ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2020

11:45 | 26/11/2020

ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໄດ້ຈັດຂຶ້ນທຸກໆປີ ພ້ອມກັນ ໃນທົ່ວໂລກ ເລີ່ມແຕ່ ວັນທີ 25 ພະຈິກ ຫາ ວັນທີ 10 ທັນວາ. ສຳລັບປີ 2020 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ການສະໜັບສະໜູນທຶນ, ການຊ່ວຍເຫລືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຊຶ່ງສອດຄ່ອງກັບຈິດໃຈ ຂອງຂະບວນ ການລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ໄດ້ໃນປີ 2030 ພາຍໃຕ້ການນຳຂອງທ່ານ ແອນໂຕນິໂອ  ກວາເຕີເຣສ (Antonio Guterres) ເລຂາທິການໃຫຍ່ຂອງ ອົງການສະຫະປະຊາຊາດ.

ສານຂອງພະນະທ ານ ທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນ ໂອກາດລະນ ກວ ນສາກ ນເພ ອລ ບລ າງຄວາມຮ ນແຮງຕ ແມ ຍ ງ ແລະ ເດ ກຍ ງ ວ ນທ 25 ພະຈ ກ 2020 ພິທີມອບ-ຮັບງົບປະມານໜູນຊ່ວຍການກໍ່ສ້າງໂຄງການມິດຕະພາບການທະຫານປີ 2020 ໃຫ້ແກ່ກອງບັນຊາການທະຫານແຂວງຈໍາປາສັກ ສປປ.ລາວ
ສານຂອງພະນະທ ານ ທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນ ໂອກາດລະນ ກວ ນສາກ ນເພ ອລ ບລ າງຄວາມຮ ນແຮງຕ ແມ ຍ ງ ແລະ ເດ ກຍ ງ ວ ນທ 25 ພະຈ ກ 2020 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ
ສານຂອງພະນະທ ານ ທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນ ໂອກາດລະນ ກວ ນສາກ ນເພ ອລ ບລ າງຄວາມຮ ນແຮງຕ ແມ ຍ ງ ແລະ ເດ ກຍ ງ ວ ນທ 25 ພະຈ ກ 2020

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນທົ່ວໂລກ ສຳລັບປີນີ້ ໄດ້ດຳເນີນໄປໃນທ່າມກາງ ການແພ່ລະບາດ ຂອງພະຍາດ COVID-19 ທີ່ຍັງຢູ່ໃນທ່ຽງອ່ຽງ ເພີ່ມຂຶ້ນ ຢ່າງຮ້າຍແຮງ. ຢູ່ຫລາຍປະເທດ, ການແພ່ລະບາດ ຂອງພະຍາດດັ່ງກ່າວ ໄດ້ກາຍເປັນປັດໄຈໜຶ່ງພາໃຫ້ ເກີດຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ເນື່ອງຈາກການແພ່ລະບາດ ຂອງພະຍາດພາ ໃຫ້ເກີດການຂາດ ເຂີນອາຫານ, ບໍ່ມີວຽກເຮັດງານທຳ, ບໍ່ມີຄວາມໝັ້ນຄົງ ທາງດ້ານເສດຖະກິດ, ມີການປິດໂຮງຮຽນ, ກະແສການເຄື່ອນ ຍ້າຍແຮງງານ ແລະ ໄພຂົ່ມຂູ່ຄວາມບໍ່ສະຫງົບ ຕໍ່ພົນລະເມືອງເຮັດໃຫ້ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນຮູບແບບຕ່າງໆ ເພີ່ມຂຶ້ນ ໂດຍສະເພາະ ຄວາມຮຸນແຮງທາງຮ່າງກາຍ ແລະ ຈິດໃຈທີ່ມີຄວາມສ່ຽງສູງ ເຮັດໃຫ້ເດັກຍິງຖືກລ່ວງ ລະເມີດທາງເພດ ແລະ ການແຕ່ງດອງ ໃນໄວເດັກເພີ່ມຂຶ້ນ.

ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງປີ 2020 ຢູ່ ສປປ ລາວ ດຳເນີນໄປໃນທ່າມກາງ ບັນຍາກາດທີ່ມີຄວາມໝາຍ ຄວາມສຳຄັນເພາະ ເປັນປີສະຫລຸບມ້ວນທ້າຍ ການຈັດ ຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຍັງຢູ່ໃນໄລຍະ ການກະກຽມ ສະເຫລີມສະຫລອງ ຊາດທີ 2 ທັນວາຄົບຮອບ 45 ປີ. ການລະນຶກວັນດັ່ງກ່າວນີ້ ເພື່ອປຸກລະດົມ ໃຫ້ທຸກຮຸ່ນຄົນ ໃນທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງ ຖືກຕ້ອງວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລ່ວງລະເມີດ ສິດທິມະນຸດ ຂັ້ນພື້ນຖານຂອງແມ່ ຍິງ ເພື່ອທຸກຄົນຈະໄດ້ ພ້ອມກັນ ສົ່ງເສີມ ແລະ ປະຕິບັດສິດສະເໝີພາບ ຍິງ-ຊາຍ ເຮັດໃຫ້ທຸກຄົນທົ່ວສັງ ຄົມໄດ້ຮ່ວມກັນຮ່ຳຮຽນ, ດໍາລົງຊີວິດ ແລະ ເຄື່ອນໄຫວຢ່າງມີກຽດສັກສີ ປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ, ສ້າງສັງຄົມລາວ ໃຫ້ເປັນສັງຄົມທີ່ປອດໄພ ແລະ ປາສະຈາກການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ຕະຫລອດໄລຍະ1 ປີຜ່ານມາ ເຖິງວ່າພວກເຮົາຜະເຊີນ ສະພາບການ ແລະ ຄວາມຫຍຸ້ງຍາກຫລາຍ ປະການລວມທັງບັນຫາ ໂຄວິດ-19, ແຕ່ພວກເຮົາ ຍັງສາມາດ ປະຕິບັດການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ສຳເລັດຫລາຍດ້ານເຊັ່ນ ປະຕິບັດພັນທະຕໍ່ສົນທິ ສັນຍາສາກົນທີ່ ສປປ ລາວ ພາຄີ ໂດຍການເຊື່ອມ ສານເອົາເນື້ອໃນ ຂອງສົນທິສັນຍາເຂົ້າ ໃນນິຕິກຳຂອງສ ປປ ລາວ, ປະກາດໃຊ້ກົດໝາຍ ວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ, ສຳເລັດບົດລາຍງານ ແຫ່ງຊາດ ປະຈຳໄລຍະທີ 8 ແລະ 9,ສະ ຫລຸບ 5 ປີການຈັດຕັ້ງປະຕິບັດ 3 ແຜນດຳເນີນງານແຫ່ງຊາດ ທີ່ກ່ຽວພັນກັບຄວາມ ສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ ແລະ ການຕ້ານການໃຊ້ ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ຕໍ່ເດັກໄລຍະ 2016-2020,ສ້າງ ຂະບວນການປູກຈິດສຳນຶກ ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແນວທາງ ນະໂຍບາຍຂອງ ພັກ-ລັດ ໃນການສົ່ງເສີມ ແລະ ຈັດຕັ້ງປະຕິບັດ ການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ເຖິງວ່າການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຢູ່ ສປປ ລາວໃນປີ ຜ່ານມາ ຈະມີຜົນສຳເລັດ ຫລາຍດ້ານ, ແຕ່ພວກເຮົາກໍ່ຍັງຜະເຊີນ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະຮີດຄອງປະເພນີ ແລະ ແນວຄິດຄອງເດີມ ທີ່ຫລ້າຫລັງ ແລະ ສະພາບ ຄວາມຫຍຸ້ງຍາກ ທາງເສດຖະກິດຂອງ ຄອບຄົວຍັງເປັນອຸປະສັກ ໃຫ້ແກ່ການປັບປ່ຽນ ທັດສະນະຄະຕິຂອງສັງຄົມ ທີ່ບາງຄັ້ງຍັງເຫັນວ່າການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນ ເລື່ອງທຳມະດາ, ການແຕ່ງດອງກ່ອນໄວອັນຄວນ, ການປະລະການຮຽນຂອງເດັກຍິງ ໂດຍສະເພາະ ໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ. ນອກຈາກນັ້ນ ຈໍານວນບຸກຄະລາກອນ ທີ່ເປັນຊ່ຽວຊານ ໃນວຽກງານ ດັ່ງກ່າວຍັງມີຈຳກັດ.

ໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ປີນີ້, ຂ້າພະເຈົ້າຂໍຕາງໜ້າ ໃຫ້ລັດຖະບານສະແດງ ຄວາມຊົມເຊີຍມາຍັງ ການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ,ອົງ ການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫລອດຮອດ ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນ ການປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ພ້ອມນີ້ ກໍ່ຂໍສະແດງຄວາມຂອບໃຈ ມາຍັງປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງ ທາງສັງຄົມຕ່າງໆ ທີ່ໄດ້ສະໜັບສະໜູນ ສປປ ລາວ ຈັດຕັ້ງປະຕິບັດນະໂຍບາຍ ຂອງລັດຖະບານທີ່ກ່ຽວ ຂ້ອງກັບວຽກງານດັ່ງກ່າວ.

ຂໍຮຽກຮ້ອງມາຍັງ ບັນດາການຈັດຕັ້ງ ແລະ ທຸກພາກສ່ວນຈົ່ງຍົກສູງ ຄວາມຮັບຜິດຊອບ ກວດກາຄືນອຸປະສັກ, ສິ່ງທ້າທາຍ ແລະ ຊອກຫາວິທີການແກ້ໄຂ ໃນຕໍ່ໜ້າພ້ອມ ທັງເອົາໃສ່ ປະກອບສ່ວນຈັດຕັ້ງປະ ຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະ ແຜນງານທີ່ຕິດພັນ ກັບການສົ່ງເສີມ ຄວາມສະເໝີພາບ ຍິງ-ຊາຍ ແລະ ການລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ຄຽງຄູ່ກັນນັ້ນກໍ່ສືບຕໍ່ ໂຄສະນາເຜີຍແຜ່ ແລະ ຊຸກຍູ້ການປະຕິບັດ ນິຕິກຳຕ່າງໆທີ່ກ່ຽວຂ້ອງ ກັບການ ສົ່ງເສີມຄວາມສະເໝີ ພາບຍິງ-ຊາຍ ແລະ ການຕ້ານການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ປັບປຸງຂອດການປະສານງານ ແລະ ການບໍລິການຊ່ວຍເຫລືອ ທີ່ຈຳເປັນ ແລະ ມີຄຸນນະພາບໃຫ້ແກ່ແມ່ຍິງ ແລະ ເດັກຍິງທີ່ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ໂດຍສະເພາະ ແມ່ຍິງທີ່ຢູ່ເຂດຫ່າງໄກສອກຫລີກ. ພ້ອມນີ້ ກໍ່ຮຽກຮ້ອງມາຍັງ ປະຊາຊົນ ບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມເປັນເຈົ້າການ ໃນການປ້ອງກັນ ແລະ ແກ້ໄຂເພື່ອບໍ່ໃຫ້ເກີດ ຄວາມຮຸນແຮງ ໂດຍເລີ່ມຈາກການປັບປ່ຽນ ທັດສະນະຄະຕິ ບໍ່ໃຫ້ມີການຈຳແນກ ຄວາມສະເໝີພາບຍິງ-ຊາຍ ແລະ ໃຫ້ການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍຢ່າງເໝາະສົມ.

ຂ້າພະເຈົ້າເຊື່ອໝັ້ນວ່າ: ດ້ວຍການປະກອບສ່ວນ ຂອງທຸກພາກສ່ວນ ໃນທົ່ວສັງຄົມຈະເຮັດໃຫ້ ພວກເຮົາປະສົບຜົນສຳເລັດ, ແມ່ຍິງ ແລະ ເດັກຍິງ ກໍ່ຄືຄອບຄົວ, ຊຸມຊົນ, ສັງຄົມມີສະພາບ ແວດລ້ອມທີ່ປອດໄພ ໄດ້ຮັບຄວາມຮັກ ຄວາມອົບອຸ່ນ ຄວາມຢູ່ດີກິນດີ ແລະ ມີຊີວິດທີ່ສົດໃສຕະຫລອດໄປ.

ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນ ໃຫ້ການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງໃນປີນີ້ ພາຍໃຕ້ຄຳຂວັນ: ການສະໜັບສະໜູນທຶນ, ການຊ່ວຍເຫລືອ, ການປ້ອງກັນ ແລະ ເກັບກຳຂໍ້ມູນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ”ແລະ ເດັກຍິງຈົ່ງປະສົບຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້.

ສານຂອງພະນະທ ານ ທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນ ໂອກາດລະນ ກວ ນສາກ ນເພ ອລ ບລ າງຄວາມຮ ນແຮງຕ ແມ ຍ ງ ແລະ ເດ ກຍ ງ ວ ນທ 25 ພະຈ ກ 2020 ນາຍົກລັດຖະມົນຕີ ຫວຽດນາມ: ພາຍຫລັງ 25 ປີແຫ່ງວັນສ້າງຕັ້ງການພົວພັນ, ຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກ

ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.

ສານຂອງພະນະທ ານ ທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນ ໂອກາດລະນ ກວ ນສາກ ນເພ ອລ ບລ າງຄວາມຮ ນແຮງຕ ແມ ຍ ງ ແລະ ເດ ກຍ ງ ວ ນທ 25 ພະຈ ກ 2020 ສປປ.ລາວ: ໃນ 9 ເດືອນຕົ້ນປີ 2020 ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້

ລາຍຈ່າຍປະຕິບັດໄດ້ 17.902 ຕື້ກີບ ເທົ່າກັບ 54,18% ຂອງແຜນດັດແກ້, ເຊິ່ງໂດຍລວມແລ້ວການປະຕິບັດ ລາຍຈາຍສ່ວນໃຫຍ່ແມ່ນສຸມໃສ່ເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍເປັນບູລິມະສິດ.

ສານຂອງພະນະທ ານ ທອງລ ນ ສ ສ ລ ດ ນາຍ ກລ ດຖະມ ນຕ ແຫ ງ ສປປ ລາວ ເນ ອງໃນ ໂອກາດລະນ ກວ ນສາກ ນເພ ອລ ບລ າງຄວາມຮ ນແຮງຕ ແມ ຍ ງ ແລະ ເດ ກຍ ງ ວ ນທ 25 ພະຈ ກ 2020 ອັດຕາການຂະຫຍາຍຕົວ ຈີດີພີ ຂອງ ສປປ ລາວ ຈະຫລຸດລົງຈົນຕິດລົບ 2,5%

ໃນວັນທີ 27 ຕຸລາ 2020, ລັດຖະບານ ລາວ ແລະ ທະນາຄານພັດທະນາອາຊີ ( ADB) ໄດ້ພ້ອມກັນສະຫລຸບ, ຕີລາຄາ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດບັນດາໂຄງການທັງໝົດທີ່ ADB ໃຫ້ການສະໜັບສະໜູນສຳລັບ ປີ 2020 ຢູ່ໃນ ສປປ ລາວ.

kpl.gov.la

ເຫດການ
302 Found

Found

The document has moved here.