່ການຕ້ອນຮັບ, ທ່ານນາງເຈືອງທິມາຍ ແບ່ງປັນບັນດາຄວາມກ້າວໜ້າໃນຂົງເຂດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ຢູ່ ຫວຽດນາມໃນໄລຍະຜ່ານມາ, ພ້ອມທັງ ຢັ້ງຢືນວ່າ ແມ່ຍິງ ຫວຽດນາມ ນັບມື້ນັບເປັນເຈົ້າການ, ຕັ້ງໜ້າ ແລະ ຢັ້ງຢືນຕົນເອງໃນຫຼາຍຂົງເຂດຂອງ ຊີວິດສັງຄົມ, ໃນນັ້ນມີຂົງເຂດການຕ່າງປະເທດ.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຢ່າງເປັນທາງການຂອງ AWCH ໃນປີ ອາຊຽນ 2020 ຢູ່ ຫວຽດນາມ ເພື່ອແນໃສ່ ສະເຫຼີມສະຫຼອງ 110 ປີ ແຫ່ງວັນແມ່ຍິງສາກົນວັນທີ 8 ມີນາ. ບັນດາສະມາຊິກ AWCH ໄດ້ສະແດງຄວາມຮັກແພງຕໍ່ປະເທດຊາດ ແລະ ຊາວຫວຽດນາມ, ສະແດງຄວາມນິຍົມນັບຖືຕໍ່ບັນດາບົດບາດທີ່ຕັ້ງໜ້າ ແລະ ການປະກອບສ່ວນພົ້ນເດັ່ນຂອງ ແມ່ຍິງ ຫວຽດນາມ, ຢັ້ງຢືນບັນດາຄວາມມານະພະຍາຍາມຂອງ ຕົນເພື່ອເຂົ້າໃຈຫຼາຍກ່ວາອີກກ່ຽວກັບວັດທະນະທຳ, ຊາວຫວຽດນາມ. ນັ້ນແມ່ນບັນດາການກະທຳອັນແທດຈິງທີ່ສຸດເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງຄວາມຜູກພັນລະຫວ່ງແມ່ຍິງອາຊຽນ ຢູ່ ຮ່າໂນ້ຍ, ຍົກສູງຄວາມຮັບຮູ້ຂອງ ປະຊາຊົນກ່ຽວກັບ ປະຊາຄົມອາຊຽນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.