ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

18:20 | 28/09/2020

ໃນວັນທີ 28 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 6962 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ
ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 6962 ນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 270 ຄົນ ຈາກຣັດເຊຍກັບຄືນປະເທດຢ່າງປອດໄພ
ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 6962
ພາບປະກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 27 ກັນຍາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 1.884 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1.033 ຄົນ (ແຮງງານລາວ ກັບມາແຕ່ໄທ 601 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 120 ຄົນ, ໃນນີ້ ມີແຮງງານລາວ 01 ຄົນ ແລະ ແຮງງານຈີນ 83 ຄົນ, ຜ່ານດ່ານບໍ່ເຕັນ ແຂວງຫລວງນໍ້າທາ, ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ, ຈຸດຜ່ານດ່ານ ລາວ-ຫວຽດນາມ 729 ຄົນ, ເຊິ່ງເຂົ້າມາໂດຍຖືກອະນຸຍາດ ຈາກຄະນະສະເພາະກິດ (ໃນນັ້ນມີນັກສຶກສາ 16 ຄົນ, ແຮງງານຫວຽດນາມ 24 ຄົນ, ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ, ເຊິ່ງສ່ວນຫລາຍແມ່ນ ເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ), ຈຸດຜ່ານດ່ານ ລາວ-ກຳປູເຈຍ 00 ຄົນ, ເດີນທາງຜ່ານດ່ານ ລາວ-ມຽນມາ ທັງໝົດ 02 ຄົນ (ເຮືອຂົນສົ່ງສິນຄ້າ ເດີນທາງເຂົ້າມາ 01 ລໍາ, ໄດ້ຜົ່ນຢາຂ້າເຊື້ອ ດ້ວຍນໍ້າຢາຄໍລິນ, ໃນເຮືອມີຄົນຂັບເຮືອ ແລະ ລູກເຮືອເປັນຄົນລາວທັງໝົດ. ການຂົນສົ່ງສິນຄ້າ ທາງເຮືອ ແມ່ນໄດ້ສົ່ງຈາກດ່ານ ຜ່ານດ່ານບ້ານມອມ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄປຮອດດ່ານສົບໂຫລຍ, ເມືອງຊຽງລາບ ແຂວງທ່າຂີ້ເຫລັກ, ປະເທດມຽນມາ, ເດີນທາງຜ່ານສະໜາມບິນ ສາກົນວັດໄຕບໍ່ມີ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆ ຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດ ໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 44 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.421 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 27 ກັນຍາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 379 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 114 ຕົວຢ່າງ, ແຮງງານມຽນມາ 51 ຕົວຢ່າງ, ແຮງງານຫວຽດນາມ 04 ຕົວຢ່າງ, ແຮງງານໄທ 05 ຕົວຢ່າງ, ແຮງງານລາວກັບມາແຕ່ຈີນ 09 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 190 ຕົວຢ່າງ, ບຸກຄົນທົ່ວໄປມີອາການ 05 ຕົວຢ່າງ ແລະ ຜູ້ຕິດເຊື້ອນໍ້າເບີ 23 ມາກວດຄືນ 01 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 27 ກັນຍາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 51.084 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ບັນຫາສຳຄັນ ແມ່ນສະພາບ ການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ແມ່ນຍັງສືບ ຕໍ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ, ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນ ເປັນທີ່ສຸດ ການວາງ ມາດຕະການຕ່າງໆອອກມາ ກໍ່ແມ່ນເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດ ແຜ່ລາມຂອງພະຍາດດັ່ງກ່າວ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມື ເປັນເຈົ້າການໃນການປະຕິບັດ ບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະ ພາບການລະບາດ ຂອງພະຍາດ COVID-19 ຜ່ອນຄາຍລົງ ແລະ ຂໍໃຫ້ບັນດາທ່ານ ຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 6962 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 33.302.896 ຄົນ

ອາເມລິກາ ຍັງແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກເຊິ່ງແມ່ນ 7.321.343 ຄົນ ແລະ ມີຜູ້ເສຍຊີວິດ 209.453 ຄົນ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 6962 ຫວຽດນາມ ພວມກາຍເປັນປະເທດດຶງດູດກະແສເງິນລົງທຶນໂດຍກົງຫັນທິດມາຈາກຕ່າງປະເທດ

ຍສໝ - ມາຮອດປັດຈຸບັນ, ທຶນ FDI ທີ່ຈົດທະບຽນລົງທຶນເຂົ້າຫວຽດນາມ ບັນລຸ 21,2 ຕື້ໂດລາສະຫະລັດ, ແຫຼ່ງທຶນດັ່ງກ່າວລວມມີທຶນ FDI ຈົດທະບຽນໃໝ່, ທຶນເພີ່ມເຕີມ ແລະການປະກອບທຶນຊື້ຫຸ້ນສ່ວນຂອງວິສາຫະກິດພາຍໃນປະເທດ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ 6962 ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ຮົງກາລີ

ທ່ານ Gyula Nagy, ຜູ້ຕາງໜ້າສະມາຄົມມິດຕະພາບຮົງກາລີ - ຫວຽດນາມ, ສະແດງຄວາມປິຕິຊົມຊື່ນເມື່ອການຮ່ວມມືລະຫວ່າງຫວຽດນາມ ແລະຮົງກາລີ ນັບມື້ນັບແໜ້ນແຟ້ນໃນທຸກດ້ານ.

kpl.gov.la

ເຫດການ
302 Found

Found

The document has moved here.