ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຍິນດີ ກັບຜູ້ຕິດເຊື້ອນ້ຳເບີ 22 ໄດ້ອອກຈາກໂຮງໝໍແລ້ວ

15:18 | 14/09/2020

ໃນວັນທີ 14 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍ ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແລະ ຍ ນດ ກ ບຜ ຕ ດເຊ ອນ ຳເບ 22 ໄດ ອອກຈາກໂຮງໝ ແລ ວ ໝວກກຸບ ຂອງຫວຽດນາມ ໃນງານບຸນວັດທະນາທຳຫຼາຍປະເທດຢູ່ເຢຍລະມັນສ້າງຄວາມປະທັບໃຈໃຫ້ເພື່ອນມິດສາກົນ
ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແລະ ຍ ນດ ກ ບຜ ຕ ດເຊ ອນ ຳເບ 22 ໄດ ອອກຈາກໂຮງໝ ແລ ວ ຊາວຫວຽດນາມ ຢູ່ ອາເມລິກາ ແຈກຢາຍອາຫານຟຣີຫຼາຍກວ່າ 10.000 ພູດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນທ້ອງຖິ່ນ
ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແລະ ຍ ນດ ກ ບຜ ຕ ດເຊ ອນ ຳເບ 22 ໄດ ອອກຈາກໂຮງໝ ແລ ວ
ພາບປະກອບ

ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 13 ກັນຍາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 2.092 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 804 ຄົນ (ແຮງງານລາວກັບມາແຕ່ໄທ 96 ຄົນ); ຈຸດຜ່ານດ່ານລາວ-ຈີນ 31 ຄົນ, ໃນນີ້ມີແຮງງານຄົນຈີນ 13 ຄົນ, ແຮງງານລາວ 05 ຄົນ, ຜ່ານດ່ານບໍ່ເຕັນ ແຂວງຫລວງນໍ້າທາ, ເຫລືອນັ້ນແມ່ນຄົນຂັບລົດ ສົ່ງສິນຄ້າຈຸດຜ່ານດ່ານ ລາວ-ຫວຽດນາມ 919 ຄົນ, ມີຄົນເຂົ້າມາໂດຍຖືກ ອະນຸຍາດຈາກຄະນະສະ ເພາະກິດມີ ດ່ານປາງຫົກ ແຂວງຜົ້ງສາລີ ມີ ນັກສຶກສາລາວ 13 ຄົນ, ດ່ານນໍ້າພາວ ແຂວງບໍລິຄໍາໄຊ ມີ ນັກສຶກສາລາວ 25 ຄົນ, ດ່ານພູເກືອ ແຂວງອັດຕະປື ມີ ແຮງງານຫວຽດນາມ 46 ຄົນ, ເຫລືອນັ້ນແມ່ນຄົນ ຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ, ສ່ວນຫລາຍແມ່ນເຂົ້າມາ ປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ, ຈຸດຜ່ານດ່ານ ລາວ-ກຳປູເຈຍ 01 ຄົນ (ຄົນລາວ), ເດີນທາງຜ່ານດ່ານ ລາວ-ມຽນມາ 09 ຄົນ, ທັງໝົດແມ່ນຄົນລາວ ເປັນຄົນຂັບເຮືອ ແລະ ລູກເຮືອຂົນ ສົ່ງສິນຄ້າ, ຜ່ານດ່ານບ້ານມອມ ແຂວງ ບໍ່ແກ້ວ, ເດີນທາງຜ່ານສະໜາມບິນ ສາກົນວັດໄຕ 328 ຄົນ (ຈີນ 326 ຄົນ, ອົດສະຕາລີ 01 ຄົນ ແລະ ລາວ 01 ຄົນ), ທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ແລ້ວຈຶ່ງນຳສົ່ງໄປຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດຈຸບັນ, ທົ່ວປະເທດ ສູນຈໍາກັດບໍລິເວນ ທີ່ຍັງເປີດຢູ່ມີທັງໝົດ 48 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.721 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 13 ກັນຍາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 315 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 171 ຕົວຢ່າງ, ແຮງງານຫວຽດນາມ 80 ຕົວຢ່າງ, ແຮງງານໄທ 25 ຕົວຢ່າງ, ແຮງງານຈີນ 17 ຕົວຢ່າງ, ຜູ້ຕິດເຊື້ອນໍ້າເບີ 22 ກັບມາກວດຄືນ 01 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 11 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 10 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ. ສຳລັບຜູ້ຕິດເຊື້ອນ້ຳເບີ 22 ຜົນກວດແມ່ນບໍ່ ພົບເຊື້ອຕິດຕໍ່ກັນ 2 ຄັ້ງ, ສະນັ້ນ ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມ ທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສຳລັບຄົນເຈັບຕິດເຊື້ອພະຍາດ COVID-19 ນ້ຳເບີ 23 ຍັງສືບຕໍ່ປີ່ນປົວ ຢູ່ໂຮງໝໍມິດຕະພາບ.

ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ໄດ້ກ່າວຕື່ມວ່າ: ອີງໃສ່ສະພາບການລະບາດ ໃນທົ່ວໂລກ ສັງເກດເຫັນວ່າຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຍັງມີທ່າອ່ຽງເພິ່ມ ສູງຂຶ້ນຢ່າງຕໍ່ເນື່ອງ ເຫດ ຜົນຍ້ອນຍັງມີປະຊາຊົນຈຳນວນຫລາຍ ປ່ອຍປະລະເລີຍບໍ່ເອົາໃຈໃສ່ ປະຕິບັດວິທີປ້ອງກັນການຕິດ ເຊື້ອເທົ່າທີ່ຄວນ. ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 925/ຫສນຍ, ລົງວັນທີ 31 ສິງຫາ 2020 ຢ່າງເຄັ່ງຄັດ ໃຫ້ຖືວ່າເປັນຄວາມຮັບ ຜິດຊອບຂອງໝົດທຸກຄົນ ເພື່ອຈຳກັດການລະບາດ ຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ. ພ້ອມດຽວກັນນັ້ນ, ຈົ່ງພາກັນເອົາໃຈໃສ່ສືບ ຕໍ່ປະຕິບັດການດຳລົງ ຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ໝັ່ນສັງເກດອາການຂອງຕົນເອງ ແລະ ຄອບຄົວ ຫາກທ່ານຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດເພື່ອປິ່ນປົວຮັກສາ ເພື່ອສະກັດກັ້ນ ການລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ໃນປະເທດເຮົາ.

ສະນັ້ນ, ເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ແຜ່ລາມຂອງພະຍາດດັ່ງກ່າວ ຈຶ່ງຮຽກ ຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດມາດຕະການ ປ້ອງກັນການຕິດ ເຊື້ອຢ່າງເຄັ່ງຄັດ ເປັນຕົ້ນ: ການໃສ່ຜ້າປິດປາກ-ດັງ, ຫລີກລ້ຽງໄປບ່ອນ ທີ່ມີຊຸມຊົນແອອັດ, ລ້າງມືດ້ວຍ ນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ເອົາໃຈໃສ່ສືບຕໍ່ປະຕິ ບັດ ການດຳລົງຊີວິດ ປົກກະຕິແບບໃໝ່, ໝັ່ນສັງເກດ ອາການຂອງຕົນເອງ ແລະ ຄອບຄົວ ຫາກຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດ ເພື່ອປິ່ນປົວຮັກສາ ແລະ ຂໍໃຫ້ບັນດາທ່ານຕິດຕາມ ຂ່າວຈາກພາກ ປົກກະຕິ ຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກ ຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແລະ ຍ ນດ ກ ບຜ ຕ ດເຊ ອນ ຳເບ 22 ໄດ ອອກຈາກໂຮງໝ ແລ ວ ສະຖານທູດສະຫະລັດອາເມລິກາ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານໝໍ ຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ

ຍສໝ - ສະຖານທູດສະຫະລັດອາເມລິກາ ຫາກໍ່ສົ່ງຈົດໝາຍຂອບໃຈບັນດາທ່ານໝໍຂອງໂຮງໝໍມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ເອົາໃຈໃສ່ໃນການເບິ່ງແຍງ ແລະປິ່ນປົວຄົນເຈັບອາເມລິກາໃນໄລຍະການຮັກສາໄລຍະຍາວ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແລະ ຍ ນດ ກ ບຜ ຕ ດເຊ ອນ ຳເບ 22 ໄດ ອອກຈາກໂຮງໝ ແລ ວ ຕັດສິນໃຈຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ຄວາມສະຫງົບ, ເປັນກາງ ແລະ ຄວາມໝັ້ນຄົງ

ຍສໝ - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 9 – 12 ກັນຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງລວມມີກອງປະຊຸມລັດຖະມົນຕີ 19 ຄັ້ງ, ບັນດາລັດຖະມົນຕີໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານ 42 ສະບັບ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແລະ ຍ ນດ ກ ບຜ ຕ ດເຊ ອນ ຳເບ 22 ໄດ ອອກຈາກໂຮງໝ ແລ ວ ມີ 213 ປະເທດ ແລະ ເຂດແຄວ້ນໃນໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເປັນຈຳນວນຫຼາຍກວ່າ 28.9 ລ້ານຄົນ

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ ສາມປະເທດທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກຕາມລຳດັບ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.