ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່

15:53 | 07/09/2020

ໃນວັນທີ 7 ກັນຍາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 6 ກັນຍາ 2020, ທົ່ວປະເທດມີຜູ້ເດີນທາງ ເຂົ້າມາທັງໝົດ 1.809 ຄົນ. 

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມໃໝ ສະມາຄົມຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂຮງຮຽນອອນລາຍ
ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມໃໝ ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່
ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມໃໝ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ

ໃນນີ້, ຜ່ານດ່ານລາວ-ໄທ 631 ຄົນ,​ ດ່ານລາວ-ຈີນ 26 ຄົນ, ດ່ານລາວ-ຫວຽດນາມ 818 ຄົນ, ດ່ານລາວ-ມຽມມາ 6 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 328 ຄົນ, ໂດຍທັງໝົດແມ່ນ ໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການໄຂ້, ພ້ອມທັງໄດ້ເກັບ ຕົວຢ່າງທຸກຄົນມາກວດ ແລະ ນໍາສົ່ງໄປສະຖານທີ່ ຈໍາກັດບໍລິເວນຈົນຄົບ 14 ວັນ, ປັດຈຸບັນ ຍັງມີຜູ້ຈໍາກັດບໍລິເວນທັງໝົດ 2.757 ຄົນ, ຢູ່ 40 ສູນທົ່ວປະເທດ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່. ໝາຍຄວາມວ່າຜູ້ຕິດເຊື້ອ ຢູ່ປະເທດເຮົາຍັງ ຢູ່ທີ່ຕົວເລກສະສົມ ຈໍານວນ 22 ຄົນ. ຂະນະທີ່, ຜູ້ຕິດເຊື້ອຄົນທີ 22 ຜ່ານການກວດຄັ້ງທີ 2 ໃນວັນທີ 6 ກັນຍາ 2020 ແມ່ນຍັງພົບເຊື້ອຢູ່ ແລະ ສືບຕໍ່ປິ່ນ ປົວຢູ່ໂຮງໝໍມິດຕະພາບ, ໂດຍຜູ້ກ່ຽວມີສຸຂະພາບແຂງແຮງ ແລະ ບໍ່ມີພະຍາດອື່ນແຊກຊ້ອນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໃຫ້ຮູ້ຕື່ມວ່າ: ມາຮອດວັນທີ 7 ກັນຍາ 2020 ທົ່ວໂລກມີລາຍງານການລະບາດ ຂອງພະຍາດ COVID-19 ຫລາຍກວ່າ 27 ລ້ານຄົນ ຢູ່ 213 ປະເທດ/ເຂດ. ໃນນີ້, ມີຜູ້ເສຍຊີວິດຫລາຍກວ່າ 887.000 ຄົນ, ເທົ່າກັບ 3,25% ແລະ ປິ່ນປົວຫາຍດີ 19,35 ລ້ານກວ່າຄົນ, ເທົ່າກັບ 70,9% ຂອງຜູ້ຕິດເຊື້ອທັງໝົດ ແລະ ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ມີທ່າອ່ຽງຕິດເຊື້ອເພີ່ມຂຶ້ນ, ໂດຍພຽງມື້ດຽວ ມີຜູ້ຕິດເຊື້ອສູງເຖິງ 91.723 ຄົນ.

ຕໍ່ສະພາບທີ່ໜ້າເປັນຫ່ວງດັ່ງກ່າວ, ຍັງເຫັນວ່າປະຊາຊົນ ຈໍານວນບໍ່ໜ້ອຍ ໄດ້ພາກັນປະໝາດ, ໂດຍບໍ່ເອົາໃຈໃສ່ ປະຕິບັດວິທີປ້ອງກັນ ການຕິດ ເຊື້ອດີເທົ່າທີ່ຄວນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດ ການດໍາລົງຊີວິດ ປົກກະຕິແບບໃໝ່ ໃຫ້ກາຍເປັນ ຄວາມ ຊີນເຄີຍ, ພ້ອມທັງໝັ່ນສັງ ເກດອາການຂອງຕົນເອງ ແລະ ຄົນຄອບຄົວ ຫາກຮູ້ສຶກບໍ່ສະບາຍ ໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການປີ່ນປົວຮັກສາ ເພື່ອສະກັດກັ້ນ ການລະບາດ ຂອງພະຍາດ COVID-19 ບໍ່ໃຫ້ກັບຄືນມາຮອບໃໝ່ ໃນປະ ເທດ ເຮົາ.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມໃໝ ນາຍົກລັດຖະມົນຕີ ຫວຽດນາມ: ນຳພື້ນຖານວິທະຍາສາດ ແລະ ເຕັກນິກການທະຫານ ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່

ຍສໝ - ໃນຕອນເຊົ້າຂອງວັນທີ 5 ກັນຍາ 2020, ທີ່ຮ່າໂນ້ຍ, ໄດ້ດຳເນີນພິທີຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນໜຶ່ງ ແລະ ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມໃໝ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ, ກໍາປູເຈຍ ແລະ ລາວ

ຍສໝ - ເມື່ອບໍ່ດົນມານີ້, ທ່ານພົນຕີ ຫວູຈ໊ຽນຖັ໊ງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານການໂອ້ລົມທາງໂທລະສັບກັບ ຜູ້ຕາງໜ້າ ກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ.

ສປປ ລາວ ບ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມໃໝ ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກ້ວາງທີ່ສຸດໃນໂລກ

ຍ​ສ​ໝ - ບົດຂຽນຊີ້ແຈ້ງວ່າການ​ພົວ​ພັນ​ດ້ານການຄ້າສາກົນ ແລະ FDI ໃນ 30 ປີທີ່ຜ່ານມາໄດ້ຊ່ວຍໃຫ້ຫວຽດນາມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດເປີດກວ້າງທີ່ສຸດໃນໂລກ. ຢູ່ອາຊີ, ຫວຽດນາມຢືນອັນດັບທີ 2 ໃນເຂດບໍລິຫານພິເສດຮົງກົງ (ຈີນ), ສິງກະໂປ. ກະແສການລົງທືນ FDI ປະຈຳປີຂອງຫວຽດນາມແມ່ນເທົ່າກັບ 6,3% ຂອງ GDP, ເປັນອັນດັບທີ 4 ຂອງອາຊີຕາເວັນອອກສ່ຽງໃຕ້.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.