ຊຸມຊົນໄທ ຢູ່ນະຄອນໂຮ່ຈິມິນ ຮ່ວມເດີນທາງຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ໄທ

00:00 | 05/12/2023

ຍສໝ - ວັນ​ທີ 5 ທັນວາ​ນີ້, ສະຖານກົງສຸນ​ໃຫຍ່​ລາຊະ​ອານາຈັກ​ໄທ ​ປະຈຳ​ນະຄອນ​ໂຮ່ຈິ​ມິນ (HCMC) ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 96 ປີ​ແຫ່ງ​ວັນ​ຊາດ​ລາຊະ​ອານາຈັກ​ໄທ.

ວົງຄະນາຍາດຊາວ​ໄທ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ​ຮ່ວມເດີນທາງ​ຊຸກ​ຍູ້ການພົບປະ​ແລກ​ປ່ຽນລະຫວ່າງ​ປະຊາຊົນ ຫວຽດ​ນາມ - ໄທ. ວົງຄະນາຍາດຊາວ​ໄທ ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ​ຮ່ວມເດີນທາງ​ຊຸກ​ຍູ້ການພົບປະ​ແລກ​ປ່ຽນລະຫວ່າງ​ປະຊາຊົນ ຫວຽດ​ນາມ - ໄທ.
ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ໄທ - ຫວຽດ​ - ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ຂອງ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ໄທ

ທີ່​ພິ​ທີ, ທ່ານ ຫວໍວັນ​ຮ່ວານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫຼວງ​ທີ່​ປະເທດ ໄທ​ ບັນ​ລຸ​ໄດ້​ໃນ​ເກືອບ 100 ປີ​ແຫ່ງ​ການ​ສ້າງ​ປະ​ເທດ. ທ່ານ​ກ່າວ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ວິ​ສາ​ຫະກິດ​ໄທ ໄດ້ເກັບກ່ຽວຢ່າງສຳເລັດຜົນ​ເມື່ອ​ລົງທຶນເຮັດທຸລະກິດ​ຢູ່​ນະຄອນ​ໂຮ່ຈິ​ມິນ. ນະຄອນຊົມເຊີຍ ​ແລະ ຍິນ​ດີ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ໄທ​ ທີ່ມາຍັງ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ຊອກ​ຫາ​ກາລະ​ໂອກາດ​ພັດທະນາ​ໃນ​ອະນາຄົດ.

ຊຸມຊົນໄທ ຢູ່ນະຄອນໂຮ່ຈິມິນ ຮ່ວມເດີນທາງຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ໄທ
ທ່ານ ຫວໍວັນ​ຮ່ວານ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈິ​ມິນ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍທ່ານ​ນາງ Wiraka Moodhitaporn, ກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ (ພາບ: TTXVN)

ໂດຍ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງການ​ຮ່ວມ​ເດີນທາງ​ຂອງ​ສະຖານກົງສຸນໃຫຍ່​ໄທ, ຊຸມຊົນ​ວິສາຫະກິດ ​ແລະ ຊາວ​ໄທ ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ການ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ສັງຄົມ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ​ແລກປ່ຽນ​ວັດທະນະທຳ.

“ນະຄອນ​ໂຮ່ຈິ​ມິນ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ໄທ ເປັນສຳຄັນ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ປະກອບເຂົ້າໃນການພັດທະນາຂອງການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ເພີ່ມທະວີລະຫວ່າງ ຫວຽດນາມ ​ແລະ ​ໄທ ຜ່ານ​ການ​ຊຸກຍູ້​ບັນດາ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ, ​ແລກປ່ຽນ​ວັດທະນະທຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ ​ແລະ ພົບປະແລກປ່ຽນປະຊາຊົນ'', ທ່ານ ຫວູວັນ​ຮົ່ງ ກ່າວ​.

ທ່ານ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ພົວພັນ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໄທ ຈະສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ, ​ເພື່ອ​ມິດຕະພາບ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ໃຫ້ຄວາມໝັ້ນຄົງ ເເລະ ຈະເລີນຮັ່ງມີຂອງ​ພາກ​ພື້ນ ອາ​ຊຽນ.

ຕາມ​ທ່ານ​ນາງ Wiraka Moodhitaporn, ກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ແລ້ວ, ຫວຽດນາມ ​ແລະ ​ໄທ ມີ​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະທີ່​ຍາວ​ນານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ການພົບປະ​ແລກປ່ຽນ​ປະຊາຊົນ.

ສະຖານກົງສູນໃຫຍ່ໄທ ສົມທົບ​ກັບ​ບັນດາ​ອົງການ​ລັດຖະບານ​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ ​ໄທ ​ແລະ ຫວຽດນາມ ​ໃນ​ທຸກ​ຂັ້ນ​ຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໜູນ​ຊ່ວຍ​ບັນດາ​ນັກ​ລົງທຶນ​ໄທ​ທີ່​ມີ​ຄຸນ​ນະພາ​ບ, ​ເຊິ່ງແມ່ນ​ບັນດາ​ນັກ​ລົງທຶນ​ທີ່​ໄດ້​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ໄລຍະ​ຕົ້ນໆ, ປະກອບສ່ວນ​ເຂົ້າ​ໃນ​ຫາເງິນລ້ຽງຊີບ​ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ ເເລະ ຍາມໃດກໍ່ເຄົາລົບ​ຫຼັກ​ການ​ຮັບຜິດຊອບສັງຄົມຂອງວິສາຫະກິດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.