ວັນທີ 05 ຕຸລາ 2020: ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

15:51 | 05/10/2020

ໃນວັນທີ 5 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ, ໂດຍທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ວ ນທ 05 ຕ ລາ 2020 ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 35.388.156 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.041.537 ຄົນ
ວ ນທ 05 ຕ ລາ 2020 ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ນັກສຶກສາຫວຽດນາມ ຢູ່ ສ.ເກົາຫຼີ ສືບຕໍ່ປະຕິບັດໂຄງການໜູນຊ່ວຍຜ້າອັດປາກ ເພື່ອປ້ອງກັນໂລກລະບາດ COVID-19
ວ ນທ 05 ຕ ລາ 2020 ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ທ່ານ ນາງ ດຣ.ພອນປະເສີດ ໄຊຍະມຸງຄຸນ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 04 ຕຸລາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1.310 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 576 ຄົນ (ແຮງງານລາວ ກັບມາແຕ່ໄທ 139 ຄົນ), ຈຸດຜ່ານດ່ານ ລາວ-ຈີນ 09 ຄົນ, ທັງໝົດແມ່ນ ຄົນຂັບລົດສົ່ງສິນຄ້າ, ຈຸດຜ່ານດ່ານ ລາວ-ຫວຽດນາມ 723 ຄົນ, ເຊິ່ງເຂົ້າມາໂດຍຖືກອະນຸຍາດຈາກ ຄະນະສະເພາະກິດ (ໃນນັ້ນມີນັກສຶກສາ 27 ຄົນ, ແຮງງານຫວຽດນາມ 128 ຄົນ, ນັກທຸລະກິດ 01 ຄົນ, ເຫລືອນັ້ນແມ່ນ ຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ສ່ວນຫລາຍແມ່ນ ເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ), ຈຸດຜ່ານດ່ານ ລາວ-ກຳປູເຈຍ 02 ຄົນ, ຄົນກໍາປູເຈຍ 01 ຄົນ ແລະ ອົດສະຕາລີ 01 ຄົນ, ເດີນທາງຜ່ານດ່ານ ລາວ-ມຽນມາ, ຜ່ານສະໜາມບິນສາກົນວັດໄຕ ບໍ່ມີ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກຄົນມາກວດ (ຍົກເວັ້ນຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີທັງໝົດ 43 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.475 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 04 ຕຸລາ 2020, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 283 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 109 ຕົວຢ່າງ, ແຮງງານຫວຽດນາມ 119 ຕົວຢ່າງ, ແຮງງານຈີນ 02 ຕົວ ຢ່າງ, ບຸກຄົນທົ່ວໄປທີ່ມີອາການ 03 ຕົວຢ່າງ ແລະ ບຸກຄົນທົ່ວໄປ ທີ່ບໍ່ມີອາການ 50 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 04 ຕຸ ລາ 2020 ໄດ້ເກັບຕົວຢ່າງ ມາກວດທັງໝົດ 55.110 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ.

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ບັນຫາສຳຄັນແມ່ນ ສະພາບການລະບາດ ຂອງພະຍາດ COVID-19 ໃນທົ່ວໂລກ ແມ່ນຍັງສືບ ຕໍ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພິ່ມຂຶ້ນໃນແຕ່ລະວັນ, ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍ ຕໍ່ສຸຂະພາບຂອງປະຊາຊົນເປັນທີ່ສຸດ ການວາງມາດ ຕະການຕ່າງໆ ອອກມາກໍ່ແມ່ນ ເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມ ຂອງພະຍາດດັ່ງກ່າວ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມມືເປັນເຈົ້າການ ໃນການປະຕິບັດ ບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດ ຊອບສູງ, ປະຕິບັດການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະພາບການ ລະບາດຂອງພະຍາດ COVID-19 ຜ່ອນຄາຍລົງ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດ ຕາມໄດ້ຈາກ ເວັບໄຊ www.covid-19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ວ ນທ 05 ຕ ລາ 2020 ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຜູ້ແທນເກືອບ 400 ຄົນໄດ້ເຂົ້າຮ່ວມ "ການເດີນທາງດ້ວຍລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍສີຂຽວປີ 2020"

ຍສໝ - ຕອນເຊົ້າວັນທີ 4 ຕຸລາ, ການແຫ່ຂະບວນລົດຖີບໃນຂອບການເດີນທາງລົດຖີບມິດຕະພາບເພື່ອນະຄອນຮ່າໂນ້ຍຂຽວປີ 2020 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ.

ວ ນທ 05 ຕ ລາ 2020 ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ໃນໄລຍະ 9 ເດືອນຕົ້ນປີ 2020, ອາເມລິກາ ຍັງແມ່ນຕະຫຼາດສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ ດ້ວຍວົງເງິນສົ່ງອອກເພີ່ມຂຶ້ນ 22,9%

ຍສໝ - ພາຍຫຼັງທີ່ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ມີຜົນບັງຄັບໃຊ້ເປັນເວລາ 2 ເດືອນ, ບັນດາອົງການທີ່ໄດ້ຮັບມອບໝາຍ ໄດ້ອອກໜັງສືຢັ້ງຢືນຕົ້ນກຳເນີດສິນຄ້າ ຫວຽດນາມ ໄປຍັງ ເອີຣົບເກືອບ 15.000 ຊຸດ.

ວ ນທ 05 ຕ ລາ 2020 ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ຈາກ ເອີຣົບ ແລະ ອາຟຣິກກາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນເວລາ 2 ວັນທີ 3-4 ເດືອນຕຸລາ, ຫ້ອງການຜູ້ຕາງໜ້າຂອງຫວຽດນາມຢູ່ເອີຣົບ ແລະ ອາຟຣິກກາ, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ມີໜ້າທີ່ກ່ຽວຂ້ອງປະເທດເຈົ້າພາບ ໄດ້ຈັດຕັ້ງຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມຈໍາ​ນວນ 340 ຄົນກັບຄືນປະເທດຢ່າງປອດໄພ.

kpl.gov.la

ເຫດການ
302 Found

Found

The document has moved here.