ສະຖິຕິການຂຶ້ນທະບຽນຍານພາຫະນະແຕ່ລະປີ ຢູ່ ສປປ ລາວ ເພີ່ມຂຶ້ນປະມານ 14%

06:53 | 19/08/2020

ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານ ພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາ ໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການ ຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງ ບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ.

ສະຖ ຕ ການຂ ນທະບຽນຍານພາຫະນະແຕ ລະປ ຢ ສປປ ລາວ ເພ ມຂ ນປະມານ 14 ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 22 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 776.800 ຄົນ

ຍສໝ - ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 22 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 776.800 ຄົນ.

ສະຖ ຕ ການຂ ນທະບຽນຍານພາຫະນະແຕ ລະປ ຢ ສປປ ລາວ ເພ ມຂ ນປະມານ 14 ຫວຽດນາມ ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ

ຍສໝ - ຕອນຄໍ່າວັນທີີ 17 ສິງຫາ (ຕາມເວລາຫວຽດນາມ), ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍບັນດາປະທານສະພາແຫ່ງຊາດເພດຍິງໃນໂລກ ຄັ້ງທີ 13.

ສະຖ ຕ ການຂ ນທະບຽນຍານພາຫະນະແຕ ລະປ ຢ ສປປ ລາວ ເພ ມຂ ນປະມານ 14

ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກ

ເຖິງຢ່າງໃດກໍຕາມ ນິຕິກໍາໃຕ້ກົດໝາຍກ່ຽວກັບ ຍານພາຫະນະທາງບົກໃນປັດຈຸບັນ ຍັງບໍ່ທັນຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການ ຂອງການຂະຫຍາຍຕົວ ກ່ຽວກັບວຽກງານຍານ ພາຫະນະທາງບົກ ບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່. ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວໃນກອງປະຊຸມກວດກາ ຄວາມສອດຄ່ອງທາງ ດ້ານກົດໝາຍຕໍ່ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ເມື່ອທ້າຍອາທິດທີ່ຜ່ານມາ ທີ່ກະຊວງ ໂຍ ທາທິການ ແລະ ຂົນສົ່ງ.

ທ່ານ ສັນຕິສຸກ ສິມມາລາວົງ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ການຄຸ້ມຄອງຍານພາຫະນະທາງບົກ ໂດຍສະເພາະ ໃນຂົງເຂດຄວາມຮັບຜິດຊອບຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແມ່ນອີງໃສ່: ຂໍ້ກໍານົດກ່ຽວກັບ ມາດຕະຖານ ເຕັກນິກຍານພາຫະນະ ແລະ ຊິ້ນສ່ວນຂອງຍານພາຫະນະ ທີ່ໄດ້ຮັບອະນຸຍາດເຂົ້າມາຂຶ້ນທະບຽນ ແລະ ປະກອບເປັນຄັນ ເພື່ອນໍາໃຊ້ໃນສປປ ລາວ ສະບັບເລກທີ 4312/ຄຂປກ, ລົງວັນທີ 11 ພຈິກ 2002, ຂໍ້ກໍານົດວ່າດ້ວຍການຂຶ້ນທະບຽນ ແລະ ການຄຸ້ມຄອງຍານ ພາຫະ ນະຂົນສົ່ງທາງບົກ ໃນສປປ ລາວ ສະບັບເລກທີ 829/ຄຂປກ, ລົງວັນທີ 15 ມີນາ 2000. ພ້ອມກັນນີ້, ຍັງມີຂໍ້ກໍານົດ ກ່ຽວກັບມາດຕະຖານເຕັກນິກຂອງປ້າຍລົດ ສະບັບເລກທີ 4023/ຄຂປກ, ລົງວັນທີ 21 ທັນວາ 1998 ແລະ ຂໍ້ຕົກລົງວ່າດ້ວຍການຢຸດຕິ ການນໍາເຂົ້າລົງມືສອງ ແລະ ການໃຫ້ນະໂຍບາຍຫລຸດ ຜ່ອນ ພາສີອາກອນສໍາລັບ ການນໍາເຂົ້າລົດ Hydrid, ລົດທີ່ແລ່ນດ້ວຍອາຍແກັດ NGV, LPG ແລະ ນໍ້າມັນເຊື້ອໄຟ ສະບັບເລກທີ: 78/ນຍ, ລົງວັນທີ 3 ກໍລະກົດ 2012. ນອກຈາກນີ້ ແມ່ນຍັງອີງໃສ່ກົດໝາຍ ອື່ນໆທີ່ກ່ຽວຂ້ອງ.

ທ່ານ ສັນຕິສຸກ ສິມມາລາວົງ ກ່າວວ່າ: ໂດຍອີງໃສ່ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງ ຄົມໃນປັດຈຸບັນ ເຫັນວ່າການຄຸ້ມຄອງຍານພາຫະນະ ຍັງບໍ່ທັນແທດເໝາະກັບ ສະພາບຕົວຈິງ ເວົ້າລວມ, ເວົ້າສະເພາະ ການນໍາເຂົ້າ, ຈໍາໜ່າຍ, ຂຶ້ນທະບຽນ, ກວດກາເຕັກນິກ, ຊົມໃຊ້, ຜະລິດ, ປະກອບ, ກໍານົດມາດຕະຖານເຕັກນິກ ດ້ານຄວາມປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ພ້ອມທັງລະບົບການຢັ້ງຢືນດ້ານມາດຕະຖານເຕັກນິກ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີຄວນ. ດ້ວຍເຫດນີ້, ເພື່ອເຮັດໃຫ້ການຄຸ້ມຄອງລັດ ແລະ ການບໍລິການສັງຄົມ ຕໍ່ກັບວຽກງານດັ່ງກ່າວ ຈຶ່ງຈໍາເປັນຕ້ອງໄດ້ສ້າງຮ່າງ ກົດໝາຍວ່າດ້ວຍຍານ ພາຫະນະ ທາງບົກຂຶ້ນເພື່ອຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາວຽກງານ ຍານພາຫະນະທາງບົກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການ ໃນສະເພາະໜ້າ ແລະ ຍາວນານ, ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ສະຖ ຕ ການຂ ນທະບຽນຍານພາຫະນະແຕ ລະປ ຢ ສປປ ລາວ ເພ ມຂ ນປະມານ 14 ສູນກາງແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານກັບ ສູນກາງແນວລາວສ້າງຊາດ

ຍສໝ - ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຈະເຮັດວຽກຢ່າງໃກ້ຊິດເພື່ອຈັດກອງປະຊຸມສາກົນ ກ່ຽວກັບການກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືພັດທະນາເຊິ່ງກັນ ແລະ ກັນ.

ສະຖ ຕ ການຂ ນທະບຽນຍານພາຫະນະແຕ ລະປ ຢ ສປປ ລາວ ເພ ມຂ ນປະມານ 14 ລາວ: ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 2 ກໍລະນີ

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 14 ສິງຫາ 2020 ຢູ່ກະຊວງສາທາລະນະສຸກ ວ່າ: ໃນວັນທີ 13 ສິງຫາ 2020 ໄດ້ເກັບຕົວຢ່າງມາວິເຄາະທັງໝົດ 115 ຄົນ ທີ່ຂີ່ຍົນຖ້ຽວບິນ QV922A ບິນຕົງຈາກອິນຊອນ ສ ເກົາຫລີ ມາໜາມບິນວັດໄຕ ນະຄອນຫລວງວຽງຈັນ ໃນວັນທີ 12 ສິງຫາ 2020 ເຊິ່ງຜົນການເກັບຕົວຢ່າງ ທັງໝົດໄດ້ພົບຜູ້ຕິດເຊື້ອໃໝ່ 2 ກໍລະນີ.

ສະຖ ຕ ການຂ ນທະບຽນຍານພາຫະນະແຕ ລະປ ຢ ສປປ ລາວ ເພ ມຂ ນປະມານ 14 ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື

ຍສໝ - ທ່ານ ວິໄລວັນ ພົມເຂ ອະດີດລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ລາວ; ອະດີດເລຂາ, ເຈົ້າແຂວງໆສະຫວັນນະເຂດ; ອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ມີການພົບປະຫຼາຍເທື່ອ ແລະມີຄວາມປະທັບໃຈທີ່ດີງາມຕໍ່ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.

kpl.gov.la

ເຫດການ
302 Found

Found

The document has moved here.