ວຽກງານການຄຸ້ມຄອງຄຸກ ທີ່ເອົາໃຈໃສ່ເຖິງເລື່ອງເພດ ແລະ ນັກໂທດແມ່ຍິງ

11:52 | 25/12/2020

ຍສໝ - ແຕ່ວັນທີ 22 ຫາວັນທີ 24 ທັນວາ 2020, ກົມການຕ່າງປະເທດ ໄດ້ຮ່ວມມືກັບກົມຕຳຫຼວດຄຸ້ມຄອງຄ້າຍຄຸມຂັງ, ສະຖາບັນການສຶກສາພາກບັງຄັບ, ໂຮງຮຽນດັດສ້າງ, ກົມຕຳຫຼວດເພື່ອຄຸ້ມຄອງ, ຈຳຄຸກຊົ່ວຄາວ ແລະ ຕັດສິນການພິພາກສາອາຊະຍາກຳໃນຊຸມຊົນ ແລະ ຫ້ອງການປ້ອງກັນ ແລະ ຕ້ານຢາເສບຕິດ ແລະ ອາຊະຍາກຳສະຫະປະຊາຊາດ (UNODC) ໄດ້ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບການຄຸ້ມຄອງຄ້າຍຄຸມຂັງຢູ່ນະຄອນໂຮ່ຈີມິນ.

ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ພິ​ເສດ​ຂອງ​ຄະ​ນະ​ກຳ​ມ​ະ​ການລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ ສິດທິມະນຸດ
ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ ໄຂກອງປະຊຸມຄະນະກຳມະການ ລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ ຄັ້ງທີ 31

ແຕ່ວັນທີ 22 ຫາວັນທີ 24 ທັນວາ 2020, ກົມການຕ່າງປະເທດ ໄດ້ຮ່ວມມືກັບກົມຕຳຫຼວດຄຸ້ມຄອງຄ້າຍຄຸມຂັງ, ສະຖາບັນການສຶກສາພາກບັງຄັບ, ໂຮງຮຽນດັດສ້າງ, ກົມຕຳຫຼວດເພື່ອຄຸ້ມຄອງ, ຈຳຄຸກຊົ່ວຄາວ ແລະ ຕັດສິນການພິພາກສາອາຊະຍາກຳໃນຊຸມຊົນ ແລະ ຫ້ອງການປ້ອງກັນ ແລະ ຕ້ານຢາເສບຕິດ ແລະ ອາຊະຍາກຳສະຫະປະຊາຊາດ (UNODC) ໄດ້ຈັດກອງປະຊຸມຖ່າຍທອດສົດ ກ່ຽວກັບການຄຸ້ມຄອງຄ້າຍຄຸມຂັງຢູ່ນະຄອນໂຮ່ຈີມິນ.

ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ
ທ່ານພົນໂທ ຫງວຽນມີງຮຽວ - ຮອງຫົວໜ້າພະແນກການຕ່າງປະເທດ ກ່າວຄຳເຫັນ. (ພາບ: thoidai.com.vn)

ກອງປະຊຸມຖ່າຍທອດສົດ ກ່ຽວກັບວຽກງານການຄຸ້ມຄອງຄ້າຍຄຸມຂັງ ໄດ້ຈັດຕັ້ງດ້ວຍຈຸດປະສົງ ເພື່ອເພີ່ມທະວີການແລກປ່ຽນປະສົບການ ແລະ ຄວາມຮູ້ໃນຂະບວນການຄຸ້ມຄອງຄຸກ, ນັກໂທດຍິງ ແລະ ປັບປຸງຄຸນະພາບຂອງຜູ້ບໍລິຫານຄຸກ.

ກອງປະຊຸມສຳມະນາດັ່ງກ່າວ ມີການເຂົ້າຮ່ວມຂອງຜູ້ແທນ 28 ຄົນ ທີ່ເຮັດວຽກໃນຂົງເຂດການຄຸ້ມຄອງຜູ້ກະທຳຜິດຈາກບັນດາຄຸກ, ຈຳຄຸກຊົ່ວຄາວ, ໂຮງຮຽນດັດສ້າງ ພາຍໃຕ້ກະຊວງປ້ອງກັນຄວາມສະຫງົບ ແລະ ຕຳຫຼວດແຂວງ.

ກ່າວຄຳເຫັນທີ່ພິທີ, ໃນວັນທີ 22 ທັນວາ 2020, ທ່ານພັນໂທ ຫງວຽນມີງຮຽວ - ຮອງຫົວໜ້າກົມພົວພັນການຕ່າງປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການດຳເນີນຄະດີໂທດຈຳຄຸກ ໃນພາລະກິດຄວາມໝັ້ນຄົງ ແລະ ປ້ອງກັນຄວາມສະຫງົບຂອງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ.

ຄຽງຂ້າງນັ້ນ, ທ່ານຫງວຽນມີງຮຽວ ໄດ້ຊີ້ແຈ້ງບັນດາສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກທີ່ເກີດຂື້ນໃນວຽກງານສຶກສາອົບຮົມ ແລະ ດັດສ້າງນັກໂທດໃນສະພາບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ມີບັນຫາໃໝ່ຫຼາຍຢ່າງ, ສົ່ງຜົນກະທົບຢ່າງຫຼາຍຝ່າຍກັບທຸກຂົງເຂດຂອງຊີວິດສັງຄົມ.

ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ
ກອງປະຊຸມວຽກງານການຄຸ້ມຄອງຄ້າຍຄຸມຂັງ ທີ່ເອົາໃຈໃສ່ເຖິງເລື່ອງເພດ ແລະ ນັກໂທດແມ່ຍິງ. (ພາບ: thoidai.com.vn)

ໃນກອງປະຊຸມ, ພາຍໃຕ້ການຊີ້ນຳຢ່າງຖ່າຍທອດສົດ ຂອງ ທ່ານ.ດຣ Alison Granger-Brown, ຜູ້ທີ່ປຶກສາຂອງ UNODC ກ່ຽວກັບກິດຈະກຳການຄຸ້ມຄອງຜູ້ກະທຳຜິດ, ບັນດາຜູ້ແທນໄດ້ມາຮ່ວມກັນຄົ້ນຄວ້າບັນຫາທີ່ກ່ຽວຂ້ອງກັບຄຸກ, ສຸມໃສ່ວິທີການປັບປຸງທັກສະວິຊາຊີບ.

ນອກຈາກນີ້, ກອງປະຊຸມໄດ້ປຶກສາຫາລືບາງກໍລະນີຂອງການແກ້ໄຂນັກໂທດຄວາມຮຸນແຮງ, ບັນຫາທີ່ກ່ຽວກັບການຮູ້ສຶກໄວເພດຍິງຊາຍ. ໃນກອງປະຊຸມ, ບັນດາຜູ້ແທນກໍ່ແລກປ່ຽນຂໍ້ໄດ້ປຽບ ແລະ ຂໍ້ເສຍປຽບຂອງຜູ້ຄຸ້ມຄອງຄຸກຢູ່ຫວຽດນາມ, ສະເໜີບາງວິທີການແກ້ໄຂເພື່ອຍົກສູງຄຸນນະພາບວຽກງານ.

ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ ຫວຽດນາມ ຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ກະຊວງການຕ່າງປະເທດຫວຽດນາມ ສົມທົບກັບໂຄງການພັດທະນາ ສປຊ ຢູ່ຫວຽດນາມ ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ປົກປ້ອງສິດທິມະນຸດໃນສະພາບພະຍາດໂຄວິດ-19.

ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ພິ​ເສດ​ຂອງ​ຄະ​ນະ​ກຳ​ມ​ະ​ການລະ​ຫວ່າງ​ລັດ​ຖະ​ບານ ອາ​ຊຽນ ກ່ຽວ​ກັບ ສິດທິມະນຸດ

ໃນລະຫວ່າງວັນທີ 25-27 ສິງຫາ, ຫວຽດນາມ ໃນຖານະຕຳແໜ່ງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR), ໄດ້ເປັນປະທານກອງປະຊຸມພິເສດຂອງ AICHR ຜ່ານທາງອອນລາຍ. ນີ້ແມ່ນກອງປະຊຸມຢ່າງເປັນທາງການຄັ້ງທີ 3 ໃນປີ 2020 ໂດຍ ຫວຽດນາມ ເປັນປະທານ.

ວຽກງານການຄ ມຄອງຄ ກ ທ ເອ າໃຈໃສ ເຖ ງເລ ອງເພດ ແລະ ນ ກໂທດແມ ຍ ງ ຫວຽດນາມ ປົກປ້ອງ ແລະ ຊຸກຍູ້ ສິດທິມະນຸດຢ່າງເຂັ້ມງວດ

ທີ່ກອງປະຊຸມຮັບຮອງເອົາບົດລາຍງານແຫ່ງຊາດຂອງຫວຽດນາມ ຕາມກົນໄກກວດກາປະຈຳໄລຍະກ່ຽວກັບສິດທິມະນຸດຮອບທີ 3 ຢູ່ ສະຫະປະຊາຊາດ, ຕົ້ນເດືອນກໍລະກົດຜ່ານມາ, ຫວຽດນາມ ໄດ້ກວດກາຄືນ ແລະ ແຈ້ງໃຫ້ຊາບວ່າ ຈະປະຕິບັດ 241 ໃນຈຳນວນ 291 ຂໍ້ສະເໜີແນະເຊິ່ງບັນດາປະເທດໄດ້ຍົກອອກມາ, ບັນລຸອັດຕາເກືອບ 83%.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.