ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ງົດການອອກວີຊາ ບາງປະເພດໃຫ້ແກ່ພົນລະເມືອງລາວ

06:35 | 21/06/2020

ເລີ່ມແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ,ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວີຊາ (Visa) ເຂົ້າ ສະຫະລັດ ອາເມລິກາໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ...

ສະຖານເອກອ ກຄະລ ດຖະທ ດ ແຫ ງ ສະຫະລ ດ ອາເມຣ ກາ ປະຈຳ ສປປ ລາວ ງ ດການອອກວ ຊາ ບາງປະເພດໃຫ ແກ ພ ນລະເມ ອງລາວ ອາເມຣິກາ ສະໜັບສະໜູນການຫຼຸດຜ່ອນເດັກຂາດສານອາຫານຢູ່ລາວ
ສະຖານເອກອ ກຄະລ ດຖະທ ດ ແຫ ງ ສະຫະລ ດ ອາເມຣ ກາ ປະຈຳ ສປປ ລາວ ງ ດການອອກວ ຊາ ບາງປະເພດໃຫ ແກ ພ ນລະເມ ອງລາວ ການສົນທະນາທາງໂທລະສັບ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສ.ອິນເດຍ
ສະຖານເອກອ ກຄະລ ດຖະທ ດ ແຫ ງ ສະຫະລ ດ ອາເມຣ ກາ ປະຈຳ ສປປ ລາວ ງ ດການອອກວ ຊາ ບາງປະເພດໃຫ ແກ ພ ນລະເມ ອງລາວ
ພາບປະກອບ

ວັນທີ 19 ມິຖຸນາ 2020, ກົມກົງສຸນ ກະຊວງການຕ່າງປະເທດ ແຫ່ງ ສປປລາວ ແຈ້ງໃຫ້ຊາບດັ່ງນີ້:ກົມກົງສຸນ ກະຊວງການຕ່າງປະເທດ ຂໍຖືເປັນກຽດແຈ້ງມາພໍ່ແມ່, ພີ່ນ້ອງປະຊາຊົນລາວທຸກທົ່ວໜ້າ, ໂດຍອີງຕາມຈົດໝາຍແຈ້ງຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ສະບັບເລກທີ 20-334/CONS, ລົງວັນທີ 6 ເມສາ 2020, ຊາບວ່າ: ເລີ່ມແຕ່ວັນທີ 1 ເມສາ 2020 ເປັນຕົ້ນມາ,ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ໄດ້ງົດການອອກວີຊາ (Visa) ເຂົ້າ ສະຫະລັດ ອາເມລິກາໃຫ້ແກ່ພົນລະເມືອງລາວ ທີ່ມີຈຸດປະສົງເດີນທາງໄປ ສະຫະລັດ ອາເມຣິກາ ແບບບໍ່ເປັນທາງການ ເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມ, ໄປເຂົ້າຮ່ວມຝຶກອົບຮົມ, ໄປສຶກສາຮໍ່າຮຽນ, ໄປອອກແຮງງານ ແລະ ໂຄງການແລກປ່ຽນຕ່າງໆ, ເດີນທາງຜ່ານ, ໄປຫາຄູ່ໝັ້ນ, ໄປຫາຜົວ ຫຼື ເມຍ, ເອົາລູກໄປຢູ່ນຳພໍ່ແມ່ທີ່ອາເມຣິກາ ແລະ ອື່ນໆ (ຍົກເວັ້ນບຸກຄົນທີ່ຈະໄປວຽກທາງການໃນຂອບເຄືອຂ່າຍ ຂອງອົງການສະຫະປະຊາຊາດ ຫຼື ໄປປະຕິບັດໜ້າທີ່ຢູ່ສຳນັກງານຜູ້ຕາງໜ້າການທູດ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມຣິກາ, ຊຶ່ງຍັງຈະໄດ້ຮັບການສືບຕໍ່ພິຈາລະນາ).ການງົດອອກວີຊາປະເພດທີ່ກ່າວມານັ້ນ ໃຫ້ແກ່ພົນລະເມືອງລາວຂອງ ສະຖານທູດ ສະຫະລັດ ອາເມຣິກາ ເປັນການສືບຕໍ່ປະຕິບັດມາດຕະການດ້ານວີຊາຂອງ ລັດຖະບານ ສະຫະລັດ ອາເມຣິກາ ທີ່ບັງຄັບໃຊ້ຕໍ່ ສປປ ລາວ ເຮົາ, ດ້ວຍເຫດຜົນທີ່ວ່າ ລັດຖະບານ ສປປ ລາວ ບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຂອງລັດຖະບານ ສະຫະລັດ ອາເມຣິກາ ໃນການຮັບເອົາຈຳນວນຄົນທີ່ກະທຳຜິດກົດໝາຍ ຢູ່ ສະຫະລັດ ອາເມຣິກາ, ຊຶ່ງອ້າງວ່າເປັນພົນລະເມືອງລາວ ແລະ ຕ້ອງການສົ່ງກັບມາ ສປປ ລາວ.ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພໍ່ແມ່ ພີ່ນ້ອງແລະ ປະຊາຊົນລາວ ທຸກທົ່ວໜ້າຮັບຊາບ ແລະ ໂຈະການຍື່ນຄຳຮ້ອງຂໍສຳພາດຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດ ອາເມຣິກາ ທີ່ ນະຄອນຫຼວງວຽງຈັນ ຈົນກວ່າຈະໄດ້ຮັບແຈ້ງການສະບັບໃໝ່.

ສະຖານເອກອ ກຄະລ ດຖະທ ດ ແຫ ງ ສະຫະລ ດ ອາເມຣ ກາ ປະຈຳ ສປປ ລາວ ງ ດການອອກວ ຊາ ບາງປະເພດໃຫ ແກ ພ ນລະເມ ອງລາວ ຮູບແບບຫໍສະໝຸດທີ່ໄດ້ຮັບການສະໜັບສະໜູນ ໂດຍ ChilFund ຫວຽດນາມ ຊ່ວຍໃຫ້ນັກຮຽນປະຖົມມີຄວາມໝັ້ນໃຈ

ຍສໝ - ໃນໄລຍະທີ່ຜ່ານມາ, ອົງການ ChildFund ໄດ້ປະສານງານ ແລະ ຈັດຕັ້ງປະຕິບັດບັນດາເນື້ອໃນທີ່ຮັບປະກັນຕາມແຜນການທີ່ວາງໄວ້ໃນແຂວງ ຮວ່າບີ່ງ.

ສະຖານເອກອ ກຄະລ ດຖະທ ດ ແຫ ງ ສະຫະລ ດ ອາເມຣ ກາ ປະຈຳ ສປປ ລາວ ງ ດການອອກວ ຊາ ບາງປະເພດໃຫ ແກ ພ ນລະເມ ອງລາວ ໜັງສືພິມໄທ: ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ Covid-19

ຍສໝ - ໃນການວິເຄາະທີ່ມີຫົວຂໍ້ວ່າ "ຫວຽດນາມ ນຳພາອາຊຽນ ໃນຍຸກຫຼັງ ໄວຣັດ" ທີ່ລົງພິມໃນໜັງ ສືພິມ Bangkok Post ເມື່ອມໍ່ໆມານີ້, ນັກຂ່າວ Kavi Chongkittavorn ໄດ້ມີການຢັ້ງຢືນວ່າກອງປະຊຸມສຸດຍອດອາຊຽນ ອອນລາຍ ຄັ້ງທີ 36 ທີ່ຈະມາເຖິງ ແມ່ນການເລີ່ມຕົ້ນໃໝ່ ຂອງອາຊຽນ ເຊິ່ງມີຄວາມສາມັກຄີ ແລະ ເປັນເຈົ້າການໃນການປັບຕົວ ກວ່າເກົ່າ. ...

ສະຖານເອກອ ກຄະລ ດຖະທ ດ ແຫ ງ ສະຫະລ ດ ອາເມຣ ກາ ປະຈຳ ສປປ ລາວ ງ ດການອອກວ ຊາ ບາງປະເພດໃຫ ແກ ພ ນລະເມ ອງລາວ ຮ່າໂນ້ຍພະຍາຍາມຊຸກຍູ້ການຮ່ວມມືພິເສດ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານ ເວືອງດີ່ງເຫວ້ ກຳມະການກົມການເມືອງ, ເລຂາພັກນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານ ແສງ​ເພັດ ຮຸ່ງ​ບຸນ​ຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ.

kpl.gov.la

ເຫດການ
302 Found

Found

The document has moved here.