ເຈົ້າແຂວງເຊກອງ ຕ້ອນຮັບກົງສູນໃຫຍ່ ສສ ຫວຽດນາມ ເຂົ້າຢ້ຽມພົບປະອໍາລາ

00:00 | 01/12/2024

ຍສໝ - ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ຕ້ອນຮັບທ່ານ ຫວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ ທີ່ນະຄອນປາກເຊ ແຂວງຈໍາປາສັກ ສປປລາວ ເຂົ້າຢ້ຽມພົບປະ ແລະ ອໍາລາ ໃນວັນທີ 20 ພະຈິກ ຜ່ານມາ ທີ່ຫ້ອງວ່າການແຂວງເຊກອງ, ເນື່ອງໃນໂອກາດທີ່ທ່ານກົງສູນໃຫຍ່ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນໄລຍະປີ 2021-2024.

ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງສະຫາຍ ຟ້າມມີງຈິງ ເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ອາຍຸການ 2016 - 2021
ການນຳແຂວງຈຳປາສັກ ຕ້ອນຮັບກົງສູນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຂົ້າອວຍພອນ ວັນຊາດ ຄົບຮອບ 45 ປີ
ເຈົ້າແຂວງເຊກອງ ຕ້ອນຮັບກົງສູນໃຫຍ່ ສສ ຫວຽດນາມ ເຂົ້າຢ້ຽມພົບປະອໍາລາ

ໂອກາດນີ້, ທ່ານເຈົ້າແຂວງເຊກອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດການປະຕິບັດໜ້າທີ່ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ຂອງລາວ ຊຶ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວເວົ້າລວມ ໂດຍສະເພາະແຂວງເຊກອງ ກັບບັນດາແຂວງຕ່າງໆ ຂອງ ສສ ຫວຽດນາມ ໃຫ້ກວ້າງຂວາງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມທັງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍ-ນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ກໍຄືແຂວງເຊກອງໃນໄລຍະຜ່ານມາ.

ທ່ານ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາພາກໃຕ້ຂອງລາວ ກໍໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງເຊກອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຄະນະພັກ, ອົງການປົກຄອງແຂວງເຊກອງ ທີ່ໄດ້ອໍານວຍຄວາມສະດວກ, ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ເຮັດໃຫ້ການປະຕິບັດໜ້າທີ່ກົງສູນໃຫຍ່ປະຈໍາພາກໃຕ້ລາວ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງ

ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່ ລັດຖະມົນຕີກະຊວງ ຍທຂ ຕ້ອນຮັບທູດສສ ຫວຽດນາມ ປະຈໍາ ສປປ ລາວຄົນໃໝ່

ຍສໝ - ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ.

ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ ບັນດາອົງການຈັດຕັ້ງປະຊາຊົນອວຍພອນສະຫາຍປະທານປະເທດ ແຫ່ງ ສສ ຫວຽດນາມ ເລືອງເກື່ອງ

ຍສໝ - ​ເນື່ອງ​ໃນ​ໂອກາດ​ທີ່ສະຫາຍ ​ກຳມະການກົມການ​ເມືອງ, ຜູ້ປະຈຳການຄະນະ​ເລຂາທິການສູນກາງ​​ພັກ​ກອມ​ມູນິດ ​ຫວຽດນາມ ​ເລືອງ​ເກື່ອງ ​ໄດ້​ຮັບ​ເລືອກ​ຕັ້ງດຳລົງຕຳແໜ່ງ​ເປັນ​ປະທານປະເທດ ແຫ່ງສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຫຼາຍ​ອົງການຈັດຕັ້ງ​ປະຊາຊົນ​ໃນ​ທົ່ວ​ໂລກ​ໄດ້​ສົ່ງ​ຈົດໝາຍ ​ແລະ ​ໂທລະ​ເລກ​ອວຍພອນ. ນີ້​ແມ່ນບັນດາ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ.

ມີງດຶກ