ການ​ຂົນ​ຂວາຍ​ເລືອກ​ຕັ້ງ - ບັ້ນ​ກວດ​ກາຕ​ົວ​ຈິງ ເພື່ອໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ເລືອກເອົາ​ບັນ​ດາ​ຜູ້​ແທນ​ທີ່​ເໝາະ​ສົມ

17:13 | 28/04/2021

ສະພາເລືອກຕັ້ງແຫ່ງຊາດ ໃນວັນທີ 27 ເມສາ ໄດ້ປະກາດບັນຊີລາຍຊື່ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15 868 ທ່ານ. ຕາມຂໍ້ກຳນົດຂອງກົດໝາຍ, ເລີ່ມແຕ່ວັນປະກາດບັນຊີລາຍຊື່ຢ່າງເປັນທາງ, ບັນດາຜູ້ສະໝັກຮັບເລືອກຕັ້ງ ຈະດຳເນີນການຂົນຂວາຍເລືອກຕັ້ງ ແລະ ວຽກງານນີ້ຕ້ອງສິ້ນສຸດລົງກ່ອນເວລາເລີ່ມປ່ອນບັດເລືອກຕັ້ງ 24 ຊົ່ວໂມງ. ການຂົນຂວາຍເລືອກຕັ້ງ ແມ່ນວຽກງານສຳຄັນທີ່ສຸດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເລືອກເອົາບັນດາຜູ້ແທນທີ່ເໝາະສົມ. ໃນຂະນະນີ້, ຄະນະກຳມະການແນວໂຮມປະເທດຊາດ ບັນດາແຂວງ, ນະຄອນ ພວມສົມທົບກັບຄະນະກຳມະການປະຊາຊົນຂັ້ນດຽວກັນ ເພື່ອກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງເພື່ອໃຫ້ບັນດາຜູ້ສະໝັກເລືອກຕັ້ງປະຕິບັດສິດຂົນຂວາຍເລືອກຕັ້ງ.

HUFO ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 HUFO ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ບັນ​ດາ​ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ ການ​ເຄື່ອນ​ໄຫວ​ການ​ທູດ​ປະ​ຊາ​ຊົນ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ ຫວຽດ​ນາມ - ລັດ​ເຊຍ
ການ​ຂົນ​ຂວາຍ​ເລືອກ​ຕັ້ງ - ບັ້ນ​ກວດ​ກາຕ​ົວ​ຈິງ ເພື່ອໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ເລືອກເອົາ​ບັນ​ດາ​ຜູ້​ແທນ​ທີ່​ເໝາະ​ສົມ
ພໍ່ແມ່ປະຊາຊົນຊົນເຜົ່າມົ້ງ ໄປເບິ່ງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ເລືອກຕັ້ງສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026 (ພາບ: TTXVN)

ການຂົນຂວາຍເລືອກຕັ້ງຂອງຜູ້ຮັບສະໝັກເລືອກຕັ້ງແມ່ນການເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງ ຫຼື ຜ່ານບັນດາພາຫະນະສື່ມວນຊົນ ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງ ລາຍງານກັບຜູ້ມີສິດເລືອກຕັ້ງ ກ່ຽວກັບແຜນຄາດຄະເນຂອງໂຄງການກະທຳຂອງຕົນ ເພື່ອແນໃສ່ປະຕິບັດຄວາມຮັບຜິດຊອບ ຂອງຕົວແທນ ຖ້າຫາກວ່າ ໄດ້ຮັບການເລືອກຕັ້ງເປັນສະມາຊິກ ສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ແລະ ແລກປ່ຽນບັນດາບັນຫາ ເຊິ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ, ສ້າງເງື່ອນໄຂເພື່ອໃຫ້ຜູ້ມີສິດເລືອກຕັ້ງ ເຂົ້າໃຈຜູ້ຮັບສະໝັກເລືອກຕັ້ງຫຼາຍກ່ວາອີກ, ບົນພື້ນຖານ ຈະຊັ່ງຊາ, ເລືອກເອົາຜູ້ບັນລຸມາດຖານເປັນສະມາຊິກສະມາແຫ່ງຊາດ, ສະມາຊິກ ສະພາປະຊາຊົນ.

ດຳເນີນຂົນຂວາຍເລືອກຕັ້ງຢ່າງມີປະຊາທິປະໄຕ ແລະ ເປີດເຜີຍ

ກົດໝາຍ ຫວຽດນາມ ໄດ້ກຳນົດວ່າ ການຈັດຕັ້ງ ໃຫ້ຜູ້ສະໝັກຮັບເລືອກຕັ້ງ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕົນເອງສະໝັກຮັບເລືອກຕັ້ງຕ້ອງໄດ້ຮັບການດຳເນີນຢ່າງມີປະຊາທິປະໄຕ, ເປີດເຜີຍ, ມີຄວາມສະເໝີພາບ ແລະ ຖືກຕ້ອງຕາມກົດໝາຍ. ນອກຈາກບັນດາການພົບປະກັບຜູ້ມີສິດເລືອກຕັ້ງ ດັ່ງກ່າວ, ການຂົນຂວາຍເລືອກຕັ້ງຜ່ານບັນດາພາຫະນະສື່ມວນຊົນ ກໍ່ແມ່ນຊ່ອງທາງທີ່ສຳຄັນ ເພື່ອໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງ ໄດ້ປະຕິບັດສິດຂົນຂວາຍເລືອກຕັ້ງ. ຕາມທ່ານ ເລບ໊າຈິ່ງ, ອະດີດຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລ້ວ, ບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຂົນຂວາຍເລືອກຕັ້ງແມ່ນ ມີຄວາມໝາຍຄືການຕົວຈິງຕໍ່ໄປຕໍ່ໄປ ເພື່ອ ກວດກາກຳລັງຄວາມສາມາດ, ຄຸນສົມບັດ ຂອງຜູ້ສະໝັກຮັບເລືອກຕັ້ງ ຈະສົມເປັນຜູ້ຕາງໜ້າປະຊາຊົນຫຼືບໍ່? ມີການພົວພັນກັບປະຊາຊົນຢ່າງແໜ້ນແຟ້ນຫຼືບໍ່? ຈະຮັບຟັງຄຳເຫັນຂອງປະຊາຊົນ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນບໍ່?... ທ່ານກ່າວວ່າ:

ຕາມຂ້າພະເຈົ້າແລ້ວ, ຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ຕ້ອງສະແດງໃຫ້ເຫັນກຳລັງຄວາມສາມາດ, ຄວາມຮັບຜິດຊອບຂອງຕົນ ດ້ວຍໂຄງການກະທຳເພື່ອໃຫ້ ຜູ້ມີສິດເລືອກຕັ້ງເຫັນໄດ້ວ່າ ລາວສາມາດເຮັດວຽກໄດ້ຫຼືບໍ່ ແລະ ພາຍຫຼັງການຕິດຕາມກວດກາ ເມື່ອສັນຍາຕໍ່ຜູ້ມີສິດເລືອກຕັ້ງຄືແນວໃດ ແລະ ເມື່ອໄດ້ຮັບການເລືອກຕັ້ງແລ້ວ ຈະປະຕິບັດແຜນການທີ່ໄດ້ສັນຍາຕໍ່ຜູ້ມີສິດເລືອກຕັ້ງຄືແນວໃດ. ດັ່ງນັ້ນຜູ້ສະໝັກຮັບເລືອກຕັ້ງແຕ່ລະຄົນ ຕ້ອງມີໂຄງການກະທຳຢ່າງລະອຽດ ຕໍ່ຜູ້ມີສິດເລືອກຕັ້ງ, ເຮັດເຊັ່ນນັ້ນຈຶ່ງມີລັກສະນະຊວນເຊື່ອ.

ທ່ານ ເລຍືຕຽນ, ອະດີດຮອງຫົວໜ້າກຳມະທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງ ສະພາແຫ່ງຊາດ, ຖືວ່າເພື່ອໃຫ້ຜູ້ມີສິດເລືອກຕັ້ງມີຄວາມຄິດທີ່ຕັ້ງໜ້າ ແລະ ປ່ອນບັດຂອງຕົນ, ຜູ້ສະໝັກຮັບເລືອກຕັ້ງ ກະກຽມ ບັນດາສິ່ງທີ່ຈະສະເໜີຕໍ່ຜູ້ມີສິດເລືອກຕັ້ງຢ່າງລະອຽດເມື່ອຂົນຂວາຍເລືອກຕັ້ງ. ໂຄງການກະທຳຕ້ອງຈະແຈ້ງ, ມີກົກມີປາຍ, ຍົກໃຫ້ເຫັນຈຸດປະສົງ, ເປົ້າໝາຍຂອງຕົນຢ່າງຈະແຈ້ງຖ້າຫາກໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ; ຍົກອອກບັນດາວິທີການແກ້ໄຂ, ປະກອບສ່ວນແນວຄວາມຄິດ, ນະໂຍບາຍ… ທີ່ມີຜົນກະທົບຕໍ່ການພັດທະນາຂອງທ້ອງຖິ່ນ ແລະ ຂອງທ່ົວປະເທດ.

ເປັນຜູ້ຕາງໜ້າ ໃຫ້ແກ່ສຽງເວົ້າຂອງປະຊາຊົນຢ່າງແທ້ຈິງ

ຜູ້ມີສິດເລືອກຕັ້ງມີຄວາມປາດຖະໜາຢາກ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ໃນອາຍຸການຈະມາເຖິງ ແມ່ນຜູ້ຕາງໜ້າຂອງການກະທຳ, ປະຕິບັດຄວາມຮັບຜິດຊອບກັບຜູ້ມີສິດເລືອກຕັ້ງ ຢ່າງຖືກຕ້ອງຕາມຈິດໃຈ “ສິ່ງໃດມີຜົນປະໂຫຍດໃຫ້ແກ່ປະຊາຊົນ ເຖິງວ່າຍາກພຽງໃດກໍ່ຈະປະຕິບັດໃຫ້ສຳເລັດ”. ດັ່ງນັ້ນ, ສິ່ງທີ່ຜູ້ມີສິດເລືອກຕັ້ງຫຼາຍຄົນ ມີຄວາມສົນໃຈນັ້ນແມ່ນ ຜູ້ສະໝັກຮັບເລືອກຕັ້ງຈະເຮັດແນວໃດ ຖ້າກາຍເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນ ທຸກຂັ້ນ ແລະ ເຮັດແນວໃດ ເພື່ອກາຍເປັນຜູ້ຕາງໜ້າຢ່າງແທ້ຈິງໃຫ້ແກ່ສຽງເວົ້າຂອງປະຊາຊົນ. ທ່ານ ຫງວຽນເຕິມຈິງ, ຜູ້ມີສິດເລືອກຕັ້ງ ເມືອງ ດົ່ງດາ, ຮ່າໂນ້ຍ ແລະ ທ່ານ ຈູວັນເຟືອງ ຜູ້ມີສິດເລືອກຕັ້ງນະຄອນ ວຽດຈີ່, ແຂວງຝູເທາະ ກ່າວວ່າ:

ໂຄງການ, ບັນຫາ ແມ່ນເວົ້າເຖິງເປົ້າໝາຍສູ້ຊົນ ເມື່ອເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ. ຜ່ານນັ້ນ, ພວກຂ້າພະເຈົ້າຈະເຫັນວ່າ ລາວມີຄວາມສາມາດເພື່ອປະຕິບັດໄດ້ຄວາມໃຝ່ຝັນຂອງຕົນບໍ່ ແລະ ປະຕິບັດໄດ້ຕາມຄວາມຫວັງຂອງຜູ້ມີສິດເລືອກຕັ້ງໄດ້ຫຼືບໍ່

ຂ້າພະເຂົ້າມີຄວາມຫວັງຢ່າງຍິ່ງວ່າ ບັນດາຜູ້ສະໝັກຮັບເລືອກຕັ້ງ ຈະມີໂຄງການກະທຳ ແລະ ມີບັນດາຄຳສັນຍາຕໍ່ໜ້າຜູ້ມີສິດເລືອກຕັ້ງ, ຕ້ອງປະຕິບັດໂຄງການກະທຳໃຫ້ເປັນຢ່າງດີຢ່າງເຂັ້ມງວດ. ຜ່ານໂຄງການກະທຳ, ຜູ້ມີສິດເລືອກຕັ້ງຈະຕິດຕາມກວດກາຜູ້ສະໝັກເລືອກຕັ້ງ ແລະ ຮູ້ໄດ້ວ່າ ການເຄື່ອນໄຫວຂອງ ຜູ້ສະໝັກຮັບເລືອກຕັ້ງມີປະສິດທິຜົນຫຼືບໍ່

ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຈະດຳເນີນໃນວັນທີ 23 ພຶດສະພາ. ການຂົນວຂວາຍເລືອກຕັ້ງຢ່າງມີປະຊາທິປະໄຕ, ເປີດເຜີຍ, ມີຄວາມສະເໝີພາບ ຈະສ້າງເງື່ອນໄຂເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າໃຈຢ່າງຈະແຈ້ງກ່ວາກ່ຽວກັບຜູ້ສະໝັກຮັບເລືອກຕັ້ງ, ຈາກນັ້ນຈະພິຈາລະນາ, ເລືອກຕັ້ງຜູ້ທີ່ມີມາດຖານຢ່າງພຽງພໍເພື່ອຕາງໜ້າໃຫ້ແກ່ຕົນເອງໃນອົງການທີ່ມີສິດອຳນາດແຫ່ງລັດ ສູງທີ່ສຸດ ຂອງ ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ແລະ ອົງການທີ່ມີສິດອຳນາດແຫ່ງລັດ ຢູ່ ທ້ອງຖິ່ນ.

ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ນັກ​ຮຽ​ນ​ຮູ້​ກາ​ນາ​ດາ: ຫວຽດ​ນາມ ສືບ​ຕໍ່​ກະ​ຈ່າງ​ແຈ້ງ, ເປັນ​ແຫຼ່ງ​ບັນ​ດາ​ໃຈ​ໃຫ້​ແກ່​ໂລກ ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ໃນ​ຈຸດ​ເວ​ລາ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່ ກາ​ນາ​ດາ, ເຮັດ​ໃຫ້​ສູນ​ຄວບ​ຄຸມ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ອາ​ເມ​ລິ​ກາ ຕ້ອງ​ນຳ​ກາ​ນາ​ດາ​ເຂົ້າ​ບັນ​ຊີ​ລາຍ​ຊື່​​ກ່າວ​ເຕືອນ​ຢູ່​ລະ​ດັບ​ 4 ມີ​ຜູ້​ແທນ​ກ່​ວາ 100 ຄົນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ປະ​ເທດ​ເຮົາ.

ອົງ​ການ VCF ມອບ ລະ​ບົບ​ກັນ​ນ້ຳ 49 ຊຸດ, ທຶນ​ການ​ສຶກ​ສາ 100 ທຶນ​ໃຫ້​ແກ່​ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແຂວງ ລອງ​ອານ ອົງ​ການ VCF ມອບ ລະ​ບົບ​ກັນ​ນ້ຳ 49 ຊຸດ, ທຶນ​ການ​ສຶກ​ສາ 100 ທຶນ​ໃຫ້​ແກ່​ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແຂວງ ລອງ​ອານ

ຍ​ສ​ໝ - ໂດນ​ແມ່ນ​ເມືອງນອນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ແຂວງ​ລອງ​ອານ, ເຂ​ດ​ດົ່ງ​ທາບ​ເມື່ອຍ, ທີ່​ມີ​ຊາຍ​ແດນ​ຕິດ​ພັນ​ກັບ​ກຳ​ປູ​ເຈຍ, ວິງ​ຮຶງ​ຖືກ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊືມ​ເຂົ້າ ເຮັດ​ໃຫ້​ແຫຼ່ງ​ນ້ຳ​ຂອງ​ທ້ອງ​ຖິ່ນ ຖືກ​ຈຳ​ກັດ, ນ້ຳ​ດື່ມ ແລະ ນ້ຳ​ໃຊ້​ໃນ​ການ​ດຳ​ລົງ​ຊີ​ວິດ​ຖືກ​ຂາດ​ເຂີນ.

ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ

ຍ​ສ​ໝ - ນອກ​ຈາກ​ບັນ​ດາ​ຈຸດ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ໂຄງ​ປະ​ກອບ, ກົດ​ລະ​ບຽບ​ຂອງ​ຊຸດ​ທີ VI ເມື່ອ​ທຽນ​ໃສ່​ກັບ ກົດ​ລະ​ບຽບ​ຂອງ​ຊຸດ​ທີ V ກໍ່​ມີ​ເນື້ອ​ໃນ​ທີ່​ປ່ຽນ​ແປງ.

vovworld.vn

ເຫດການ
302 Found

Found

The document has moved here.