ຍສໝ - ເຂົ້າຮ່ວມກອງປະຊຸມສຳມະນາ, ຢູ່ຈຸດຖ່າຍທອດສົດປະເທດຍີ່ປຸ່ນມີທ່ານ Muraoka Tsugumasa ຜູ້ວ່າການແຂວງ Yamaguchi, ຝ່າຍຄະນະກຳມະການປະຊາຊົນແຂວງບິ່ງເຢືອງມີທ່ານ ຫງວຽນຮ່ວາງທາວປະທານຄະນະກຳມະການປະຊາຊົນແຂວງບິ່ງເຢືອງ.
ຍສໝ - ວັນທີ 17 ມັງກອນ, ສະຖານທູດ ສ. ເກົາຫຼີ ທີ່ຫວຽດນາມ ແລະ ສະຖານທູດຫວຽດນາມ ທີ່ ສ. ເກົາຫຼີ ໄດ້ປະສານສົມທົບຈັດຕັ້ງພິທີປະກາດໃຊ້ໂລໂກ້ສັນຍາລັກ ລະນຶກ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ສ. ເກົາຫຼີ.
ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຊາຍແດນຕິດຈອດກັນຍາວຢຽດແຕ່ເໜືອຕະຫຼອດໃຕ້ຂັ້ນກັນພຽງສາຍພູຫຼວງ, ສອງປະເທດມີມູນເຊື້ອມິດຕະພາບອັນດີງາມຕໍ່ກັນໄດ້ຄຽງບ່າຄຽງໄຫຼ່ຜ່ານເສັ້ນທາງແຫ່ງປະຫວັດສາດຂອງຕົນມາຢ່າງຊ້ານານ, ໂດຍສະເພາະເກືອບໜື່ງສະຕະວັດຜ່ານມາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຖືກຮັດແໜ້ນຍິ່ງໆຂຶ້ນດ້ວຍອຸດົມການ ແລະ ແນວທາງການປົກຄອງເດີນຕາມເສັ້ນທາງກ້າວສູ່ສັງຄົມນິຍົມອັນດຽວກັນ.
ຍສໝ - ວັນທີ 5 ເມສາ, ຄະນະປະຕິບັດງານກຳມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ສປປລາວ ປະຈຳ ຫວຽດນາມ ໄປມາຢ້ຽມຢາມ, ເຮັດວຽກຢູ່ຮ່ອງຮອຍປະວັດສາດແຫ່ງຊາດພິເສດເຂດຮ່ອງຮອຍປະຕິວັດ ຫວຽດນາມ - ລາວ (ຕາແສງ ພຽງຄວ່າຍ, ເມືອງອຽນເຈົາ, ແຂວງເຊີນລາ).
ຍສໝ - ກອງປະຊຸມໃຫຍ່ຄັ້ງທີ 22 ສະມັດຊາໃຫຍ່ ສັນຕິພາບ ໂລກແມ່ນໂອກາດເພື່ອໃຫ້ ຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈສາມັກຄີ, ການສະໜັບສະໜູນຂອງປະຊາຊົນໂລກຕໍ່ການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ກໍ່ຄືພາລະກິດແຫ່ງການກໍ່ສ້າງປະເທດໃນປັດຈຸບັນ ຂອງ ຫວຽດນາມ. ພ້ອມທັງໂຄສະນາບັນດາຜົນສຳເລັດໃນການປ່ຽນແປງໃໝ່, ປະເທດຊາດ ແລະ ຊາວຫວຽດນາມ...
ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ, ຄະນະຜູ້ແທນແຂວງ ບໍລິຄຳໄຊ ໂດຍທ່ານ ກອງແກ້ວ ໄຊສົງຄຳ ກຳມະການຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ເລຂາ ເຈົ້າແຂວງ ນຳໜ້າມາຢ້ຽມຢາມ ແລະ ອວຍພອນປີໃໝ່ ອົງຄະນະພັກ, ປະຊາຊົນແຂວງຮ່າຕິງເນື່ອງໃນໂອກາດບຸນເຕັດປີສະຫຼຸຂອງຫວຽດນາມ.
ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020.
ກອງປະຊຸມສຳມະນາທາງໄກ “ການທູດມະຫາຊົນ ຢູ່ອາຊີ 2021” ຈະປຶກສາຫາລື, ແລກປ່ຽນບັນດາບັນຫາກ່ຽວກັບນະໂຍບາຍ, ພຶດຕິກຳຕົວຈິງ, ວິທີການຊຸກຍູ້ເພື່ອຍົກສູງປະສິດທິຜົນບັນດາການເຄື່ອນໄຫວໃນຂົງເຂດ, ປະກອບສ່ວນສ້າງໂລກ ແຫ່ງສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ.
ຍສໝ - ນີ້ແມ່ນງານວາງລະແດງຄັ້ງທີ 4 ຂອງນັກຈິດຕະກອນ ທີຫງວຽນເຈືອງມິງ. ລາວມີຄວາມປາດຖະໜາວ່າ ພາຍຫຼັງຄວບຄຸມໄດ້ໂລກລະບາດໂຄວິດ - 19, ລາວຈະສືບຕໍ່ປະຕິບັດຫຼາຍໂຄງການຢູ່ ຫວຽດນາມ ກໍ່ຄືຖ່າຍທອດເຕັກນິກໃນການແຕ້ມພາບດ້ວຍ ວິທີຄະນິດ ໃຫ້ແກ່ບັນດານັກສຶກສາຢູ່ ຫວຽດນາມ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ສະພາເລືອກຕັ້ງແຫ່ງຊາດ ໃນວັນທີ 27 ເມສາ ໄດ້ປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 868 ທ່ານ. ຕາມຂໍ້ກຳນົດຂອງກົດໝາຍ, ເລີ່ມແຕ່ວັນປະກາດບັນຊີລາຍຊື່ຢ່າງເປັນທາງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ຈະດຳເນີນການຂົນຂວາຍເລືອກຕັ້ງ ແລະ ວຽກງານນີ້ຕ້ອງສິ້ນສຸດລົງກ່ອນເວລາເລີ່ມປ່ອນບັດເລືອກຕັ້ງ 24 ຊົ່ວໂມງ. ການຂົນຂວາຍເລືອກຕັ້ງ ແມ່ນວຽກງານສຳຄັນທີ່ສຸດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເລືອກເອົາບັນດາຜູ້ແທນທີ່ເໝາະສົມ. ໃນຂະນະນີ້, ຄະນະກຳມະການແນວໂຮມປະເທດຊາດ ບັນດາແຂວງ, ນະຄອນ ພວມສົມທົບກັບຄະນະກຳມະການປະຊາຊົນຂັ້ນດຽວກັນ ເພື່ອກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເພື່ອໃຫ້ບັນດາຜູ້ສະໝັກເລືອກຕັ້ງປະຕິບັດສິດຂົນຂວາຍເລືອກຕັ້ງ.
ຄາດວ່າງານວາງສະແດງຈະຈັດຂຶ້ນໃນເດືອນ ກັນຍາ 2022 ແລະ ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີໄມຕີຈິດມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ; ຜ່ານນັ້ນ ຢັ້ງຢືນການຮັກສາ, ປັບປຸງ, ເພີ່ມທະວີການພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ.
ຍສໝ - ໃນສອງວັນ ວັນທີ 23 ແລະ 24 ມີນາ (ເວລາຂອງນິວຢອກ), ກອງປະຊຸມໃຫຍ່ສະຫະປະຊາຊາດ ສືບຕໍ່ຈັດຕັ້ງກອງປະຊຸມຮີບດ່ວນຄັ້ງທີ 11 ເພື່ອປຶກສາຫາລືກ່ຽວກັບສະຖະນະການຂອງຢູເຄຣນ ໂດຍສຸມໃສ່ເຂົ້າໃນສະຖານະການທາງດ້ານມະນຸດສະທຳ.
ຍສໝ - ທີ່ການມອບຮັບ, ທ່ານນາງ ຫງວຽນເຟືອງງາ ປະທານ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ໃນຊຸມວັນຜ່ານມາ, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ ແລະ ຄວາມມານະພະຍາຍາມສະກັດກັ້ນໂລກລະລາດໂຄວິດ - 19 ຂອງລັດຖະບານ ແລະ ປະຊາຊົນກຳປູເຈຍ.
ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນ, ເຮັດ ແຈ້ງບັນດາບັນຫາກ່ຽວກັບສະພາບການ, ທ່າອ່ຽງໃຫຍ່ຂອງ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝໃນທົ່ວໂລກ ກໍ່ຄືບັນດາບົດຮຽນປະສົບການ ຂອງສາກົນ ໃນການປະຕິບັດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ.
ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານກັບສະພາແຫ່ງຊາດ ລາວ; ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນກິດຈະການສ້າງສາ, ປົກປັກຮັກສາ, ປ່ຽນແປງໃໝ່ ແລະ ພັດທະນາປະເທດລາວ.
ຍສໝ - ຕອນເຊົ້າວັນທີ 12 ພຶດສະພາ ໄດ້ດຳເນີນກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນຂອງເວທີປາໄສຮ່ວມມືອາຊຽນ - ເອີລົບ (ASEM) ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 10 ປະເທດອາຊຽນ ແລະ ຄະນະເລຂາອາຊຽນ.
ຍສໝ - ທ່ານ ຫວາງອີ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີມາຮອດປັດຈຸບັນ ການພົວພັນລະຫວ່າງ ຈີນ - ຫວຽດນາມ ມີການພັດທະນາອັນດີງາມ, ການນຳຂັ້ນສູງສອງຝ່າຍຮັກສາການແລກປ່ຽນຍຸດທະສາດ, ການຮ່ວມມືໃນທຸກຂົງເຂດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ.
ຍສໝ - ສຳລັບບັນດາແຂວງຊາຍແດນເວົ້າລວມ, ແຂວງກອນຕູມ ເວົ້າສະເພາະ ແມ່ນຈັດຕັ້ງປະຕິບັດວຽກງານການທູດປະຊາຊົນໄດ້ເປັນຢ່າງດີ ບໍ່ພຽງແຕ່ສ້າງເປັນກຳລັງແຮງສັງລວມໃຫ້ແກ່ວຽກງານການຕ່າງປະເທດຂອງແຂວງເທົົ່ານັ້ນ, ຫາກຍັງໄດ້ປະກອບສ່ວນສຳຄັນໃນການປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງນໍ້າໃຈຂອງປະຊາຊົນໃນການປົກປັກຮັກສາເສັ້ນຊາຍແດນແຫ່ງຊາດຢ່າງໜັກແໜ້ນນຳອີກ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ເມືອງວຽງໄຊ, ແຂວງຫົວພັນ (ທາງພາກເໜືອຂອງລາວ), ໄດ້ຈັດຕັ້ງພິທີເປີດ ແລະ ມອບໝາຍການກໍ່ສ້າງສວນສາທາລະນະມິດຫວຽດນາມ - ລາວ. ນີ້ແມ່ນຂອງຂວັນທີ່ຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ໃຫ້ແກ່ຄະນະພັກ ແລະ ລັດຖະບານເມືອງວຽງໄຊ ແຂວງຫົວພັນ, ລາວ ເພື່ອສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ.