ຮ່ວມມືກັນສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດສອງຊາດ ລາວ-ຫວຽດນາມ

11:50 | 04/10/2022

ລາວ ແລະ ຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງມີຊາຍແດນຕິດຈອດກັນຍາວຢຽດແຕ່ເໜືອຕະຫຼອດໃຕ້ຂັ້ນກັນພຽງສາຍພູຫຼວງ, ສອງປະເທດມີມູນເຊື້ອມິດຕະພາບອັນດີງາມຕໍ່ກັນໄດ້ຄຽງບ່າຄຽງໄຫຼ່ຜ່ານເສັ້ນທາງແຫ່ງປະຫວັດສາດຂອງຕົນມາຢ່າງຊ້ານານ, ໂດຍສະເພາະເກືອບໜື່ງສະຕະວັດຜ່ານມາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ນໍ້າໃຈບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ລາວ-ຫວຽດນາມ ໄດ້ຖືກຮັດແໜ້ນຍິ່ງໆຂຶ້ນດ້ວຍອຸດົມການ ແລະ ແນວທາງການປົກຄອງເດີນຕາມເສັ້ນທາງກ້າວສູ່ສັງຄົມນິຍົມອັນດຽວກັນ.

ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມືກັນ ເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ສະຫະລັດອາເມລິກາ ແລະ ສປປ ລາວ ຮ່ວມມືກັນ ເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ
ຫວຽດນາມ-ລາວ ຮັກສາ ແລະ ເສີມສ້າງ ສາຍພົວພັນພິເສດ ສອງຊາດ ຫວຽດນາມ-ລາວ ຮັກສາ ແລະ ເສີມສ້າງ ສາຍພົວພັນພິເສດ ສອງຊາດ

ຫວນຄືນຂະບວນການຂະຫຍາຍຕົວຂອງສາຍພົວພັນສອງປະເທດເຫັນວ່ານັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ພິເສດນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຢ່າງເປັນທາງການໃນວັນທີ 5 ກັນຍາ 1962, ການພົວພັນລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ໄດ້ກ້າວຜ່ານຫຼາຍເຫດການ - ການທົດສອບຂອງການປ່ຽນແປງແຫ່ງຍຸກສະໄໝທີ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ເຊິ່ງໄດ້ສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການໃຫ້ແກ່ສອງຊາດພວກເຮົາ, ທັງເປັນອັນທົດສອບເຖິງນໍ້າໃຈມິດຕະພາບພິເສດ ລາວ-ຫວຽດນາມ ທີ່ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັນຊ່ວຍເຫຼືອເກື້ອກູນກັນຢ່າງສະເໜີຕົ້ນສະເໝີປາຍທັງໃນຍາມທຸກ-ຍາມສຸກກໍ່ມີກັນ ແລະ ກັນຕະລອດມາ ຖືເປັນໜຶ່ງດຽວໃນໂລກໃບນີ້.

ຮ່ວມມືກັນ ສ້າງສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ສອງຊາດ ລາວ-ຫວຽດນາມ
ທ່ານ ຄໍາເຜີຍ ແກ້ວກີນນາລີ, ອາດີດຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ. ພາບ: baonghean.vn

ຜ່ານຂະບວນວິວັດດັ່ງກ່າວ, ປະຊາຊົນ ລາວ ແລະ ຫວຽດນາມ ໄດ້ສ້າງວິລະກໍາອັນຍິ່ງໃຫຍ່ໄວ້ໃນໜ້າປະຫວັດສາດຂອງສອງຊາດ ແລະ ຂອງໂລກ ໂດຍມີປະທານ ໂຮຈີມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາການນໍາລຸ້ນອາວຸໂສ ອີກຫຼາຍໆທ່ານນໍາພາ-ຊີ້ນໍາ. ຕະຫຼອດເວລາສອງຊາດພວກເຮົາໄດ້ຍຶດໝັ້ນຢ່າງໜຽວແໜ້ນສ້າງຄວາມສາມັກຄີເປັນຈິດຫນຶ່ງໃຈດຽວກັນ, ຮ່ວມສຸກຮ່ວມທຸກ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ບິແບ່ງກັນ” ຮ່ວມຂຸມຕະຄອງດຽວກັນ. ຄວາມຜູກພັນມິດຕະພາບອັນເລິກເຊິ່ງ ໃນການຕໍ່ສູ້ກູ້ຊາດຕີຕ້ານກັບສັດຕູໂຕດຽວກັນໃນເມື່ອກ່ອນ ແລະ ໄດ້ສ້າງພື້ນຖານມິດຕະພາບອັນເປັນມູນເຊື້ອ ທີ່ໜັກແໜ້ນ ແລະ ໝັ້ນແກ່ນໃຫ້ແກ່ສອງປະເທດພວກເຮົາມາຈົນເຖິງທຸກວັນນີ້.

ຜ່ານຫຼາຍທົດສະວັດ, ມູນເຊື້ອສາຍພົວພັນພິເສດສອງຊາດແມ່ນຍັງຖືກຝັງເລິກໃນດວງໃຈ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ ບໍ່ມີວັນເລືອນລາງຫ່າງຫາຍໄປໄດ້, ວິລະກຳອັນອົງອາດກ້າຫານ ແລະ ຍິ່ງໃຫຍ່ ທີ່ສອງປະເທດ ໄດ້ຮ່ວມກັນຕໍ່ສູ້ຕ້ານຈັກກະພັດທີ່ໃຫຍ່ທີ່ສຸດທັງພາລະກໍາລັງ ແລະວັດຖຸປັດໄຈ ຈົນສາມາດຍາດເອົາເອກະລາດຢ່າງສົມບູນມາສູ່ປະຊາຊົນຊົນ ລາວ-ຫວຽດນາມ ແລະໄດ້ຖືກຮັບຮູ້ຈາກປະຊາຊົນທົ່ວໂລກໂດຍມີສາຍພູຫຼວງອັນຍິ່ງໃຫຍ່ ມາເປັນສັກຂີພິຍານ ແລະ ເປັນສັນຍາລັກ ແຫ່ງສາຍພົວພັນພິເສດ ລາວ-ຫວຽດນາມ. ວິລະກໍາອັນອົງອາດກ້າຫານ ແລະ ຄວາມສາມັກຄີພິເສດທີ່ກ້າແກ່ນ ທີ່ສອງຊາດພວກເຮົາ ຖ່າຍທອດໃຫ້ລຸ້ນຕໍ່ລຸ້ນ ແລະ ໄດ້ຖືກສ້າງເປັນຜົນງານປະດິດຄິດແຕ່ງທີ່ອຸດົມສົມບູນທີ່ສຸດ, ສວຍສົດງົດງາມທີ່ສຸດ ແລະກ້າແກ່ນທີ່ສຸດເໜືອທີ່ຈະບັນຍາຍເປັນບົດຂຽນ, ບົດປະພັນ, ກາບກອນ ຫຼື ບົດເພັງທີ່ລືນາມ ທີ່ຈະພັນລະນາໄດ້ເພື່ອຍ້ອງຍໍສັນລະເສີນສາຍສຳພັນທີ່ແໜ້ນແກ່ນ ເພື່ອນມິດທີ່ສະໜິດສະໜົມເໝືອນດັ່ງສອງອ້າຍນ້ອງທີ່ເກີດຮ່ວມອຸທອນດຽວກັນໄວ້ເປັນມູນມໍລະດົກຕົກຖອດໃຫ້ແກ່ຄົນລຸ້ນຫຼັງເຫັນໄດ້ຄວາມໝາຍຄວາມສໍາຄັນຂອງຄວາມສາມັກຄີພິເສດ ການຮ່ວມສຳພັນຮອບດ້ານຂອງສອງຊາດພວກເຮົາ; ຖ້າຂາດປະເທດໃດໜຶ່ງແລ້ວພວກເຮົາກໍ່ຈະບໍ່ສາມາດມີຄວາມສຸກກັບເອກະລາດ ທີ່ພວກເຮົາ ຍາດມາໄດ້ຄືໃນປັດຈຸບັນ.

ຂ້າພະເຈົ້າຍັງຈື່ບໍ່ລືມ, ໃນຊຸມປີ 60, ລູກຮັກຫຼານແພງຂອງບັນດາເຜົ່າລາວ ໄດ້ບຸປ່າຜ່າຮ່າລະເບີດເດີນທາງໄປສຶກສາຮໍ່າຮຽນ, ຢູ່ປະເທດເພື່ອນບ້ານຫວຽດນາມ, ພວກເຂົາໄດ້ໃຊ້ຊີວິດໄວໜຸ່ມແໜ້ນຂອງຕົນອົບພະຍົບຫຼົບໜີອອກຈາກໂຮງຮຽນໄປເພິ່ງພາອາໃສ ຢູ່ ຕາມບ້ານເຮືອນນຳຄອບຄົວຊາວຫວຽດນາມ ເຄີຍໄດ້ກິນເຂົ້າເໝືອດມັນເໝືອດໝີ່ ຮ່ວມສຸກຮ່ວມທຸກນຳພວກເພີ່ນ, ພວກເພີ່ນໄດ້ກາຍເປັນພໍ່ຮັກ, ແມ່ແພງ, ເປັນພີ່ເປັນນ້ອງກັນ ແລະ ພວກຂ້າພະເຈົ້າ ກໍ່ໄດ້ກາຍເປັນລູກຮັກຫຼານແພງ ຂອງພວກເພິ່ນ ແລະ ຍັງໄປມາຫາສູ່ກັນຈົນເຖິງທຸກວັນນີ້. ບຸກຄົນເຫຼົ່ານີ້ໄດ້ເຂົ້າໃຈແຈ້ງເຖິງປະຫວັດສາດຄວາມເປັນມາ ຂອງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ຂອງສອງຊາດລາວແລະ ຫວຽດນາມ ມັນໄດ້ກາຍເປັນປັດໃຈສຳຄັນທີ່ຈະຕັດແຍກອອກຈາກກັນບໍ່ໄດ້ ເຊິ່ງພວກເພິ່ນໄດ້ກາຍເປັນສັກຂີພິຍານ, ໜໍ່ແໜງຜູ້ສືບທອດທີ່ດີເລີດ ໂດຍໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາ ເຂົ້າຮ່ວມການເຄື່ອນໄຫວ ເພື່ອຊຸກຍູ້, ຖະນຸຖະຫນອມ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ມີຄວາມຈະເລີນງອກງາມ ຄືດັ່ງທຸກວັນນີ້; ຂ້າພະເຈົ້າ ກໍ່ນັບວ່າເປັນຜູ້ໜຶ່ງທີ່ໂຊກດີໃນຈໍານວນດັ່ງກ່າວ.

ໃນຕະຫຼອດໄລຍະການຕໍ່ສູ້ກູ້ຊາດ, ທະຫານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໄດ້ປະຕິບັດພັນທະສາກົນອັນສູງສົ່ງຂອງຕົນຢ່າງສະເໝີຕົ້ນສະເໝີປາຍ, ຕັ້ງໜ້າສະໜັບສະໜູນພາລະກິດປົດປ່ອຍຊາດ ແລະ ຄວາມເປັນເອກະລາດຂອງຊາດລາວ, ທະຫານອາສາສະໝັກຫວຽດນາມ ທີ່ເຄີຍໄດ້ສູ້ຮົບຮ່ວມຂຸມຕະຄອງດຽວກັນ ກັບ ທະຫານ ແລະ ປະຊາຊົນລາວ ຕີຕ້ານກັບສັດຕູໂຕດຽວກັນ, ຍາດເອົາເອກະລາດ, ຜືນແຜ່ນດີນອັນຄົບຖ້ວນມາໃຫ້ປະຊາຊາຊົນທັງສອງຊາດ ລາວ ແລະ ຫວຽດນາມ ນັ້ນ, ຈຳນວນຫຼວງຫຼາຍ ພວກເພີ່ນໄດ້ມາເສຍສະຫຼະເລືອດເນື້ອ, ຊີວິດໃນໄວໜຸ່ມແໜ້ນຂອງຕົນຢູ່ຜືນແຜ່ນດິນລ້ານຊ້າງແຫ່ງນີ້; ປະຊາຊົນລາວບັນດາເຜົ່າຍາມໃດກໍ່ຂໍຈາລຶກບຸນຄຸນ ແລະ ໄດ້ຮ່ວມກັນສ້າງອະນຸສາວະລີໃຫ້ແກ່ນັກຮົບນິລະນາມເຫຼົ່ານັ້ນທີ່ໄດ້ສະຫຼະເລືອດເນື້ອຂອງຕົນເຂົ້າໃນພາລະກິດອັນຍິ່ງໃຫຍ່ຂອງສອງຊາດ ລາວ ແລະ ຫວຽດນາມ.

ເມື່ອເຂົ້າສູ່ຍຸກສະໄໝໃໝ່, ຍຸກສະໄໝແຫ່ງການສ້າງສາພັດທະນາປະເທດຊາດໃນສັນຕິພາບ ແລະ ຂ້າມຜ່ານສູ່ລະບອບສັງຄົມນິຍົມ, ການພົວພັນສອງປະເທດໄດ້ປ່ຽນຈາກສາຍສຳພັນສູ່ຮົບຮ່ວມຂຸມຕະຄອງດຽວກັນ ແລະຕ້ານສັດຕູຕົວດຽວກັນໃນມື້ກ່ອນ ມາເປັນການພົວພັນມິດຕະພາບທີ່ຍີງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຢ່າງສົມບູນແບບ ຕາມຄວາມສະໝັກໃຈ ແລະ ສອງຊາດໄດ້ຂານອາສາສະໜັບສະໜູນຊ່ວຍເຫຼືອເກື້ອກຸນກັນ ເປັນຕາຍມີກັນ ແລະກັນ ຕະລອດກາລະນານ.

ວັນທີ 18 ກໍລະກົດ 1977, ສອງປະເທດໄດ້ລົງນາມຮ່ວມກັນໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ; ສົນທິສັນຍາດັ່ງກ່າວມີຄວາມໝາຍຄວາມສໍາຄັນຍິ່ງ, ເປັນພື້ນຖານທາງດ້ານນິຕິກໍາເປີດສັກກະຫຼາດໃໝ່ໃຫ້ແກ່ການເສີມຂະຫຍາຍ ແລະ ເປີດກວ້າງ ການພົວພັນຮ່ວມມືພິເສດຢ່າງຮອບດ້ານຂອງສອງຊາດ ລາວ ແລະ ຫວຽດນາມ ໃນໄລຍະໃໝ່ໄລຍະແຫ່ງການຮ່ວມມືສ້າງສາພັດທະນາປະເທດຊາດ. ຫຼັງຈາກນັ້ນ, ສອງປະເທດພວກເຮົາກໍ່ໄດ້ມີການລົງນາມບັນດາເອກະສານສັນຍາຮ່ວມມືກັນຂອງຂະແໜງການຕ່າງໆແຕ່ຂັ້ນສູນການລົງຮອດທອງຖິ່ນຂອງສອງປະເທດເປັນຈໍານວນຫຼາຍສະບັບໃນແຕ່ລະປີ. ປັດຈຸບັນ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ຂອງສອງປະເທດ ລາວ ແລະ ຫວຽດນາມ ຍິ່ງໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຕໍ່ເຕີມຂຶ້ນຕື່ມຢ່າງບໍ່ຢຸດຢັ້ງ, ນັບທັງລວງກວ້າງ ແລະ ລວງເລິກ ຢ່າງມີຊີວິດຊີວາອັນໃໝ່ ແທດຕົວຈິງກວ່າເກົ່າ; ເຮັດໃຫ້ການໄປມາຫາສູ່ກັນ ລະຫວ່າງ ການນໍາຂັ້ນສູງນັບມື້ນັບໃກ້ຊິດສະນິດສະໜົມ ເຂົ້າອົກເຂົ້າໃຈກັນຫຼາຍຂຶ້ນຕື່ມ. ການພົວພັນດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນມີຄວາມໝັ້ນທ່ຽງ ເຂັ້ມແຂງກວ່າເວລາໃດໝົດ, ໄດ້ກາຍເປັນເສົາຄໍ້າແຫ່ງມິດຕະພາບ, ເປັນກ້ອນກຳລັງແຮງ ແລະ ກາຍເປັນປັດໄຈທີ່ສຳຄັນຕົ້ນຕໍ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນພິເສດ, ການຮ່ວມມືຮອບດ້ານ ອັນສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສອງພັກ ສອງລັດ ແລະປະຊາຊົນສອງຊາດພວກເຮົາ.

ການພົວພັນດ້ານເສດຖະກິດ-ສັງຄົມ ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງ ນັກລົງທຶນຫວຽດນາມ ເຂົ້າມາລົງທຶນຢູ່ລາວ ນັບມື້ນັບຫຼາຍຂຶ້ນ, ນັບມື້ນັບມີຄຸນນະພາບກົງກັນຂ້າມນັກລົງທຶນລາວເອງກໍ່ເລີ່ມເຕີບໃຫຍ່ ຂະຫຍາຍໂຕມີຄວາມສົນໃຈເຂົ້າໄປລົງທຶນຢູ່ປະເທດຫວຽດນາມຫຼາຍຂຶ້ນເຊັ່ນກັນ, ທັງໝົດແມ່ນເພື່ອເປົ້າໝາຍສ້າງຜົນປະໂຫຍດຕົວຈິງຮ່ວມກັນ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນສອງຊາດລາວ ແລະ ຫວຽດນາມ; ເຊິ່ງສາມາດເວົ້າໄດ້ວ່າການພົວພັນ ລະຫວ່າງ ສອງປະເທດລາວ-ຫວຽດນາມ ຖືເປັນແບບຢ່າງທີ່ໃສແຈ້ງຫາຍາກຂອງການພົວພັນ ແລະ ຮ່ວມມືຮອບດ້ານໜຶ່ງດຽວໃນໂລກແຫ່ງນີ້.

ໃນຂະບວນການປົກປັກຮັກສາ ແລະ ສ້າງສະພັດທະນາປະເທດຊາດໃນປັດຈຸບັນ, ບົນພື້ນຖານແຜນພັດທະນາແຫ່ງຊາດ ຂອງແຕ່ລະປະເທດ; ສອງປະເທດ ໄດ້ສືບຕໍ່ເອື້ອອໍານວຍຄວາມສະດວກໃຫ້ກັນ ແລະກັນ ບົນພື້ນຖານສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ທີ່ສອງພັກ-ສອງລັດຖະບານໄດ້ຕົກລົງກັນຕາມກົນໄກສະເພາະຂອງສອງປະເທດ, ຊ່ວຍເຫຼືອກັນຢ່າງມີຫົວຄິດປະດິດສ້າງດ້ວຍຫຼາຍຮູບຫຼາຍສີ ເພື່ອໃຫ້ແທດເໝາະກັບຍຸກສະໄໝ ເປີດກວ້າງການຮ່ວມມືຫຼາຍຂຶ້ນ, ນອກຈາກຮ່ວມມື ລະຫວ່າງສອງປະເທດແລ້ວ ຍັງມີການຮ່ວມມືແບບຫຼາຍຝ່າຍ ເພື່ອນໍາໃຊ້ກຳລັງແຮງສາກົນ ເຂົ້າມາຮັບໃຊ້ໃຫ້ແກ່ການພັດທະນາພາຍໃນປະເທດໃຜລາວ. ສອງປະເທດ ໄດ້ມີການປະສານສົມທົບກັນ ສະໜັບສະໜູນຊ່ວຍເຫຼືອກັນ ໃນເວທີພາກພື້ນ ແລະສາກົນຕ່າງໆຢ່າງຕັ້ງໜ້າ ບໍ່ວ່າໃນເວທີພາກພື້ນ ແລະສາກົນແຫ່ງໃດ ທີ່ສອງປະເທດ ລາວ ແລະ ຫວຽດນາມ ໄດ້ພົບພໍ້ກັນ ພວກເຂົາ ມີຄວາມກະຕືລືລົ້ນ ຄືໄດ້ເຫັນພີ່ນ້ອງຮ່ວມຊາດດຽວກັນ ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອ ເກື້ອກຸນກັນຢ່າງບໍລິສຸດຜຸດຜ່ອງ ຊຶ່ງບໍ່ເຄີຍມີປະເທດໃດໃນໂລກນີ້ຈະສາມາດເຮັດໄດ້.

ໃນປັດຈຸບັນ, ສອງປະເທດ ລາວ ແລະ ຫວຽດນາມ ໄດ້ສືບຕໍ່ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ທີ່ລັດຖະບານວາງອອກ, ໃນນັ້ນ ສສ.ຫວຽດນາມ ໄດ້ຕັ້ງໜ້າສຸມໃສ່ “ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIII” ຂອງ ສສ ຫວຽດນາມ, ສ່ວນ ສປປ ລາວ ກໍ່ໄດ້ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມຕໍ່ອະນຸພາກພື້ນ” ແລະເອົາໃຈໃສ່ຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX” ຂອງຕົນຢ່າງຕັ້ງໜ້າ. ໃນຍຸດທະສາດການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ ໄລຍະ 2021-2030 ແລະ ສັນຍາຮ່ວມມື ໄລຍະ 2021-2025 ຂອງສອງຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານລາວ ແລະ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2021 ຜ່ານມາ ສອງລັດຖະບານ ລາວ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ຕົກລົງຮ່ວມກັນຫຼາຍບັນຫາ, ຫຼາຍຂົງເຂດ ເຊັ່ນ: ການເຊື່ອມຈອດຕາຂ່າຍໄຟຟ້າ ແລະ ການຊື້-ຂາຍໄຟຟ້າ ລະຫວ່າງສອງປະເທດ; ການເຊື່ອມຈອດດ້ານຄົມມະນາຄົມ ກໍ່ໄດ້ຮັບການພັດທະນາຮ່ວມກັນ ແລະໄດ້ຮັບການເອົາໃຈໃສ່ຕິດຕາມຊຸກຍູ້ຢ່າງໃກ້ຊິດຈາກສອງລັດຖະບານຢ່າງຈິງຈັງ, ອັນພົ້ນເດັ່ນແມ່ນສອງປະເທດໄດ້ກຳນົດຍຸດທະສາດການພັດທະນາເຊື່ອມຈອດເສັ້ນທາງຄົມມະນາຄົມ ລະຫວ່າງລາວ ແລະ ຫວຽດນາມ, ໃນນັ້ນແມ່ນໂຄງການ “ກໍ່ສ້າງເສັ້ນທາງດ່ວນວຽງຈັນ (ລາວ)-ຮ່າໂນ້ຍ (ຫວຽດນາມ)” ທີ່ປຽບສະເໝືອນສາຍເລືອດ ແຫ່ງມິດຕະພາບ ຂອງການເຊື່ອມຕໍ່ເຂົ້າໃນພາກພື້ນ ແລະ ສາກົນ; ໂຄງການຮ່ວມມືລົງທຶນພັດທະນາ ທ່າເຮືອຫວຸງອ່າງ 1, 2 ແລະ 3 ເພື່ອສ້າງເງື່ອນໄຂສະດວກໃຫ້ ສປປ ລາວ ມີທາງອອກສູ່ທະເລ ແລະ ດ້ວຍເປົ້າໝາຍຈະພັດທະນາທ່າເຮືອດັ່ງກ່າວໃຫ້ກາຍເປັນທ່າເຮືອສາກົນ ຂອງ ລາວ ຕາມທິດຮ່ວມມືແບບຍືນຍົງ ສົ່ງເສີມພັດທະນາ ແລວ ທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ໃຫ້ເປັນຮູບປະທຳໄວຂຶ້ນ ເພື່ອຊຸກຍູ້ສົ່ງເສີມການລົງທຶນ-ການທ່ອງທ່ຽວ ເຊິ່ງສອງປະເທດ ລ້ວນແຕ່ມີທ່າແຮງ. ນອກນັ້ນ, ສອງປະເທດ ຍັງໄດ້ພ້ອມກັນສືບຕໍ່ຊຸກຍຸ້ ສົ່ງເສີມພັດທະນາໂຄງການສ້າງເສັ້ນທາງລົດໄຟ ລາວ-ຫວຽດນາມ ແຕ່ນະຄອນຫຼວງວຽງຈັນ-ທ່າແຂກ-ມຸຢະ-ເຕິ່ນເອີບ-ຫວຸງອາງ ແລະ ໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ ໃຫ້ປະກົດຜົນເປັນຈິງ ໃນອະນາຄົດອັນໃກ້ໆນີ້; ບັນດາໂຄງການຮ່ວມມືເຫຼົ່ານີ້ ຖືເປັນໂຄງການບູລິມາສິດຂອງສອງພັກ ສອງລັດຖະບານ ແລະ ເປັນສັນຍະລັກແຫ່ງການຮ່ວມມື ທີ່ແທດຕົວຈິງສູງທີ່ສຸດ ລະຫວ່າງ ສອງປະເທດ ເຊິ່ງຈະສ້າງສິ່ງອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນສອງປະເທດພວກເຮົາ ໄດ້ໄປມາຫາສູ່ກັນຫຼາຍຂຶ້ນ, ໄດ້ຮັບຜົນປະໂຫຍດຕົວຈິງຫຼາຍຂຶ້ນ ທັງເປັນການສ້າງແຮງບັນດານໃຈ ຕໍ່ຄໍາໝັ້ນສັນຍາ, ຄວາມໄຝ່ຝັນ ຂອງລຸ້ນການນຳອາວຸໂສ ຂອງສອງຊາດ ພວກເຮົາຢາກໄດ້ ຢາກເຫັນ ແລະຢາກໃຫ້ເກີດເປັນຈິງໃນບໍ່ດົນນີ້.

ສສ ຫວຽດນາມ ເປັນປະເທດໜຶ່ງທີ່ເຂົ້າມາລົງທຶນຢູ່ລາວ ເປັນຈຳນວນຫຼາຍ, ຈັດຢູ່ໃນອັນດັບຕົ້ນໆໃນຈຳນວນ 54 ປະເທດ ແລະ ເຂດແຄວ້ນທີ່ມີການລົງທຶນຢູ່ລາວ; ມູນຄ່າການລົງທຶນຂອງນັກລົງທຶນຫວຽດນາມ ຢູ່ລາວ ມີປະມານ 3,7 ຕື້ໂດລາສະຫະລັດ ໂດຍລົງທຶນເຂົ້າໃນການພັດທະນາ ຂະແໜງເຂື່ອນໄຟຟ້ານ້ຳຕົກ, ບໍ່ແຮ່, ກະສິກຳ, ການບໍລິການ ແລະ ຂະແໜງການອື່ນໆ. ບັນດາວິສາຫະກິດ ຂອງ ຫວຽດນາມ ທີ່ເຂົ້າມາລົງທຶນໃນ ສປປ ລາວ ແມ່ນບໍ່ໄດ້ຄຳນຶງແຕ່ຜົນປະໂຫຍດດ້ານເສດຖະກິດຂອງຕົນຢ່າງດຽວເທົ່ານັ້ນ, ແຕ່ເຂົາເຈົ້າຍັງໄດ້ຊ່ວຍສ້າງໂຄງການທີ່ມີຜົນດີຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ເຊັ່ນ: ໂຮງຮຽນ, ໂຮງໝໍ, ຊົນລະປະທານ ແລະ ເສັ້ນທາງ ເປັນຕົ້ນ ທັງນີ້ກໍເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ພື້ນຖານຂອງປະຊາຊົນບັນດາເຜົ່າໃນເຂດຫ່າງໄກຊອກຫຼີກ ໃຫ້ດີຂຶ້ນເທື່ອລະກ້າວ ສິ່ງທີ່ຫນ້າຊົມເຊີຍ ແລະເຫັນປະຈັກຕາ ກໍ່ແມ່ນໂຄງການສ້າງເຂື່ອນໄຟຟ້າເຊຂະໝານ 1, ເຊຂະໝານຊານໄຊ ໂດຍສະຫະບໍລິສັດຊົງດາຫວຽດນາມ, ໂຄງການໂທລະຄົມມະນາຄົມ ຢູນີແທວ ຂອງກຸມບໍລິສັດ ຫວຽດແທວ, ໂຮງແຮມເມືອງແທັງ ຂອງກຸມບໍລິສັດເມືອງແທັງ, ໂຮງແຮມ ຄລາວພລາຊາ ຂອງກຸມບໍລິສັດ ບີບຫວຽດນາມ ແລະອື່ນໆ ໄດ້ກາຍເປັນສັນຍາລັກ ແຫ່ງມິດຕະພາບ ທີ່ຍືນຍົງຄົງຕົວ ຢູ່ບົນດິນແດນລ້ານຊ້າງ ແຫ່ງນີ້ຕະຫຼອດໄປ.

ໃນປີ 2021, ເຖິງແມ່ນວ່າສະພາບແຜ່ລະບາດພະຍາດໂຄວິດ-19 ຢູ່ສອງປະເທດ ຍັງສືບຕໍ່ຮຸນແຮງກໍ່່ຕາມ, ມູນຄ່າການຄ້າ ລະຫວ່າງສອງຝ່າຍ ບັນລຸໄດ້ 1,37 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສຳລັບ ສປປ ລາວ ເອງກໍ່ມີການສົ່ງສິນຄ້າໄປຂາຍຢູ່ ຫວຽດນາມ ເພີ່ມຂຶ້ນໂດຍສະເພາະແມ່ນຜະລິດຕະພັນສິນຄ້າກະສິກຳທີ່ເປັນທ່າແຮງຂອງລາວ ເຊັ່ນ: ເຂົ້າສານ, ກາເຟ, ຢາງພາລາ, ໝາກກ້ວຍ, ນໍ້າຕານ, ໝາກໂມ ແລະອື່ນໆ ນັບມື້ເພີ້ມຂຶ້ນ ແລະນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຂອງຊາວຫວຽດນາມເປັນຢ່າງດີ.

ການແລກປ່ຽນດ້ານວັດທະນະທຳ ລາວ-ຫວຽດນາມ ກໍ່ນັບມື້ນັບເພີ່ມຫຼາຍຂຶ້ນໂດຍຫຼາຍຮູບແບບ, ຫຼາຍສີສັນ, ນັກສະແດງລາວ ແລະຫວຽດນາມ ໄດ້ຮ່ວມກັນສະແດງລະຄອນເລື່ອງ: “ຮ່ວມຂຸມຕະຄອງດຽວກັນ” ເຊິ່ງເປັນການເຜີຍແຜ່ປະຫວັດການຕໍ່ສູ້ກູ້ຊາດຮ່ວມກັນຂອງສອງຊາດສະທ້ອນໃຫ້ເຫັນມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ແມ່ນໄດ້ຮັບຄວາມນິຍົມຊົມຊອບ ແລະ ເຮັດໃຫ້ປະຊາຊົນສອງປະເທດ ມີຄວາມເອກອ້າງທະນົງໃຈ ແລະ ປະທັບໃຈຫຼາຍທີ່ສຸດ.

ການໄປມາຫາສູ່ກັນແບບ “ໄປພຸ້ນກິນປາ ມາພີ້ກິນເຂົ້າ” ຂອງປະຊາຊົນສອງປະເທດແມ່ນມີຈໍານວນເພີ່ມຂຶ້ນໃນແຕ່ລະປີ, ຈໍານວນນັກທ່ອງທ່ຽວຫວຽດນາມ ເຂົ້າມາທ່ອງທ່ຽວຢູ່ລາວຫຼາຍຂຶ້ນ ແລະ ຈຳນວນປະຊາຊົນຄົນລາວ ໄປທ່ອງທ່ຽວ ຫວຽດນາມ ກໍ່ນັບມື້ນັບຫຼາຍຂຶ້ນໃນແຕ່ລະປີ. ນັກສຶກສາລາວຫຼາຍກວ່າ 1.100 ທຶນຕໍ່ປີ ທີ່ໄດ້ຮັບທຶນການສຶກສາຈາກລັດຖະບານ ຫວຽດນາມ ໄປສຶກສາຕໍ່ໃນລະດັບຕ່າງໆ ຢູ່ ບັນດາສະຖາບັນຕ່າງໆ ຢູ່ ສສ ຫວຽດນາມ; ນອກນີ້ ຍັງມີທຶນການສຶກສາ ຂອງບັນດາແຂວງແຮກສ່ຽວ, ບັນດາສະຖາບັນການສຶກສາ ແລະ ທຶນສ່ວນຕົວຕື່ມອີກຈໍານວນຫຼາຍພັນທຶນ ແລະມີທ່ວງທ່າເພີ່ມຂຶ້ນໃນແຕ່ລະປີ. ນັກສຶກສາລາວ ທີ່ໄດ້ຮັບການບຳລຸງກໍ່ສ້າງ ຢູ່ ສສ ຫວຽດນາມ ແມ່ນມີຈໍານວນຫຼາຍທີ່ສຸດ ຖ້າທຽບກັບບັນດາປະເທດ ທີ່ສະໜອງທຶນການສຶກສາໃຫ້ແກ່ລາວ. ຂ້າພະເຈົ້່າ ເຊື່ອໝັ້ນວ່າ ສສຫວຽດນາມ ຈະກາຍເປັນເບົ້າຫຼອມ, ເປັນບ່ອນກໍ່ສ້າງພະນັກງານ-ບຸກຄະລາກອນຫຼັກໃຫ້ແກ່ ສປປລາວ; ພວກເຂົາ ເຫຼົ່ານັ້ນຈະກາຍເປັນມູນມໍລະດົກທີ່ສໍາຄັນ ແລະກາຍເປັນຂົວຕໍ່ມິດຕະພາບທີ່ແຂງແກ່ນໃຫ້ແກ່ ສາຍພົວພັນມິດຕະພາບອັນຍິງໃຫ່ຍ ຂອງສອງຊາດລາວ ແລະ ຫວຽດນາມ ແລະ ພວກເຂົາເຫຼົ່ານັ້ນຈະໄດ້ກາຍເປັນກ້ອນກໍາລັງແຮງຫຼັກ ໃນການຂັບເຄື່ອນວຽກງານການຮ່ວມມືຮອບດ້ານ ທັງພາກລັດ ກໍ່ຄືພາກເອກະຊົນ ແຕ່ສູນກາງຮອດທ້ອງຖິ່ນ ຂອງ ສປປ ລາວ ແລະ ສສ ຫວຽດນາມ.

ດ້ານສາທາລະນະສຸກ ກໍໄດ້ຮັບການເສີມຂະຫຍາຍເປັນຢ່າງດີ, ໂດຍສະເພາະ ແມ່ນການບໍລິການດ້ານການປິ່ນປົວພະຍາດຢູ່ບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ, ແພດຫວຽດນາມ ໄດ້ຈັດຕັ້ງການມາກວດກາສຸຂະພາບ ແລະ ປິ່ນປົວພະຍາດຢູ່ບັນດາແຂວງຊາຍແດນຕາມການສະເໜີຂອງຝ່າຍລາວ ມີຈຳນວນເພິ່ມຂຶ້ນ; ອັນສຳຄັນໃນນັ້ນ ລັດຖະບານຫວຽດນາມ ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ ໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ ຢູ່ ສອງແຂວງຫົວພັນ ແລະ ຊຽງຂວາງ ເຊິ່ງເປັນສອງໂຄງການກໍ່ສ້າງໂຮງໝໍທີ່ໃຫຍ່ທີ່ສຸດ, ທັນສະໄໝທີ່ສຸດ ແລະ ອຸປະກອນການແພດຄົບວົງຈອນທີ່ສຸດ ເພື່ອຮັບໃຊ້ປິ່ນປົວ ປະຊາຊົນລາວ ຢູ່ບັນດາແຂວງພາກເໜືອ ຂອງລາວ ຄາດວ່າຈະກໍ່ສ້າງສຳເລັດ ໃນປີ 2022 ທີ່ຈະມາເຖິງນີ້. ໃນຊ່ວງທີ່ມີການແຜ່ລະບາດພະຍາດໂຄວິດ-19, ທີມງານຊ່ຽວຊານ-ແພດໝໍ ແລະ ອຸປະກອນການແພດ ຫຼາຍສິບພັນໂຕນ ຈາກ ສສ ຫວຽດນາມ ເຂົ້າມາຊ່ວຍເຫຼືອ ສປປ ລາວ ຢ່າງທັນການ ແລະກໍ່ເປັນປະເທດທໍາອິດ ທີ່ສົ່ງການຊ່ວຍເຫຼືອ ມາຊ່ວຍ ສປປ ລາວ ພວກເຮົາ. ສຳລັບ ສປປ ລາວ ເອງ ເຖິງວ່າຍັງມີຄວາມຂາດເຂີນພົບກັບຫຍຸ້ງຍາກນາໆປະການ ແຕ່ກໍ່ຍັງໄດ້ບິແບ່ງນໍ້າໃຈ ສົ່ງການຊ່ວຍເຫຼືອ ໄປຊ່ວຍເພື່ອນ ຫວຽດນາມ ເຊັ່ນກັນ; ນີ້ແມ່ນການສະແດງໃຫ້ເຫັນໄດ້ ເຖິງຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ບິແບ່ງກັນ” ບໍ່ວ່າຈະແມ່ນຍຸກໃດ ສະໄໝໃດກໍ່ຍັງຖືກຕ້ອງສະເໝີ.

ໂຄງການອັນພົ້ນເດັ່ນ ທີ່ເປັນສັນຍາລັກ ຂອງສາຍພົວພັນສອງຊາດພວກເຮົາ ອີກໂຄງການໜຶ່ງແມ່ນ ຕຶກສະພາແຫ່ງຊາດລາວຫຼັງໃໝ່ທີ່ເປັນຂອງຂວັນອັນລໍ້າຄ່າ, ເປັນຂອງຕ້ອນຈາກໃຈຈິງຂອງ ພັກ-ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ, ທີ່ຕັ້ງສະຫງ່າ ຢູ່ ຄຽງຂ້າງ ພະທາດຫຼວງວຽງຈັນ ເຊິ່ງມິ່ງຂວັນຂອງປວງຊົນລາວທັງຊາດ ໄດ້ເປີດການນໍາໃຊ້ໃນວັນທີ 10 ສິງຫາ 2021 ຜ່ານມາ, ຕຶກດັ່ງກ່າວ ເປັນຕຶກທີ່ມີຄວາມງົດງາມ ດ້ວຍສະຖາປັດຕະຍາກໍາ ແບບລາວ ແຕ່ກໍ່ສ້າງໂດຍນາຍຊ່າງຫວຽດນາມ, ເປັນຕຶກທີ່ມີຄຸນລັກສະນະທີ່ສຸດຍອດຄື: ທັນສະໄໝທີ່ສຸດ, ສວຍງາມມີເອກະລັກຂອງວັດທະນະທຳສະຖາປັດຕິຍະກຳຂອງລາວດີທີ່ສຸດ, ອາຄານມີຄວາມແໜ້ນໜາແຂງແກ່ນເຊິ່ງຈະສາມາດໃຊ້ການໄດ້ຍາວນານທີ່ສຸດ ແລະມີມູນຄ່າສູງທີ່ສຸດ.

ຂ້າພະເຈົ້າ ເຊື່ອແນ່ວ່າໃນອານາຄົດຂ້າງໜ້າ, ສອງປະເທດພວກເຮົາຍັງຈະຕ້ອງໄດ້ສືບທອດພາລະກິດປະຕິວັດອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະໝັ້ນຄົງ ລະຫວ່າງສອງສອງພັກ-ສອງລັດ, ປະຊາຊົນສອງຊາດລາວ-ຫວຽດນາມ ຈະກ້າວເຂົ້າສູ່ລວງກວ້າງ ແລະລວງເລິກຢ່າງໜັກແໜ້ນຮອບດ້ານກວ່າ. ສ້າງໃຫ້ໄດ້ຄວາມໄວ້ເນື້ອເຊື່ອໃຈກັນສູງສຸດ, ຊ່ວຍເຫຼືອເກື້ອ ກູນກັນໃຫ້ໄດ້ຫຼາຍທີ່ສຸດ; ເອົາໃຈໃສ່ຖອດຖອນບົດຮຽນໃຫ້ກັນ ແລະກັນໃຫ້ຫຼາຍທີ່ສຸດ, ປະຕິບັດຄຳໝັ້ນສັນຍາທີ່ມີຕໍ່ກັນໃຫ້ໄດ້ຫຼາຍທີ່ສຸດ; ຊອກຄົ້ນ, ຮຽນຮູ້ທິດສະດີການເມືອງ-ການພັດທະນາໃໝ່ໆ ແນໃສ່ສ້າງພຶດຕິກຳຕົວຈິງໃຫ້ຫຼາຍທີ່ສຸດ ໃນການສ້າງສາສັງຄົມນິຍົມ ຢູ່ແຕ່ລະປະເທດໃຫ້ເປັນຮູບປະທຳຕາມສີສັນ ຂອງແຕ່ລະປະເທດ. ສືບຕໍ່ຮັດແໜ້ນການໄປມາຫາສູ່ ລະຫວ່າງການນຳຂອງສອງພັກ, ສອງລັດຖະບານ, ພາກສ່ວນນິຕິບັນຍັດ, ການນຳຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະທ້ອງຖີ່ນໃຫ້ມີຄວາມເປັນເອກະພາບສູງສຸດ, ໃຫ້ການສະໜັບສະໜູນຊຶ່ງກັນ ແລະກັນ ໃນເວທີ່ສາກົນຕ່າງໆ ທີ່ກ່ຽວພັນເຖິງຜົນປະໂຫຍດ ແລະຊະຕາກຳຮ່ວມກັນ ຂອງສອງປະເທດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນ ສອງກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສອງປະເທດ ຕ້ອງໄດ້ປະສານງານນຳກັນຢ່າງແໜ້ນແຟ້ນ ພ້ອມກັນຕີຖອຍທຸກຖ້ອຍທຳນອງ-ກົນອຸບາຍທຳລາຍມ້າງເພ ຂອງພວກບໍ່ຫວັງດີ. ອອກແຮງຊຸກຍູ້ ສົ່ງເສີມການເຕີມໂຕທາງດ້ານເສດຖະກິດ, ລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນບັນດາເຜົ່າ ຢູ່ ເຂດຫ່າງໄກຊອກຫຼີກ, ເຂດທີ່ໝັ້ນເກົ່າ ຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ ໃຫ້ກາຍເປັນເຂດທີ່ໝັ້ນເຮັດການຜະລິດເພື່ອສົ່ງອອກ, ສ້າງເປັນເຂດພັດທະນາຫົວໜ່ວຍນ້ອຍສັງຄົມກ້ວາງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຢູ່ເຢັນເປັນສຸກ ຮັ່ງມີສີວິໄລຂຶ້ນເທື່ອລະກ້າວ. ອອກແຮງສຶກສາອົບຮົມ ລູກຫຼານ-ໄວໜຸ່ມລາວ-ຫວຽດນາມ ໃຫ້ຮູ້ເຫັນເປັນໃຈ ເຖິງມູນເຊື້ອອົງອາດກ້າຫານບໍ່ຍອມຈຳນົນ ໃນແຕ່ລະຍຸກແຕ່ລະສະໄໝ ຂອງບັນພະບຸລຸດ ລາວ-ຫວຽດນາມ ໄດ້ສ້າງໄວ້ໃນຕະຫຼອດໄລຜ່ານມາ ກໍ່ຄືໃນອານາຄົດຕະການຂ້າງໜ້າ ຢ່າງໝັ້ນຄົງ ແລະ ສະເໝີຕົ້ນສະເໝີປາຍ ຄືດັ່ງຄຳສອນຂອງປະທານໂຮມີນ ໄດ້ກ່າວໄວ້ວ່າ “ຊ່ວຍເພື່ອນຄືຊ່ວຍເຮົາ” ເພື່ອເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຍືນຍົງໝັ້ນຄົງຂະນົງແກ່ນແຕກດອກອອກຜົນ, ສວຍສົດງົດງາມຕະຫຼອດກາລະນານ.

ທ່ານ ຄໍາເຜີຍ ແກ້ວກີນນາລີ, ອາດີດຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.