ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

19:18 | 09/09/2020

ໃນວັນທີ 9 ກັນຍາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນ ເຂົ້າຮ່ວມ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ຫວຽດນາມ ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີໄດ້ 868/1054 ຄົນ
ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ພົນລະເມືອງຫວຽດນາມ ຈຳນວນກວ່າ 350 ຄົນຈາກຍີ່ປຸ່ນ ໄດ້ມາຮອດສະໜາມບິນກາມແຣງ
ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ
ພາບປະກອບ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ແຈ້ງໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 08 ກັນຍາ 2020 ການຕິດຕາມຜູ້ເດີນທາງ ຈາກຈຸດຜ່ານແດນຕ່າງໆທົ່ວປະເທດ ມີຜູ້ເດີນທາງເຂົ້າມາທັງໝົດ 2.099 ຄົນ, ໃນນັ້ນຈຸດຜ່ານດ່ານ ລາວ-ໄທ 1.340 ຄົນ (ແຮງງານລາວ ກັບມາແຕ່ໄທ 313 ຄົນ); ຈຸດຜ່ານດ່ານ ລາວ-ຈີນ 17 ຄົນ, ໃນນີ້ມີ ແຮງງານລາວ 03 ຄົນ, ເຫລືອນັ້ນແມ່ນຄົນຂັບລົດສົ່ງສິນຄ້າ; ຈຸດຜ່ານດ່ານ ລາວ-ຫວຽດນາມ 734 ຄົນ, ໃນນີ້ມີນັກສືກສາລາວ 33 ຄົນ ຄື: 05 ຄົນ ຜ່ານດ່ານນໍ້າພາວ, ແຂວງບໍລິຄໍາໄຊ ແລະ 28 ຄົນ ຜ່ານດ່ານນໍ້າໂສ້ຍ, ແຂວຫົວພັນ, ເຫລືອນັ້ນແມ່ນຄົນ ຂັບລົດສົ່ງສິນຄ້າ ແລະ ຜູ້ຕິດຕາມ ສ່ວນຫລາຍແມ່ນເຂົ້າມາ ປ່ຽນຖ່າຍສິນຄ້າ ແລະ ປ່ຽນຜູ້ຂັບລົດຢູ່ດ່ານ; ເດີນທາງຜ່ານດ່ານ ລາວ-ມຽນມາ 08 ຄົນ, ທັງໝົດແມ່ນຄົນລາວ, 06 ຄົນ ແມ່ນຄົນຂັບເຮືອ, ລູກເຮືອຂົນສົ່ງສິນຄ້າ ແລະ ຄົນຂັບລົດ, ຜູ້ຕິດຕາມສິນຄ້າ 02 ຄົນ ຜ່ານດ່ານບ້ານມອມ, ແຂວງບໍ່ແກ້ວ; ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງ ກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນ ສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາ ສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າ ຈະຄົບກຳ ນົດ 14 ວັນ. ປັດຈຸບັນທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 43 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.933 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 08 ກັນຍາ 2020, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 430 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 350 ຕົວຢ່າງ, ແຮງງານຫວຽດນາມ 20 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 02 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 06 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 52 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 08 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 42.736 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ ແລະ ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ COVID-19 ນໍ້າເບີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ທ່ານ ດຣ.ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ອີງໃສ່ສະພາບການລະບາດ ໃນທົ່ວໂລກ ສັງເກດເຫັນວ່າ ຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຍັງມີທ່າອ່ຽງ ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ເຫດຜົນຍ້ອນ ຍັງມີປະຊາຊົນຈຳນວນຫລາຍ ປ່ອຍປະລະເລີຍບໍ່ ເອົາໃຈໃສ່ປະຕິບັດ ວິທີປ້ອງກັນການ ຕິດເຊື້ອເທົ່າທີ່ຄວນ ແລະ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈ ກັນສືບຕໍ່ປະຕິບັດແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 925/ຫສນຍ, ລົງວັນທີ 31 ສິງຫາ 2020 ຢ່າງເຄັ່ງຄັດ ແລະ ໃຫ້ຖືວ່າເປັນຄວາມ ຮັບຜິດຊອບຂອງໝົດທຸກຄົນ ເພື່ອຈໍາກັດການລະບາດ ຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ຂະຫຍາຍເປັນວົງກວ້າງ. ພ້ອມດຽວກັນນັ້ນ, ຈົ່ງພ້ອມກັນເອົາໃຈໃສ່ ສືບຕໍ່ປະຕິບັດການ ດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ, ໝັ່ນສັງເກດອາການຂອງຕົນເອງ ແລະ ຄອບຄົວ ຫາກຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດ ເພື່ອປິ່ນປົວຮັກສາ ເພື່ອສະກັດກັ້ນການ ລະບາດຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ ໃນປະເທດເຮົາ. ສະນັ້ນ, ເພື່ອຫລຸດຜ່ອນ ແລະ ສະກັດກັ້ນການລະບາດ ແຜ່ລາມຂອງພະຍາດດັ່ງກ່າວ, ຈຶ່ງຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດມາດຕະການ ປ້ອງກັນການຕິດເຊື້ອຢ່າງເຄັ່ງຄັດ ເປັນຕົ້ນ ການໃສ່ຜ້າປິດປາກ-ດັງ, ຫລີກລ້ຽງໄປບ່ອນ ທີ່ມີຊຸມຊົນແອອັດ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ເອົາໃຈໃສ່ສືບຕໍ່ປະຕິບັດ ການດຳລົງຊີວິດປົກ ກະຕິແບບໃໝ່, ໝັ່ນສັງເກດອາການຂອງຕົນເອງ ແລະ ຄອບຄົວ ຫາກຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດ ເພື່ອປິ່ນປົວຮັກສາ ແລະ ຂໍໃຫ້ຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ. ລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານຍັງສາມາດຕິດຕາມ ໄດ້ຈາກເວັບໄຊ້ www.covid19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ແຕ່ລະປີ ແຂວງແທງຮວາ ສສ.ຫວຽດນາມ ໄດ້ດຶງດູດເງິນຊ່ວຍເຫລືອຈາກອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ປະມານ 10 ລ້ານ ໂດລາສະຫະລັດ

ຍສໝ - ວັນທີ 8 ກັນຍາ, ຄະນະປະຕິບັດງານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳ ໂດຍ ທ່ານນາງ ຫງວຽນເຟືອງງາ - ເລຂາຄະນະຊີ້ນຳຂອງພັກນອນຢູ່ໃນ ອຳນາດການປົກຄອງ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມໄດ້ມີການເຮັດວຽກກັບການໍາ ແຂວງແທງຮວາ.

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ)

ຍສໝ - ລົງນາມໃນຂໍ້ຕົກລົງການຮ່ວມມື ລະຫວ່າງ ຫໍພິພິທະພັນໂຮຈິມິນ ແລະ ສະຖາບັນມໍລະດົກ Ben Gurion (ອິດສະຣາເອນ).

ສປປ ລາວ ບ ມ ຜ ຕ ດເຊ ອໂຄວ ດ 19 ເພ ມ ລາວ: ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ປັດຈຸບັນທົ່ວປະເທດ ລາວ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ ມີທັງໝົດ 40 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.758 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

kpl.gov.la

ເຫດການ
302 Found

Found

The document has moved here.