78 ມື້ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

15:00 | 29/06/2020

ໃນວັນທີ 29 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ມີສື່ມວນຊົນເຂົ້າຮ່ວມ.

78 ມ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ 66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່
78 ມ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ສປປ. ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ
78 ມ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ
ພາບ​ປະ​ກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 28 ມິຖຸນາ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1.665 ຄົນ, ໃນນັ້ນຈຸດຜ່ານດ່ານລາວ-ໄທ 1.122 ຄົນ (ແຮງງານລາວກັບມາແຕ່ໄທ 337 ຄົນ); ຈຸດຜ່ານດ່ານລາວ - ຈີນ 11 ຄົນ (ທັງໝົດ ແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ຈຸດຜ່ານດ່ານລາວ - ຫວຽດນາມ 529 ຄົນ, (ແຮງງານຫວຽດນາມ 14 ຄົນ, ນັກສຶກສາລາວ 04 ຄົນ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ); ເດີນທາງຜ່ານສະໜາມບິນສາກົນວັດໄຕ 03 ຄົນ, ທັງໝົດແມ່ນພະນັກງານບໍລິສັດລ້ານຊ້າງມິລິໂລນ ແລະ ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປ ຫາສະຖານທີ່ ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ໃນວັນທີ 28 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 262 ຄົນ, ໃນນັ້ນ ມີ ແຮງງານລາວກັບມາແຕ່ໄທ 191 ຄົນ, ແຮງງານລາວມາແຕ່ຈີນ 06 ຄົນ, ແຮງງານຫວຽດນາມ 25 ຄົນ, ແຮງງານໄທ 04 ຄົນ, ແຮງງານຈີນ 19 ຄົນ ແລະ ບຸກຄົນທົ່ວໄປ 17 ຄົນ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 28 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 14.907 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (78 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 89 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.295 ຄົນ, ໄດ້ເກັບຕົວ ຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ໃຫ້ຮູ້ອີກວ່າ: ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດຕາມແຈ້ງການ ແລະ ຄຳແນະນຳຂອງຂະແໜງການຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ຈົນກວ່າຈະມີການປ່ຽນແປງໃໝ່ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມໄດ້ຈາກເວັບໄຊ້ www.covid 19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

78 ມ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ 66 ວັນ ສປປ ລາວ ຍັງຄົງບໍ່ພົບຜູ້ຕິດເຊື້ອລາຍໃໝ່

ໃນວັນທີ 17 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກມີສື່ມວນຊົນເຂົ້າຮ່ວມ.

78 ມ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ ສປປ. ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ

ມາ​ຮອດ​ວັນ​ທີ 28 ​​ເມ​ສາ 2020 ສປປ ລາວ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໄວຣັດ ​ໂຄ​ວິດ​-19 ​ເພີ່ມ​ຂຶ້ນ ນັບ​ເປັນ​ເວລາ 16 ມື້​ຕິດຕໍ່​ກັນ, ຕົວ​ເລກຍັງ​ຄົງ​ຕົວ ຢູ່ 19 ກໍລະນີ ຄື​ເກົ່າ, ​ໃນ​ຄະນະ​ທີ່​ມີ​ຜູ້​​​ປິ່ນປົວ​ດີ ​ແລະ ​ໄດ້​ອອກ​ໂຮງໝໍ​ແລ້ວ 7 ຄົນ, ຍັງເຫລືອ​ຜູ້​ຕິດ​ເຊື້ອ​ 12 ຄົນ

78 ມ ສປປ ລາວ ຍ ງຄ ງບ ພ ບຜ ຕ ດເຊ ອລາຍໃໝ 78 ອົງການ FNG ໄດ້ຕີລາຄາສູງບັນດາມາດຕະການ ປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ຂອງຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ມີ 78 ອົງການ ໃນນັ້ນມີ 77 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ສູນຂໍ້ມູນ FNG ໄດ້ສົ່ງຈົດໝາຍເຖິງຜູ້ນຳ ຫວຽດນາມ ແລະ ອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນ, ຕີລາຄາສູງ ແລະ ສະໜັບສະໜຸນບັນດາມາດຕະການຕ້ານການລະບາດ ຢ່າງມີປະສິດທິຜົນ ແລະ ນະໂຍບາຍທີ່ຖືກຕ້ອງຂອງລັດຖະບານຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດ COVID-19.

ບຸນ​ຄົງ

kpl.gov.la

ເຫດການ
302 Found

Found

The document has moved here.