ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຍິນດີ ກັບຜູ້ຕິດເຊື້ອນ້ຳເບີ 22 ໄດ້ອອກຈາກໂຮງໝໍແລ້ວ

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຍິນດີ ກັບຜູ້ຕິດເຊື້ອນ້ຳເບີ 22 ໄດ້ອອກຈາກໂຮງໝໍແລ້ວ

ໃນວັນທີ 14 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ລາຍ

ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ລາຍ

ໃນວັນທີ 11 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໄດ້ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 1 ລາຍ ໃນວັນທີ 10 ກັນຍາ 2020, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 418 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 06 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 07 ຕົວຢ່າ   ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 08 ຕົວຢ່າງ; ຜົນກວດວິ ເຄາະທັງໝົດແມ່ນພົບຜູ້ຕິດເຊື້ອ ຈຳນວນ 01 ຕົວຢ່າງ ລາຍລະອຽດດັ່ງນີ້, ເປັນເພດຊາຍ ອາຍຸ 29 ປີ, ສັນຊາດ: ລາວ, ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ ກ່ອນໜ້າເດີນທາງໄປ ສ.ຣັດເຊຍ ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ, ເມືອງໄຊທານີ, ກັກໂຕຢູ່ສູນຫລັກ 27.

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 9 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ລາວ-ສປຊ ກຽມປະເມີນ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2021

ລາວ-ສປຊ ກຽມປະເມີນ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນ ປີ 2021

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສະຫະປະຊາຊາດ ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ ທີ່ ນິວຢອກ, ສ.ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2021. ໂດຍກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂຶ້ນໂດຍອົງການ ສປຊ ໃນປີ 1971 ປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ.

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່

ໃນວັນທີ 7 ກັນຍາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 6 ກັນຍາ 2020, ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 1.809 ຄົນ. 

ສະຖິຕິການຂຶ້ນທະບຽນຍານພາຫະນະແຕ່ລະປີ ຢູ່ ສປປ ລາວ ເພີ່ມຂຶ້ນປະມານ 14%

ສະຖິຕິການຂຶ້ນທະບຽນຍານພາຫະນະແຕ່ລະປີ ຢູ່ ສປປ ລາວ ເພີ່ມຂຶ້ນປະມານ 14%

ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານ ພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາ ໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການ ຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງ ບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ.

ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຄະນະຜູ້ແທນຂັ້ນສູງພັກ, ລັດຖະບານລາວ ນຳໂດຍ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ,  ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່

ວັນທີ 04 ສິງຫາ 2020 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍ ແຕ່ງຕັ້ງ ທ່ານ ດຣ ນາງ ເພຍ ຣີ ແບນໂລ ບຣິດໂຕ (Dr PiaRebello Britto), ເພື່ອມາດຳ ລົງຕຳແໜ່ງເປັນຜູ້ຕາງໜ້າຂອງ ອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ຄົນໃໝ່.

ສາທາລະນະສຸກ ຮຽກຮ້ອງການສະໜັບສະໜູນ ເພື່ອເພີ່ມ ອັດຕາປົກຄຸມການໃຫ້ວັກແຊັງກັນພະຍາດ ຢູ່ ສປປ ລາວ

ສາທາລະນະສຸກ ຮຽກຮ້ອງການສະໜັບສະໜູນ ເພື່ອເພີ່ມ ອັດຕາປົກຄຸມການໃຫ້ວັກແຊັງກັນພະຍາດ ຢູ່ ສປປ ລາວ

ໃນວັນທີ 4 ເດືອນ ສິງຫາ ປີ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງສາທາລະນະສຸກ ຮ່ວມກັບອົງການອຸຍນີເຊບ ປະຈຳ ສປປ ລາວ ຈັດກອງປະຊຸມຂົນຂວາຍ ຂໍການສະໜັບສະໜູນ ກ່ຽວກັບວຽກງານ ການບໍລິການ ໃຫ້ວັກແຊັງກັນພະຍາດ ຈຸດປະສົງ ເພື່ອເສີມສ້າງການຮ່ວມມືກັນ ໃນການແກ້ໄຂອັດຕາປົກຄຸມ ຂອງການໃຫ້ວັກແຊັງ ກັນພະຍາດຕໍ່າ ເຊິ່ງໄດ້ຖືກຜົນກະທົບ ໂດຍການລະບາດຂອງເຊື້ອ ພະຍາດໂຄວິດ-19 ແລະ ເພື່ອຮັບປະກັນການ ບໍລິການໃຫ້ວັກແຊັງ ໄປຮອດໄປເຖິງເດັກນ້ອຍທຸກຄົນຢູ່ທົ່ວປະເທດ.

ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ

ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ

ປັດຈຸບັນ ສປປ ລາວ ໃນຂອບເຂດທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.117 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

78 ມື້ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

78 ມື້ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

ໃນວັນທີ 29 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.

ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ

ມາຮອດວັນທີ 23 ມິຖຸນາ 2020, ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອພະຍາດ​ ໂຄ​ວິດ-19 ​ເພີ່ມ ເປັນເວລາ 72 ວັນ​ຕິດ​ຕໍ່​ກັນ ​ແລະ ສາມາດປິ່ນປົວຜູ້​ຕິດ​ເຊື້ອ​ທັງໝົດຫາຍ​ດີ ​ແລະ ອອກ​ໂຮງໝໍ​ເປັນ​ທີ່​ຮຽບຮ້ອຍ. 

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕອນຢູ່ ສປປ ລາວ

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື ສຶກສາຄວາມເປັນໄປໄດ້ໂຄງການຫັນເປັນດີຈີຕອນຢູ່ ສປປ ລາວ

ເມື່ອບໍ່ດົນມານີ້, ພິທີເຊັນບົດບັນທຶກຄວາມ ເຂົ້າໃຈໄດ້ຈັດຂຶ້ນ ທີ່ຫ້ອງປະຊຸມຂອງບໍລິສັດສະຕາ ໂທລະຄົມ ໃຫ້ກຽດລົງນາມຄັ້ງນີ້ມີ ທ່ານ ປອ. ຄຳເພັດ ວົງດາລາ, ຫົວ ໜ້າກົມແຜນການ ແລະ ຮ່ວມມື, ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ແລະ ທ່ານ ລິວ ແມ໋ງ ຮ່າ, ຜູ້ອຳນວຍການໃຫຍ່ບໍລິສັດສະຕາໂທລະຄົມ (Unitel) ເຂົ້າຮ່ວມເປັນສັກຂີພິຍານ.

ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາ ບາງປະເພດໃຫ້ແກ່ພົນລະເມືອງລາວ

ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາ ບາງປະເພດໃຫ້ແກ່ພົນລະເມືອງລາວ

ເລີ່ມແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ,ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວີຊາ (Visa) ເຂົ້າ ສະຫະລັດ ອາເມລິກາໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ...

ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ສປປ ລາວ ຮ່ວມປະຊຸມທາງໄກສະໄໝພິເສດ ລັດຖະມົນຕີ ຕ່າງປະເທດ ອາຊຽນ-ລັດເຊຍ ວ່າດ້ວຍການຕ້ານ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ສປປ.ລາວ, ທ່ານ ສະເຫລີມໄຊ ກົມມະສິດ - ລັດຖະມົນຕີກະຊວງການຕ່າງປະເທດສປປ.ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍ ວ່າດ້ວຍການປ້ອງກັນ ແລະ ຕ້ານການແຜ່ລະບາດພະຍາດ COVID-19.

ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ສປປ ລາວ - ສສ ຫວຽດນາມຮ່ວມມືໃນການແກ້ໄຂການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ແຕ່ງດອງທີ່ຜິດກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ

ຍສໝ - ເຖິງແມ່ນວ່າພັກ, ລັດຖະບານລາວ ແລະ ຫວຽດນາມ ໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ, ແຕ່ບັນຫາຍົກຍ້າຍຕັ້ງພູມລຳເນົາຕາມລຳພັງ ແລະ ການແຕ່ງດອງທີ່ບໍ່ມີການຈົດທະບຽນຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງ, ເພາະວ່າປະເດັນນີ້ໄດ້ເຮັດຕາມຮີດຄອງ ແລະ ສືບໆເປັນເວລາຫຼາຍສີບປີ.    

66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກມີສື່ມວນຊົນເຂົ້າຮ່ວມ.

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງລາຍເຊັນເອເລັກໂຕຣນິກ

ສປປ ລາວ ຈະມີການໃຫ້ບໍລິການ ການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ, ເຊິ່ງການດໍາເນີນກິດຈະການ ໃຫ້ບໍລິການອອກໃບຮັບຮອງ ລາຍເຊັນເອເລັກໂຕຣນິກ ແມ່ນການຄຸ້ມຄອງການຢັ້ງຢືນ ລາຍເຊັນເອເລັກໂຕຣນິກ, ການໃຫ້ການບໍລິການ ແລະ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ຂອງບຸກ ຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໂດຍມີກົດໝາຍທີ່ຕິດພັນກັບ ກິດຈະການລາຍເຊັນເອເລັກໂຕຣນິກ ເພື່ອສົ່ງເສີມການດໍາເນີນ ກິດຈະການໃຫ້ ເປັນລະບຽບ, ຖືກຕ້ອງ, ໄດ້ມາດຕະຖານ, ທັນສະໄໝ, ປອດໄພ ແລະ ວ່ອງໄວ ແນ່ໃສ່ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ.

ເຫດການ