ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ລາຍ

06:30 | 12/09/2020

ໃນວັນທີ 11 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໄດ້ກວດພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມອີກ 1 ລາຍ ໃນວັນທີ 10 ກັນຍາ 2020, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 418 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 06 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 07 ຕົວຢ່າ   ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 08 ຕົວຢ່າງ; ຜົນກວດວິ ເຄາະທັງໝົດແມ່ນພົບຜູ້ຕິດເຊື້ອ ຈຳນວນ 01 ຕົວຢ່າງ ລາຍລະອຽດດັ່ງນີ້, ເປັນເພດຊາຍ ອາຍຸ 29 ປີ, ສັນຊາດ: ລາວ, ອາຊີບ ນັກກິລາກອງທັບ, ບັນຊາລົດຖັງ ກ່ອນໜ້າເດີນທາງໄປ ສ.ຣັດເຊຍ ພັກຢູ່ຫໍພັກທະຫານ ຢູ່ບ້ານ ດົງສະຫວາດ, ເມືອງໄຊທານີ, ກັກໂຕຢູ່ສູນຫລັກ 27.

ສປປ ລາວ ກວດພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ລາຍ ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ພິເສດແມ່ນກວດພົບບັນດາກໍລະນີຕິດເຊື້ອໄດ້ຢ່າງທັນການ
ສປປ ລາວ ກວດພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ລາຍ ຫວຽດ​ນາມ ຮຽກ​ຮ້ອງ​ປົກ​ປ້ອງ​ປະ​ຊາ​ຊົນ​ຢູ່​ບັນ​ດາ​ປະ​ເທດເກີດ​ການປະ​ທະ​ກັນ ແລະ ​ເກີດ​ໂລກ​ລະ​ບາດ​ໂຄວິດ-19
ສປປ ລາວ ກວດພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ລາຍ
ພາບປະກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 10 ກັນຍາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 3.296 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1.496 ຄົນ (ແຮງງານລາວກັບມາແຕ່ໄທ 172 ຄົນ); ຈຸດຜ່ານດ່ານ ລາວ-ຈີນ 09 ຄົນ, ໃນນີ້ ມີຄົນລາວກັບມາຢ້ຽມຢາມຄອບຄົວ 01ຄົນ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານລາວ-ຫວຽດນາມ 1.619 ຄົນ, ໃນນີ້ມີ ນັກສຶກສາລາວ 52 ຄົນ, ລັດຖະການ 04 ຄົນ ຜ່ານດ່ານນໍ້າພາວ ແຂວງບໍລິຄໍາໄຊ; ນັກສືກສາລາວ 04 ຄົນ, ຜ່ານດ່ານແດນສະຫວັນ ແຂວງສະຫວັນນະເຂດ; ຄົນລາວກັບມາແຕ່ປິ່ນນປົວ 01 ຄົນ ຜ່ານດ່ານປາງຫົກ ແຂວງຜົ້ງສາລີ. ເຫລືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ, ຜູ້ຕິດຕາມສ່ວນຫລາຍ ແມ່ນເຂົ້າມາປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ; ຈຸດຜ່ານດ່ານ ລາວ-ກຳປູເຈຍ 00 ຄົນ; ເດີນທາງຜ່ານດ່ານ ລາວ-ມຽນມາ ທັງໝົດ 12 ຄົນ, ທັງໝົດ ເປັນຄົນລາວ, ໃນນັ້ນ 09 ຄົນ ແມ່ນຄົນຂັບເຮືອ, ລູກເຮືອຂົນສົ່ງສິນຄ້າ, ຄົນຂັບລົດຂົນສົ່ງສິນຄ້າ 03 ຄົນ, ຜ່ານດ່ານບ້ານມອມ ແຂວງບໍ່ແກ້ວ; ເດີນທາງຜ່ານ ສະໜາມ ບິນສາກົນວັດໄຕ 160 ຄົນ (ຄົນຈີນ 159 ຄົນ ແລະ ຄົນລາວ 01 ຄົນ) ແລະ ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງ ທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ ທົ່ວປະເທດ ສູນຈໍາກັດ ບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 48 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.870 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 43.597 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ, ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 22 ແລະ ເບີ 23 (ຜູ້ຕິດເຊື້ອໃໝ່) ແມ່ນປີ່ນປົວຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ໄດ້ກ່າວອີກວ່າ: ອີງໃສ່ສະພາບການລະບາດ ໃນທົ່ວໂລກ ສັງເກດເຫັນວ່າ ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຍັງມີທ່າອ່ຽງເພິ່ມສູງ ຂຶ້ນຢ່າງຕໍ່ເນື່ອງ ເຫດຜົນກໍ່ຍ້ອນ ຍັງມີປະຊາຊົນຈຳນວນຫລາຍ ພາກັນປະໝາດປ່ອຍປະລະເລີຍ ບໍ່ເອົາໃຈໃສ່ປະຕິບັດ ວິທີປ້ອງກັນການຕິດເຊື້ອເທົ່າທີ່ຄວນ. ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 925/ຫສນຍ, ລົງວັນທີ 31 ສິງຫາ 2020 ຢ່າງເຄັ່ງຄັດ ໃຫ້ຖືວ່າເປັນຄວາມຮັບ ຜິດຊອບຂອງໝົດທຸກຄົນ ເພື່ອຈໍາກັດການລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ, ພ້ອມດຽວກັນນັ້ນ ຈົ່ງພາກັນເອົາໃຈໃສ່ສືບຕໍ່ປະຕິບັດ ການດຳລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ໝັ່ນສັງເກດອາການ ຂອງຕົນເອງ ແລະ ຄອບ ຄົວ ຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດ ເພື່ອປິ່ນປົວຮັກສາ ເພື່ອສະກັດກັ້ນການ ລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ ໃນປະເທດເຮົາ. ສະນັ້ນ, ເພື່ອຫລຸດຜ່ອນ ແລະ ສະ ກັດກັ້ນການລະບາດແຜ່ລາມ ຂອງພະຍາດດັ່ງກ່າວ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນຕົ້ນ: ການໃສ່ຜ້າປິດປາກ-ດັງ, ຫລີກລ້ຽງ ໄປບ່ອນທີ່ມີຊຸມຊົນແອອັດ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ເອົາໃຈໃສ່ສືບຕໍ່ປະຕິບັດ ການດຳລົງຊີວິດປົກກະຕິແບບໃໝ່, ໝັ່ນສັງເກດ ອາການຂອງຕົນເອງ ແລະ ຄອບຄົວ ຫາກທ່ານຮູ້ສຶກບໍ່ສະບາຍໃຫ້ຮີບຮ້ອນໄປພົບແພດ ເພື່ອປິ່ນປົວຮັກສາ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ກວດພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ລາຍ ທ່ານ ສະຖານກົງສຸນໃຫຍ່ຈີນ ປະຈຳ ນະຄອນໂຮ່ຈີມິນ: ຈະຊຸກຍູ້ການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນວັດທະນະທຳ ຢູ່ ເກີ່ນເທີ

ຍສໝ - ປະທານສະຫະພັນ ເກີ່ນເທີ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ຈາກ ທ່ານກົງສຸນໃຫຍ່ ສຳລັບ ເກີ່ນເທີ ໃນອະນາຄົດອັນໃກ້ນີ້; ຫວັງວ່າມິດຕະພາບຫວຽດນາມ - ຈີນ ເວົ້າລວມ ແລະ ຈີນ - ເກີ່ນເທີ ເວົ້າສະເພາະ ແມ່ນນັບມື້ນັບຮັດແໜ້ນ ແລະ ເໝັ້ນແກ່ນ.

ສປປ ລາວ ກວດພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ລາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ໄດ້ຄັດ​ເລືອກ​ເປັນ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ

ຍສໝ - ໃນຖານະເປັນຮອງເລຂາທິການໃຫຍ່ຄົນໃໝ່, ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຈະຮັບຜິດຊອບການປະຕິບັດການຄຸ້ມຄອງບໍລິຫານວຽກງານພາຍໃນ, ບຸກຄະລາກອນ, ການເງິນ ແລະ ງົບປະມານ.

ສປປ ລາວ ກວດພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 1 ລາຍ ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ຕີລາຄາສູງຕໍ່ຄວາມສາມາດໃນການຈັດຕັ້ງ AIPA 41 ຂອງ ສະພາແຫ່ງຊາດຫວຽດນາມ

ຍສໝ - ຫວຽດນາມ ໄດ້ມານະພະຍາຍາມປະຕິບັດບົດບາດປະທານເປັນຢ່າງດີ, ມີກົນໄກປຶກສາຫາລືກັບບັນດາປະເທດສະມາຊິກ AIPA ດີທີ່ສຸດ, ເຊິ່ງເປັນສິ່ງທີ່ຊ່ວຍໃຫ້ກອງປະຊຸມຮັບຮອງເອົາບັນດາມະຕິຕົກລົງແຕກຕ່າງກັນໂດຍໄວ ແລະ ດ້ວຍຄວາມເຫັນດີເປັນເອກະພາບສູງ.

kpl.gov.la

ເຫດການ
302 Found

Found

The document has moved here.