ບົດບາດແມ່ຍິງ ຍາມໃດກໍ່ໄດ້ຮັບການເຊີດຊູ

15:10 | 20/07/2020

ພັກ ປະຊາຊົນ ປະຕິວັດລາວ ຍາມໃດກໍ່ໄດ້ຖືສໍາຄັນໃນການເຊີດຊູບົດບາດຂອງແມ່ຍິງ. ໄລຍະເຮັດການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໃນກອງປະຊຸມສ້າງຕັ້ງພັກ ປະຊາຊົນລາວ (22 ມີນາ 1955 ) ເມື່ອກ່ອນ ກໍ່ຄືພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ ໄດ້ກໍານົດແນວທາງກ່ຽວກັບວຽກງານພັດທະນາແມ່ຍິງໄວ້ຢູ່ໃນໂຄງການດໍາເນີນງານ 12 ຂໍ້ ຂອງພັກວ່າ:“ ປະຕິບັດສິດສະເໝີພາບລະຫວ່າງເພດຍິງ ແລະ ເພດຊາຍ...”.

ບ ດບາດແມ ຍ ງ ຍາມໃດກ ໄດ ຮ ບການເຊ ດຊ ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ
ບ ດບາດແມ ຍ ງ ຍາມໃດກ ໄດ ຮ ບການເຊ ດຊ ເຮັດລະບຽບການ ຮັບ ແລະ ມອບນັກສຶກສາລາວ ໄປແຍກປ່ຽວຄັ້ງທີ 1 ຈໍານວນ 600 ກວ່າຄົນທີ່ຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຂອງແຂວງຮ່າຕິ້ງ
ບ ດບາດແມ ຍ ງ ຍາມໃດກ ໄດ ຮ ບການເຊ ດຊ
ພາບ​ປະ​ກອບ: Kpl

ໃນລະບອບໃໝ່, ລັດຖະທໍາມະນູນ ແຫ່ງ ສປປ ລາວ ໄດ້ກໍານົດໄວ້ ໃນມາດຕາ 7 (ປັບປຸງ) :“... ສະຫະພັນແມ່ຍິງລາວ... ເປັນບ່ອນສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ, ມີສິດ ແລະ ໜ້າທີ່ຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນທ້ອງຖິ່ນ ແລະ ສະມາຊິກຂອງສະພາດັ່ງກ່າວ”.

ໃນໂອກາດ ໂອ້ລົມຢູ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ1, ປະທານ ໄກສອນ ພົມວິຫານ ໄດ້ກ່າວເຊີດຊູບົດບາດຂອງແມ່ຍິງລາວບາງຕອນວ່າ: “ຜ່ານຂະບວນວິວັດແຫ່ງການຕໍ່ສູ້ເພື່ອດໍາລົງຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວ, ແມ່ຍິງລາວໄດ້ມີການອຸທິດຢ່າງໃຫຍ່ຫລວງ ເຂົ້າໃນການສ້າງໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດ ຊຶ່ງໄດ້ກາຍເປັນຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ເຊັ່ນ: ຄວາມດຸໝັ່ນຂະຫຍັນພຽນ, ບໍລິສຸດຜຸດຜ່ອງ, ມີນໍ້າໃຈເອື້ອເຟື້ອເພື່ອແຜ່, ມີນໍ້າໃຈຮັກຊາດແພງເຊື້ອ, ຮັກລູກແພງຜົວ, ມີກິລິຍາມາລະຍາດສຸພາບອ່ອນໂຍນ, ມີບົດບາດສຳຄັນຍິ່ງໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາຂອງຊາດ. ນອກຈາກນີ້, ແມ່ຍິງຍັງມີບົດບາດສໍາຄັນໃນການສ້າງຄອບຄົວ, ລ້ຽງດູສັ່ງສອນລູກເຕົ້າ”.

ຍ້ອນເຫັນບົດບາດແມ່ຍິງໃນພາລະກິດປະຕິວັດ, ພັກ ປະຊາຊົນ ປະຕິວັດລາວ ຈຶ່ງໄດ້ເອົາໃຈໃສ່ສຶກສາອົບຮົມ, ເຕົ້າໂຮມກໍາລັງແຮງຂອງແມ່ຍິງ ໂດຍການຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນໃນວັນທີ 20 ກໍລະກົດ 1955 ຊຶ່ງແມ່ນຕົ້ນກໍາເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ.

ສະຫະພັນແມ່ຍິງລາວ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງ ໃນລະບົບການເມືອງຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ, ເປັນອົງການຕົວແທນ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ແມ່ຍິງ-ເດັກນ້ອຍ ແລະ ເຄື່ອນໄຫວພາຍໃນລັດຖະທໍາມະນູນ ແລະກົດໝາຍຂອງ ສປປ ລາວ(ມາດຕາ 2 ກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ).

ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ຢ່າງສຸດໃຈ!

ບ ດບາດແມ ຍ ງ ຍາມໃດກ ໄດ ຮ ບການເຊ ດຊ ພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ

ຍສໝ - ຕອນຄ່ຳວັນທີ 18 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດສາກົນຫວຽດນາມ-ລາວ (ເມືອງ ແອັງເຊີນ, ແຂວງ ເງະອານ), ຄະນະບໍລິຫານພຸດທະສາສະໜາແຂວງ ເງະອານ ໄດ້ສົມທົບກັບຄະນະຈັດຕັ້ງງານບຸນ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຈັດພິທີສູດມົນພາວະນາອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດ.

ບ ດບາດແມ ຍ ງ ຍາມໃດກ ໄດ ຮ ບການເຊ ດຊ ເຮັດລະບຽບການ ຮັບ ແລະ ມອບນັກສຶກສາລາວ ໄປແຍກປ່ຽວຄັ້ງທີ 1 ຈໍານວນ 600 ກວ່າຄົນທີ່ຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລຕ່າງໆຂອງແຂວງຮ່າຕິ້ງ

ຍສໝ - ພາຍຫຼັງມາຮອດດ່ານຊາຍແດນສາກົນເກົ່າແຈວ, ນັກສຶກສາລາວທຸກຄົນ ຕ້ອງໄດ້ກວດສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ ແລະຈັດສົ່ງໄປແຍກປ່ຽວຢູ່ສອງແຫ່ງເປັນເວລາ 14 ມື້ຕາມຂໍ້ກໍານົດ ນັ້ນແມ່ນມະຫາວິທະຍາໄລຮ່າຕິ້ງ ແລະບໍລິສັດ Mitraco.

ບ ດບາດແມ ຍ ງ ຍາມໃດກ ໄດ ຮ ບການເຊ ດຊ ສາຍພົວພັນລະຫວ່າງລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດມີໜຶ່ງດຽວໃນໂລກ

ຍສໝ - ຈະສືບຕໍ່ເພີ່ມທະວີສົ່ງເສີມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນຂອງສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ, ໃຫ້ນັບມື້ນັ້ນແຕກດອກອອກຜົນຍິ່ງໆຂຶ້ນ.

kpl.gov.la

ເຫດການ
302 Found

Found

The document has moved here.