ຍສໝ - ໃນຊຸມປີມໍ່ໆມານີ້, ການພົວພັນ ຫວຽດນາມ ໂປໂລຍ ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຜ່ານບັນດາການຢ້ຽມຢາມ ຂອງ ການນຳສອງປະເທດ, ສະແດງໃຫ້ເຫັນຢູ່ບັນດາໂຄງການຮ່ວມມືລະຫວ່າງ ສອງປະເທດ ໃນບັນດາຂົງເຂດ ເສດຖະກິດ, ວັດທະນະທຳ, ການສຶກສາ, ການທູດປະຊາຊົນ…
ຍສໝ - ສະພານະຄອນ Plzeň ຫາກໍ່ສົມທົບກັບໜ່ວຍສະມາຄົມຊາວຫວຽດນາມ ອາໄສຢູ່ Plzeň ຈັດຕັ້ງງານວາງສະແດງແນະນຳໄປສູ່ມະຫາຊົນໃນແງ່ມູມທີ່ແທດຈິງ ແລະ ມີຊີວິດຊີວາທີ່ສຸດກ່ຽວກັບຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ອາໄສຢູ ເຊັກໂກ ຜ່ານຮູບພາບ 50 ຮູບ ຂອງນັກຖ່າຍຮູບອາວຸໂສຊາວເຊັກໂກ Jindřich Štreit.
ຍສໝ - ກຸ່ມສະມາຊິກລັດຖະສະພາມິດຕະພາບ ເມັກຊີໂກ - ຫວຽດນາມ ຊຸດທີ 65 ມີໜ້າທີ່ຊຸກຍູ້ການພົວພັນຕ່າງປະເທດລັດຖະສະພາ ແລະ ສ້າງພື້ນທີ່ການໂອ້ລົມສົນທະນາ, ປະກອບສ່ວນເພີ່ມທະວີການພົວພັນໃນຫຼາຍດ້ານລະຫວ່າງສອງປະເທດ.
ຍສໝ - ທີ່ພິທີມອບຮັບ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ລົງຢ້ຽມຢາມ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການໂລກລະບາດໂຄວິດ - 19.
ນາງສາວເຜົ່າ ຢາ້ວ 11 ຄົນ ຢູ່ບ້ານ ນ້ຳເຢິດ, ຕາແສງ ເຕິນເຊີນ, ເມືອງ ເຈິເມີຍ, ແຂວງ ບັກກ້ານ ໄດ້ສ້າງຮູບແບບສະຫະກອນ, ຫັນບັນດາຜະລິດຕະພັນທ້ອງຖິ່ນກາຍເປັນສິນຄ້າ ເພື່ອພ້ອມກັນບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກນັ້ນ, ຢັ້ງຢືນທີ່ຕັ້ງບົດບາດ ຂອງແມ່ຍິງຊາວເຜົ່າສ່ວນໜ້ອຍໃນຄອບຄົວ ກໍ່ຄືຢູ່ໃນສັງຄົມ.
ຍສໝ - ຫວຽດນາມ ແມ່ນປະເທດທີ່ບຳລຸງສ້າງນັກສຶກສາ, ພະນັກງານ ແລະ ນັກຮຽນລາວຫຼາຍທີ່ສຸດໃນໂລກ. ນັກສຶກສາລາວ ທີ່ສຶກສາຮ່ຳຮຽນ ແລະ ຄົ້ນຄ້ວາຢູ່ຫວຽດນາມ ໄດ້ຮັບການອຸປະຖຳທັງທາງດ້ານວັດຖຸ ແລະ ຈິດໃຈ, ເຊິ່ງໄດ້ຊ່ວຍລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ.
ຕອນບ່າຍວັນທີ 24 ມີນາ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne.
ຍສໝ - ການພົບປະມີການເຂົ້າຮ່ວມຂອງທ່ານນາງ Ariadne Feo Labrada, ຫົວໜ້າສະຖານກົງສູນໃຫຍ່ ສ.ກູບາ ປະຈຳນະຄອນໂຮ່ຈີມິນ ແລະ ສາມີ, ທ່ານນາງ ເຈືອງທິຮຽນ ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ ນະຄອນໂຮ່ຈີມິນ, ທ່ານ ໂຮ່ຊວັນເລິມ, ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນໂຮ່ຈີມິນ, ທ່ານພັນເອກ ບູຍຮຶວຮວຽນ, ຫົວໜ້າຄະນະຕິດຕໍ່ພົວພັນ ກອງພັນ 261 Giron ແລະ ຜູ້ຕາງໜ້າບັນດາພະແນກ, ຄະນະ, ຂະແໜງການນະຄອນ.
ຍສໝ - ທ່ານນາງ Marie C. Damour, ກົງສຸນໃຫຍ່ສະຫະລັດອາເມລິກາປະຈຳ ນະຄອນໂຮ່ຈີມິນ, ໄດ້ເນັ້ນ ໜັກເຖິງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງດີງາມໃນຫຼາຍຂົງເຂດ, ໃນນັ້ນມີຄວາມໝັ້ນຄົງ, ສ.ການຄ້າ, ເສດຖະກິດ, ການທູດຂອງປະຊາຊົນ, ສາທາລະນະສຸກ, ສິ່ງແວດລ້ອມ, ການສຶກສາແລະພະລັງງານ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ສົ່ງຈົດໝາຍລະດົມກຳລັງໃຈ, ຮັບຮູ້ການປະກອບສ່ວນຂອງບັນດາການນຳໜຸ່ມສອງປະເທດ ໃນການຊຸກຍູ້ການພົວພັນສອງຝ່າຍ ໃນໂອກາດເຫດການໂອ້ລົມສົນທະນາການນຳໜຸ່ມອົດສະຕາລີ - ຫວຽດນາມ (AVYLD) ຄັ້ງທີ 3...
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ແປ່ງປັນກ່ຽວກັບສະພາບການຂອງ ປະເທດ ຫວຽດນາມ ແລະ ໝາກຜົນອັນພົ້ນເດັ່ນ ຂອງກອງປະຊູມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ກໍ່ຄືບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19, ແຜນການພັດທະນາເສດຖະກິດ ແລະ ການຮັບປະກັນການໜູນຊ່ວຍສັງຄົມ.
ກົມບັນຊາການທະຫານປ້ອງກັນຊາຍແດນແຂວງ ກ໋ວາງຈິ ໄດ້ມອບທຶນສຶກສາ 100 ທຶນໃຫ້ແກ່ນັກຮຽນທຸກຍາກ, ແຕ່ລະທຶນມີມູນຄ່າ 3 ລ້ານດົ່ງ ແລະ ມອບງົວແມ່ພັນ ໃຫ້ແກ່ 20 ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ບ້ານ ເຟື່ອງ ແລະ ແດນສະຫວັນ, ເມືອງເຊໂປນ ແລະ ເມືອງ ເຕິນແທັ່ງ ແລະ ເທດສະບານລາວບາວ, ເມືອງ ເຮືອງຮ໊ວາ.
ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 22 ສະພາສັນຕິພາບໂລກ ແມ່ນຂີດໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈສາມັກຄີສາກົນ, ບົດບາດ, ຄວາມຮັບຜິດຊອບ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນຂະບວນການສ້າງສັນຕິພາບລວມຂອງມວນມະນຸດ. ນີ້ແມ່ນຂໍ້ສັງເກດຂອງຜູ້ແທນບາງທ່ານທີ່ເຂົ້າຮ່ວມກອງປະຊຸມ.
ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວູຮົ່ງນາມ ໄດ້ເນັ້ນໜັກເຖິງບັນດາຄວາມມານະພະຍາຍາມໃນການເຊື່ອມໂຍງເຂົ້າເສດຖະກິດໂລກຢ່າງເລິກເຊິ່ງກ່ວາອີກ ແລະ ບາງຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ
ຍສໝ - ຕອນຄ່ຳວັນທີ 7 ມີນາ, ທີ່ການໂອ້ລົມສົນທະນາກັບທ່ານ Bogdan Aurescu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນແລະມີຄວາມຫວັງຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນໄລຍະກ່ວາ 70 ປີລະຫວ່າງຫວຽດນາມແລະຣູມານີ ໃຫ້ເລິກເຊິ່ງກ່ວາອີກ.
ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ຕ້ອນຮັບທ່ານ Eugen Neata, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຣູມານີ - ຫວຽດນາມ ແລະ ບັນດາສະມາຊິກໃນກຸ່ມ ໃນໂອກາດຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ທ້າຍຈົດໝາຍ, ບັນດາອົງການໄດ້ຂຽນຢ່າງຈະແຈ້ງວ່າ: “ພວມຂ້າພະເຈົ້າຮຽກຮ້ອງໃຫ້ລັດຖະບານຂອງບັນດາທ່ານສົມທົບກັບອາເມລິກາ, ອົດສະຕາລີ ປະຕິເສດຢ່າງເປັນທາງການບັນດາຄຳທ້ວງສິດຂອງຈີນຢູ່ທະເລຕາເວັນອອກເພື່ອສ້າງພື້ນຖານໃຫ້ແກ່ເຂດມະຫາສະມຸດອິນເດຍ - ປາຊີຟິກ ຢ່າງເສລີ, ເປີດກ້ວາງ ແລະ ປອດໄພ”.
ຍສໝ - ໃນອາຍຸການນີ້, ສະມາຄົມມິດຕະພາບ ຫວຽດນາມ - ຢູແກຼນ ຕັດສິນໃຈເພີ່ມທະວີບັນດາການເຄື່ອນໄຫວ, ປະກອບສ່ວນຊຸກຍູ້ການຮ່ວມມືມິດຕະພາບພ້ອມກັນພັດທະນາລະຫວ່າງ ສອງປະເທດ, 2 ຊາດ ຫວຽດນາມ - ຢູແກຼນ.
ພາຍຫລັງ 01 ປີທີ່ຮັບມື ແລະ ປັບຕົວໃຫ້ແທດເໝາະກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ມີວິສາຫະກິດຫລາຍແຫ່ງ ເປັນຕົ້ນແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ຊອກໄດ້ທິດກ້າວເດີນຢ່າງເໝາະສົມ, ຄ່ອຍໆນຳການເຄື່ອນໄຫວດຳເນີນທຸລະກິດເປັນປົກກະຕິ ແລະ ກ້າວຂຶ້ນເທື່ອລະກ້າວ. ຕົວຈິງສະແດງໃຫ້ເຫັນວ່າ ເລື່ອງເປັນເຈົ້າການໃນການສ້າງວິທີການ ແລະ ມາດຕະການຢ່າງມີຫົວຄິດປະດິດສ້າງ, ໄຫວພິບແມ່ນປັດໄຈຫລັກແຫລ່ງ, ຕັດສິນຊີ້ຂາດເຖິງເລື່ອງວິສາຫະກິດຈະຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດຄືແນວໃດ.