ຍສໝ - ທີ່ກອງປະຊຸມເຈນີວາ, ທ່ານ ຟ້າມວັນດົງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ມີຫຼັກໝັ້ນແນ່ວແນ່ວ່າ: “ໄປສູ້ການແກ້ໄຂບັນຫາທີ່ສົມບູນແມ່ນຢຸດຕິສະພາບການສູ້ຮົບໃນທົ່ວແຫຼມອິນດູຈີນ ຄວບຄູ່ໄປກັບການແກ້ໄຂບັນຫາທາງດ້ານການເມືອງຂອງຫວຽດນາມ, ລາວ ແລະ ກຳປູເຈຍ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ເອກະພາບຄວາມສາມັກຄີ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດອິນດູຈີນ”.
ຍສໝ - ວັນທີ 11 ສິງຫາ ຢູ່ທີ່ສະໜາມກິລາໂກຊີໂດ (Koshido) ເມືອງນາໂກຢາ, ປະເທດຍີ່ປຸ່ນ ໄດ້ຈັດງານແຂ່ງຂັນກິລາບານເຕະຂອງປະຊາຄົມຊາວຫວຽດນາມ ທີ່ກໍາລັງສຶກສາ, ອອກແຮງງານ ແລະ ດຳລົງຊີວິດຢູ່ເຂດໂຕກາຍ, ຍີ່ປຸ່ນ “FAVIJA TOKAI CUP 2024”.
ຍສໝ - ວັນທີ 11 ສິງຫາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນ ໂດຍທ່ານພັນເອກພິເສດ ເຈີ່ນນາມຈຸງ, ຮອງຫົວໜ້າເສນາທິການ ທະຫານຊາຍແດນ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ດຳເນີນການສຳຫຼວດ, ກວດກາວຽກງານກະກຽມຮັບໃຊ້ການຈັດຕັ້ງການພົບປະແລກປ່ຽນມິດຕະພາບການປ້ອງກັນປະເທດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ.
ຍສໝ - ແຕ່ວັນທີ 7-8 ສິງຫາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ ແລະ ໂທລະເລກອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈາກເພື່ອນມິດສາກົນໃນເຄືອຂ່າຍຄູ່ຮ່ວມມື.
ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ແຂວງ ອຸດອນທານີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ຟ້າມຫວຽດຮຸ່ງ ໄດ້ມີການເຮັດວຽກກັບການນຳຂອງມະຫາວິທະຍາໄລ ຣາດຊະພັດ ອຸດອນທານີ ແລະ ຢ້ຽມຢາມສູນສຶກສາ ຫວຽດນາມ ທີ່ຕັ້ງຢູ່ໃນຂອບເຂດໂຮງຮຽນ.
ຍສໝ - ນີ້ແມ່ນເນື້ອໃນ ທີ່ໄດ້ຮັບການເຫັນດີເປັນເອກະພາບທີ່ການພົບປະເຮັດວຽກລະຫວ່າງທ່ານ ນາງ ຫງວຽນເຟືອງຮວ່າ ຫົວໜ້າກົມຮ່ວມມືສາກົນ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ແລະ ທ່ານ Yoshioka Norihiko ຜູ້ອຳນວຍການໃໝ່ສູນພົບປະແລກປ່ຽນວັດທະນະທຳ ຍີ່ປຸ່ນ ປະຈຳ ຫວຽດນາມ ໃນວັນທີ 23 ພຶດສະພາ ຢູ່ ຮ່າໂນ້ຍ.
ຍສໝ - ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄປພ້ອມກັບຜົນປະໂຫຍດຢ່າງໃຫຍ່ຫຼວງນັ້ນ, ມັນກໍ່ເຮັດໃຫ້ເພີ່ມທະວີການເຄື່ອນໄຫວອາດຊະຍາກຳ.
ຍສໝ - ໂດຍໄດ້ຮັບການປັບປຸງຜ່ານການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບ ແລະ ມີຫົວຄິດປະດິດສ້າງ, ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ເບລາຣຸດຊີ ກຳລັງສືບຕໍ່ພັດທະນາຢ່າງແຮງ. ບັນດາສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ແລະ ບັນດາຜູ້ທີ່ມີຄວາມຮັກແພງກັບ ເບລາຣຸດຊີ ບໍ່ພຽງແຕ່ຈັດຕັ້ງບັນດາເຫດການວັດທະນະທໍາ, ດົນຕີທີ່ເປັນເອກະລັກພິເສດເທົ່ານັ້ນ ຫາກຍັງຮັກສາບັນດາວັດຖຸທີ່ລະນຶກອັນລໍ້າຄ່າຂອງ ເບລາຣຸດຊີ ອີກດ້ວຍ. ເຂົາເຈົ້າໄດ້ສົ່ງຄວາມຮັກແພງທີ່ມີຕໍ່ ເບລາຣຸດຊີ ຜ່ານບັນດາການເຄື່ອນໄຫວໃນປະຈຸບັນ, ພ້ອມທັງສະແດງຄວາມປາດຖະໜາຢາກພົບປະກັບເພື່ອນເກົ່າ ແລະ ສືບຕໍ່ກໍ່ສ້າງສາຍພົວພັນມິດຕະພາບລະຫວ່າງ 2 ປະເທດໃຫ້ນັບມື້ນັບແໜ້ນແຟ້ນ.
ຍສໝ - ວັນທີ 9 ສິງຫາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ມາເລເຊຍ, ທ່ານ ຫງວຽນຄັກດິ້ງ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບ ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato' Johari Bin Abdul ແລະ ໂອ້ລົມເຈລະຈາກັບ ທ່ານຮອງປະທານສະພາສູງ ມາເລເຊຍ Datuk Nur Jazlan bin Tan Sri Mohamed ທີ່ສໍານັກງານລັດຖະສະພາ ມາເລເຊຍ.
ຍສໝ - ສູນ ຝຣັ່ງ ປະຈຳ ຫວຽດນາມ, ລາວ ແລະ ກຳປູເຈຍ ປຸກລະດົມໂຄງການສ້າງໂລກຄືນໃໝ່ພ້ອມກັນກັບພາສາ ຝຣັ່ງ, ໂຄງການ ເພື່ອຊ່ວຍໃຫ້ນັກຮຽນມັດທະຍົມຕອນປາຍທີ່ຮູ້ພາສາ ຝຣັ່ງ ໃນ 3 ປະເທດ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນກ່ຽວກັບຫົວຂໍ້ການພັດທະນາແບບຍືນຍົງ.
ຍສໝ - ໃນຫຼາຍປີຜ່ານມາ, ບັນດາເປົ້າໝາຍທີ່ຂາດຄວາມຫວັງດີ, ຫົວຮຸນແຮງ, ພວກປະຕິການໄດ້ຊອກຫາທຸກວິທີ ແລະ ເລ່ລ່ຽມເພື່ອຕ້ານ ແລະ ທຳລາຍພັກ, ລັດ ຫວຽດນາມ. ໜຶ່ງໃນບັນດາບັນຫາທີ່ເຂົາເຈົ້າມັກເຜີຍແຜ່, ເສກສັນປັ້ນແຕ່ງ ແລະ ຢຶດຕິດຢ່າງດຸເດືອດແມ່ນການບິດເບືອນ ແລະ ເສກສັນກ່ຽວກັບສະພາບເສລີພາບ, ຄວາມເຊື່ອຖື, ສາສະໜາຂອງ ຫວຽດນາມ. ເລ່ລ່ຽມ ແລະ ກິດຈະກຳເຫຼົ່ານີ້ໂດຍບັນດາອິດທິກຳລັງເປັນສັດຕູສືບຕໍ່ຊຸກຍູ້ໃນປີ 2024.
ຍສໝ - ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂຶ້ນກັບສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (VAST) ຫາກໍ່ມອບນາມມະຍົດສາດສະດາຈານກິດຕິມະສັກໃຫ້ແກ່ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ, ກຳມະການຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ.
ຍສໝ - ນີ້ແມ່ນຄຳປາໄສຂອງທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງຢູ່ກອງປະຊຸມຝຶກອົບຮົມ ປີ 2024 ກ່ຽວກັບວຽກງານຂໍ້ມູນຂ່າວສານການຕ່າງປະເທດ ແລະ ສິດທິມະນຸດ ໃຫ້ບັນດາການນຳ ແລະ ພະນັກງານຢູ່ 14 ແຂວງ, ນະຄອນໃນເຂດພູດອຍພາກກາງ, ເຂດພູດອຍພາກເໜືອ ແລະ ການນຳ, ນັກຂ່າວຂອງບາງສຳນັກຂ່າວສູນກາງ ເຊິ່ງໄດ້ດຳເນີນໃນວັນທີ 7 ສິງຫາ ທີ່ແຂວງ ຮວ່າບິ່ງ.
ຍສໝ - ໃນວັນທີ 6 ສິງຫາ ຢູ່ນະຄອນ ດ່າໜັງ, ສະມາຄົມມິດຕະພາບ ຫວຽດນາມ - ອາເມລິກາ ນະຄອນດ່າໜັງ (ສະມາຄົມ) ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI, ອາຍຸການ 2024 – 2029.
ຍສໝ - ວັນທີ 7 ສິງຫາ, ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ໄດ້ຈັດຕັ້ງການພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປົດປ່ອຍ ເບລາຣຸດຊີ (ວັນທີ 3 ກໍລະກົດ ປີ 1944 – ວັນທີ 3 ກໍລະກົດ ປີ 2024) ແລະ ວັນຊາດ ຫວຽດນາມ (ວັນທີ 2 ກັນຍາ ປີ 1945 – ວັນທີ 2 ກັນຍາ ປີ 2024). ຢູ່ທີ່ນີ້, ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ຢືນຢັນວ່າ: “ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ຈະສືບຕໍ່ມານະພະຍາຍາມເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກ່ວາອີກ”.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ຟ້າມດິ່ງເທືອງ, ປະທານສະມາຄົມ ຊາວຫວຽດນາມ ຢູ່ແຂວງ Saitama (ຍີ່ປຸ່ນ) ກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງປະຊາຄົມ ຊາວຫວຽດນາມ ຢູ່ແຂວງ Saitama.
ຍສໝ - ວັນທີ 25 ພຶດສະພາ, ພະແນກການຕ່າງປະເທດແຂວງ ກວາງຫງາຍ ໄດ້ຈັດຕັ້ງໂຄງການ Homestay ປີ 2024 ໃຫ້ແກ່ນັກສຶກສາລາວ ທີ່ກຳລັງຮໍ່າຮຽນສຶກສາຢູ່ ກວາງຫງາຍ.
ຍສໝ - ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ດ່າໜັງ ຕ້ອງເຕົ້າໂຮມ ແລະ ຍາດແຍ່ງບັນດາການປະກອບສ່ວນຂອງຜູ້ທີ່ເຄີຍດຳລົງຊີວິດ, ສຶກສາ, ຄົ້ນຄວ້າ, ມີຄວາມຮູ້ກ່ຽວກັບອິນເດຍ ເພື່ອເປີດກວ້າງ, ເຊື່ອມຕໍ່ຄູ່ຮ່ວມມື ແລະເປັນຂົວຕໍ່ໃນບັນດາການເຄື່ອນໄຫວແລກປ່ຽນປະຊາຊົນລະຫ່ວາງ ດ່າໜັງ ກັບ ອິນເດຍ, ມຸ່ງໜ້າໄປເຖິງການສ້າງຕັ້ງສາຂາສະມາຄົມອະດີດນັກສຶກສາຫວຽດນາມທີ່ເຄີຍໄປຮຽນຢູ່ອິນເດຍ ປະຈຳດ່າໜັງ.
ຍສໝ - ຫວຽດນາມ ແລະ ເປຣູ ສ້າງຕັ້ງການພົວພັນທາງດ້ານການທູດເມື່ອປີ 1994. ເຖິງແມ່ນວ່າທີ່ຕັ້ງພູມສັນຖານຢູ່ຫ່າງໄກກັນກໍ່ຕາມ ແຕ່ໃນຊຸມປີທີ່ຜ່ານມານີ້ 2 ປະເທດກໍ່ໄດ້ມີບາດກ້າວສໍາຄັນໃນການຊຸກຍູ້ສາຍພົວພັນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ ແລະ ການລົງທຶນ.
ຍສໝ - ນັ້ນແມ່ນຄວາມປາຖະໜາຕົ້ນຕໍຂອງບັນດາເພື່ອນມິດສາກົນໃນເຄືອຂ່າຍຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ທີ່ໄດ້ຝາກຝັງໃນບັນດາຈົດໝາຍ ແລະ ໂທລະເລກອວຍພອນສະຫາຍເລຂາທິການໃຫຍ່.