ຍສໝ - ຕາມທູດພິເສດສຳນັກຂ່າວສານຫວຽດນາມແລ້ວ, ຢູ່ນອກກອງປະຊຸມສະມັດຊາໃຫຍ່ ລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 44 (AIPA-44) ໄດ້ຈັດຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນຕອນບ່າຍວັນທີ 6 ສິງຫາ, ທ່ານເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ໄດ້ມີການພົບປະສອງຝ່າຍກັບບັນດາເລຂາທິການຂອງສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດລາວ.
ຍສໝ - ວັນທີ 12 ກໍລະກົດນີ້ ຢູ່ສູນການຄ້າ Centralworld ທີ່ຢູ່ນະຄອນຫຼວງບາງກອກ, ກຸ່ມບໍລິສັດຄ້າຂາຍຍ່ອຍ Central Retailໄດ້ຈັດຕັ້ງງານໂຄສະນາໝາກລິ້ນຈີ່ ຫວຽດນາມ ຢູ່ຕະຫລາດໄທ - ແນະນຳໝາກລິ້ນຈີ່ ລຸກຫງ້ານ (ບັກຢາງ) ຕາມລະດູ, ມີເຄື່ອງໝາຍການຄ້າ, ມີຂໍ້ມູນຢັ້ງຢືນ GlobalGAP ຢ່າງຄົບຖ້ວນ, ມີສະແຕມຊີ້ບອກທີ່ຕັ້ງ, ບັນດາໂລໂກ້ ແລະ ສະແຕມຍີ່ຫໍ້ຢ່າງຄົບ... ເຖິງປະຊາຊົນຂອງປະເທດໄທ.
ຍສໝ - ໃນວັນທີ 20 ມິຖຸນາ 2023, ຄະນະຜູ້ແທນແຂວງຫຼວງພະບາງ - ສປປ ລາວ ນຳໂດຍທ່ານ ຄຳຂັນ ຈັນທະວີສຸກ, ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າແຂວງຫຼວງພະບາງ ເປັນຫົວໜ້າຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ເຮັດວຽກກັບການນຳແຂວງໄທຫງວຽນ.
ຍສໝ - ໃນຕອນເຊົ້າວັນທີ 10 ເມສານີ້, ຢູ່ແຂວງຈຳປາສັກ (ສປປ.ລາວ) ໄດ້ດຳເນີນເວທີປາໄສການເຊື່ອມຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ລາວ-ຫວຽດນາມ-ໄທ. ນີ້ແມ່ນເວທີປາໄສໂດຍກົງສູນໃຫຍ່ສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈຳນະຄອນປາກເຊ ສົມທົບກັບສະມາຄົມການຄ້າເອເລັກໂຕນິກ (ອີຄອມເມີຊ) ຫວຽດນາມ ແລະ ແຂວງຈຳປາສັກ ຈັດຕັ້ງ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳໄທ, ໃນວັນທີ 18 ມີນານີ້, ລັດຖະບານແຂວງຂອນແກ່ນ ຢູ່ພາກຕາເວັນອອກສຽງເໜືອຂອງໄທ, ສະຖານກົງສຸນໃຫຍ່ຫວຽດນາມ ແລະ ສະມາຄົມຊາວ ໄທ ເຊື້ອຊາດ ຫວຽດນາມ ປະຈຳແຂວງຂອນແກ່ນ ໄດ້ຈັດພິທີສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງວັດເສົ້າດຽວ, ເຊິ່ງແມ່ນສັນຍາລັກແຫ່ງນໃຈມິດຕະພາບ ຫວຽດນາມ - ໄທ ຢູ່ເຂດດິນແດນ ຂອນແກນ
ຕອນບ່າຍວັນທີ 13 ມີນາ, ຢູ່ແຂວງ ອຸດອນທານີ, ພາກຕາເວັນອອກສ່ຽງເໜືອຂອງໄທ, ກອງທຶນທຶນການສຶກສາ ວື່ອາຢິງ- ສະໂມສອນ “ເພື່ອຮວ່າງຊາ - ເຈື່ອງຊາທີ່ຮັກແພງ” ໄດ້ມອບຂໍ້ຕົກລົງວ່າດ້ວຍການຮັບເຂົ້າເປັນສະມາຊິກສະມາຄົມ ແລະ ບຸກຄົນຊາວຫວຽດນາມ ຢູ່ແຂວງ ອຸດອນ - ພາກຕາເວັນອອກສ່ຽງເໜືອຂອງໄທ.
ຍສໝ - ທີ່ການພົບປະ, ການນຳສະມາຄົມມິດຕະພາບຫວຽດນາມ - ໄທ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບໂຄງການເຄື່ອນໄຫວປີ 2023, ແລະ ປຶກສາຫາລືຫຼາຍເນື້ອໃນການຮ່ວມມື 2 ຝ່າຍ ເມື່ອ 2 ປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ໄທ.
ຍສໝ - ໃນວັນທີ 28 ກຸມພານີ້, ທີ່ການພົບປະກັບ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທ່ງ, ທ່ານເຈົ້າແຂວງ ຂອນແກ່ນ Kraisorn Kongchalad ໄດ້ສະເໜີການສຶກສາເປີດເສັ້ນທາງບິນໂດຍກົງ ຈາກຂອນແກ່ນ ໄປຫາດ່ານັງ ເພື່ອຊຸກຍູ້ການລົງທຶນ, ການຄ້າ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳ, ການແລກປ່ຽນປະຊາຊົນລະຫວ່າງສອງທ້ອງຖິ່ນ.
ຍສໝ - ແຂວງອຸດອນທານີ ເປັນບ່ອນຂອງຊຸມຊົນຄົນຕ່າງປະເທດທີ່ໃຫຍ່ທີ່ສຸດໃນທົ່ວປະເທດໄທ. ດ້ວຍປະຫວັດການສ້າງສາ ແລະ ພັດທະນາທີ່ຍາວນານ, ປະຊາຄົມມີຈິດໃຈສາມັກຄີ, ຕິດພັນກັນ ແລະ ເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ.
ຍສໝ - ວັນທີ 24 ກຸມພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳໄທ ຟານຈີແທງ ໄດ້ມີການພົບປະກັບທ່ານ ສຸວິດ ຈັນວອນ ເຈົ້າແຂວງ ໜອງບົວລຳພູ ເພື່ອປຶກສາຫາລືວິທີຊຸກຍູ້ການຮ່ວມມືຢູ່ທ້ອງຖິ່ນລະຫວ່າງ 2 ປະເທດໃນຂົງເຂດການລົງທຶນ, ການຄ້າ, ເສດຖະກິດ, ການທ່ອງທ່ຽວ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນ.
ຍສໝ - ວັນທີ 29 ມັງກອນ, ທ່າມກາງບັນຍາກາດປິຕິຊົມຊື່ນ ຕ້ອນຮັບລະດູບານໃໝ່ປີແມວ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຂອນແກ່ນ (ໄທ) ໄດ້ຈັດຕັ້ງລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2023
ປະລິມານການສົ່ງອອກໝາກພິກໄທໄປຍັງບັນດາຕະຫຼາດສຳຄັນລ້ວນແຕ່ຫຼຸດລົງໃນປີ 2022, ແຕ່ຫວຽດນາມ ຍັງຄົງຢູ່ໃນອັນດັບໜຶ່ງຂອງໂລກ ກ່ຽວກັບການສົ່ງອອກໝາກພິກໄທ.
ຍສໝ - ວັນທີ 28 ພະຈິກ, ເວທີປາໄສວິສາຫະກິດ ໄທ - ຫວຽດນາມ - ລາວ ປີ 2022 ໂດຍສະມາຄົມນັກທຸລະກິດ ໄທ - ຫວຽດນາມ ຈັດ ໄດ້ໄຂຂຶ້ນຢູ່ໄທ. ເວທີປາໄສແມ່ນບ່ອນດຳເນີນບັນດາການເຄື່ອນໄຫວວາງສະແດງຜະລິດຕະພັນ, ສົ່ງເສີມການຄ້າ, ແລກປ່ຽນເຕັກໂນໂລຢີເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ເຊື່ອມຕໍ່ ແລະ ສ້າງເຄືອຂ່າຍລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດ ໄທ ແລະ ລາວ.
ຫວ່າງແລ້ວນີ້, ຍົນພິເສດທີ່ໂດຍສານ ທ່ານ ຫງວຽນຊວນຟຸກ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດສະໜາມບິນສາກົນໂນ້ຍບ່າຍ, ນະຄອນຫຼວງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (ອາເປັກ) ຄັ້ງທີ 29 ຕາມຄຳເຊີນຂອງທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ໄທ.
ວັນທີ 16 ພະຈິກ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນຖານທັບອາກາດ ດອນເມືອງ (Don Mueang) ແຫ່ງລາຊະອານາຈັກໄທ, ນະຄອນຫຼວງ ບາງກອກ, ເລີ່ມຕົ້ນການຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 29.
ທ່ານ ທານີ ແສງຣັດ ຖືວ່າ ກ່ຽວກັບທາງດ້ານເສດຖະກິດ, ການເມືອງ, ຍຸດທະສາດ, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຄ້າສຳຄັນຂອງ ໄທ, ຂອງ ອາຊີຕາເວັນອອກສ່ຽງໃຕ້ ທະວີບເທົ່ານັ້ນ ຫາກຍັງຢູ່ພາກພື້ກ ອາຊີຕາເວັນອອກສ່ຽງໃຕ້ ອີກດ້ວຍ.
ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.
ວັນທີ 27 ຕຸລາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບ ແລະເຮັດວຽກກັບທີ່ປຶກສາທູດຝ່າຍປ້ອງກັນຊາດ ແລະທະຫານບົກ, ທີ່ປຶກສາທູດຝ່າຍທະຫານເຮືອ ແລະທີ່ປຶກສາທູດຝ່າຍທະຫານອາກາດ ໄທ ປະຈໍາ ຫວຽດນາມ.
ຕອນເຊົ້າວັນທີ 28 ຕຸລາ, ຖ້ຽວບິນທຳອິດຂອງບໍລິສັດການບິນ Starlux ທີ່ຂົນສົ່ງຜູ້ໂດຍສານ 177 ຄົນຈາກໄທເປ (ຈີນ) ໄດ້ລົງຈອດຢູ່ສະໜາມບິນສາກົນດ່າໜັງ, ເຊື່ອມຕໍ່ສາຍການບິນໄທເປ (ຈີນ) - ດ່າໜັງ ຄືນໃໝ່ພາຍຫຼັງ 2 ປີຖືກຢຸດຕິຍ້ອນຜົນສະທ້ອນຈາກພະຍາດໂຄວິດ-19.
ຕອນຄໍ່າວັນທີ 9 ຕຸລາ, ທີ່ສະໜາມກິລາຫວຽດຈີ່ (ແຂວງຝູທໍ້), ທີມຊາດ U.17 ຫວຽດນາມ ຊະນະທີມ U.17 ໄທ ດ້ວຍ 3-0 ປະຕູ ທີ່ນັດສຸດທ້າຍຂອງກຸ່ມ F ໃນຮອບຄັດເລືອກການແຂ່ງຂັນບານເຕະ U.17 ອາຊີ 2023.