ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19

18:30 | 05/01/2021

ໃນວັນທີ 4 ມັງກອນ 2021 ນະຄອນຫລວງວຽງຈັນ, ອົງການອຸຍນິເຊບປະຈຳ ສປປ ລາວ ໄດ້ສະໜອງລະບົບ ໂທລະໂຄ່ງຊຸມຊົນ ລວມມີ ໂທລະໂຄງ, ເຄື່ອງຂະຫຍາຍສຽງ ແລະ ໄມໂຄໂຟນ ຈໍານວນ 50 ຊຸດ ໃຫ້ແກ່ສະຫະພັນແມ່ຍິງ 50 ບ້ານ ຢູ່ໃນແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ເມືອງສັງທອງ ນະຄອນຫລວງວຽງຈັນ, ເພື່ອນໍາໃຊ້ເຂົ້າໃນການໂຄສະນາ ໃຫ້ຄວາມຮູ້ແກ່ຊຸມຊົນ ກ່ຽວກັບພະຍາດ ໂຄວິດ-19 ແລະ ມາດຕະການຄວາມປອດໄພຕ່າງໆ ເພື່ອປ້ອງກັນການຕິດເຊື້ອ ພະຍາດດັ່ງກ່າວ. ພ້ອມກັນນີ້, ກໍເພື່ອປົກປ້ອງແມ່ຍິງ ແລະ ເດັກ ຈາກພະຍາດໂຄວິດ-19 ທັງເປັນການສົ່ງເສີມ ສິດທິຂອງເຂົາໃນຂັ້ນບ້ານ, ເຊິ່ງບັນດາແມ່ຍິງດັ່ງກ່າວ ຍັງຈະໄດ້ຮັບການຝຶກອົບຮົມ ກ່ຽວກັບການນຳໃຊ້ ອຸປະກອນດັ່ງກ່າວອີກດ້ວຍ.

ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19 ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19
ການນຳຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍສະເຫຼີມສະຫຼອງວັນເອກະລາດ ຂອງສາທາລະນະລັດສະຫະພັນມຽນມາ ການນຳຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍສະເຫຼີມສະຫຼອງວັນເອກະລາດ ຂອງສາທາລະນະລັດສະຫະພັນມຽນມາ

ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19
ສ້າງຄວາມເຂັ້ມແຂງໃຫ້ສະຫະພັນແມ່ຍິງທ້ອງຖິ່ນ ໃນການຕອບໂຕ້ໂຄວິດ-19.

ທ່ານ ນາງ ບົວຈັນ ສີຫານາດ ຮອງປະທານສູນກາງ ສະຫະພັນແມ່ຍິງລາວ ກ່າວວ່າ: ພວກເຮົາສາມາດຄວບຄຸມ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ມາຮອດທຸກມື້ນີ້ໄດ້ ກໍຍ້ອນ ໄດ້ຮັບການສະໜັບສະໜູນ ຈາກບັນດາຄູ່ຮ່ວມງານ ຂອງພວກເຮົາ, ແຕ່ການສືບຕໍ່ຮັດແໜ້ນ ບັນດາມາດຕະການ ເພື່ອກຽມພ້ອມຕໍ່ສູ້ ກັບພະຍາດດັ່ງກ່າວ ແມ່ນມີຄວາມຈໍາເປັນຫລາຍທີ່ສູດ. ໃນການປະ ຕິບັດວຽກງານດັ່ງກ່າວນີ້, ພວກເຮົາຕ້ອງສືບຕໍ່ ເຜີຍແຜ່ຄວາມຮູ້ ແຈ້ງໃຫ້ປະຊາຊົນຮັບຊາບ ກ່ຽວກັບ ມາດຕະການປ້ອງກັນຕ່າງໆ ເພື່ອໃຫ້ພວກເຂົາຮູ້ ຮັກສາຕົນເອງໃຫ້ປອດໄພ ໃນກໍລະນີທີ່ເກີດການ ແຜ່ລະບາດອີກຮອບໃໝ່, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກ ທີ່ມີຄວາມສ່ຽງຫລາຍທີ່ສຸດ.

ທ່ານ ນາງ ເພຍ ຣີເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນິເຊບ ປະຈຳ ສປປ ລາວ ກ່າວວ່າ: ການເຜີຍແຜ່ຂໍ້ມູນ ຂ່າວສານທີ່ບໍ່ຖືກຕ້ອງ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ໄດ້ກາຍເປັນອຸປະສັກທີ່ໃຫຍ່ຫລວງ. ອົງການອຸຍນິເຊບ ໄດ້ເຮັດວຽກຢ່າງໃກ້ຊິດ ກັບລັດຖະບານ ສປປ ລາວ, ໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ທີ່ມີການອ້າງອີງ ທາງດ້ານວິທະຍາສາດ ກ່ຽວກັບການຮັກສາຕົນເອງໃຫ້ປອດໄພ ແລະ ສົ່ງເສີມການລ້າງມື ດ້ວຍສະບູ, ການນຳໃຊ້ຜ້າອັດປາກ-ດັງ ແລະ ການຮັກສາໄລຍະຫ່າງ. ພວກເຮົາໄດ້ສ້າງຄູ່ມື ແລະ ສະປອດໂຄສະນາ ທີ່ສາມາດໃຫ້ຂໍ້ມູນກະ ຈາຍສຽງ ໂດຍຜ່ານໂທລະໂຄງ ທີ່ໄດ້ມອບຮັບໃນຄັ້ງນີ້. ຄວາມພະຍາຍາມທັງໝົດນີ້, ແມ່ນເພື່ອຈະເອົາຊະນະ ຕໍ່ຕ້ານກັບການລະບາດ ຂອງພະຍາດດັ່ງກ່າວ ເພື່ອປະກອບສ່ວນເຂົ້າ ໃນການຮັກສາຜົນສຳເລັດ ຈາກການຕໍ່ສູ້ຢ່າງໜັກໜ່ວງ ໃນດ້ານການປັບປຸງ ການເປັນຢູ່ທີ່ດີຂອງເດັກ.

ອົງການອຸຍນິເຊບ ໄດ້ໃຫ້ຄໍາໝັ້ນສັນຍາຢ່າງໜັກແໜ້ນ ໃນການເສີມສ້າງຄວາມເຂັ້ມແຂງ ເຮັດວຽກຮ່ວມກັບລັດຖະບານ ສປປ ລາວ ເພື່ອແກ້ໄຂ ຜົນກະທົບ ທີ່ເກີດຈາກການແຜ່ລະບາດ ຂອງພະ ຍາດໂຄວິດ-19 ແລະ ໃຫ້ການສະໜັບສະໜູນ ການຕອບໂຕ້ ຕໍ່ການລະບາດ ຂອງພະຍາດດັ່ງກ່າວ ຢູ່ ສປປ ລາວ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.