ພຸດທະສາສະໜາ ຫວຽດນາມ - ໄທ ເຊື່ອມຕໍ່ສ້າງຄວາມສາມັກຄີ, ມິດຕະພາບ

00:00 | 29/11/2023

ຍສໝ - ວັນ​ທີ 29 ພະຈິກ, ຢູ່ ​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ ໄດ້​ມີ​ການ​ພົບ​ປະ ແລະ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນຄະນະສົງ ອະນຳນິກາຍ ແຫ່ງປະເທດໄທ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ທີ 3.

ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ
ເພີ່ມພູນຄູນສ້າງ ​ນໍ້າໃຈ​ມິດຕະພາບ​ ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ ເພີ່ມພູນຄູນສ້າງ ​ນໍ້າໃຈ​ມິດຕະພາບ​ ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ສາທາລະນະ​ສຸກ

ກ່າວ​ຄຳປາໄສ​ທີ່​ພິທີ​ຕ້ອນຮັບ, ທ່ານ​ຮອງ​ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ ກ່ຽວກັບຊາວຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ນາງ ​ເລ​ທິທູ​ຮັ່ງ ຖື​ວ່າ ລະບົບ​ວັດ​ ແລະ ພຸດທະ​ສາສະໜາ ຫວຽດນາມ ນິກາຍ (Annamnikai) ໄດ້​ກາຍ​ເປັນ​ພາກສ່ວນ​ສຳຄັນ​ຂອງ​ສາສະໜາ​ພຸດ ​ໄທ, ​ມີ​ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່ພື້ນຖານພຸດທະສາສະໜາໄທ. ປະຈຸ​ບັນ​ຢູ່ ​ໄທ ​ມີ​ວັດຫວຽດນາມ​ປະມານ 25 ວັດ, ​ໃນ​ນັ້ນ​ມີ 8 ວັດໄດ້​ຕິດ​ປ້າຍ​ຊື່​ດ້ວຍພາສາຫວຽດນາມ.

ພຸດທະສາສະໜາ ຫວຽດນາມ - ໄທ ເຊື່ອມຕໍ່ສ້າງຄວາມສາມັກຄີ, ມິດຕະພາບ

ບັນຍາກາດທີ່ພິທີຕ້ອນຮັບ

ຕາມ​ທ່ານ​ນາງ ເລ​ທິ​ທູ​ຮັ່ງ ແລ້ວ, ບັນດາວັດ ​ຫວຽດ​ນາມ ຢູ່ ໄທ ກໍແມ່ນ​ທັງ​ສະ​ຖານ​ທີ່​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ຄວາມເຊື່ອຖື​ຂອງປະຊາຄົມພຸດທະສາສະໜານິກະຊົນຄົນຫວຽດ.​ ນີ້​ກໍ່​ແມ່ນ​ສະຖານ​ທີ່​ພໍ່ແມ່ປະຊາຊົນສະ​ແດງ​ຄວາມ​ຮັກ​ແພງຕໍ່ບ້ານເກີດເມືອງນອນ ຫວຽດນາມ, ຮັກສາ​ຮີດຄອງ​ປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ ​ຫວຽດນາມ, ຊ່ວຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ ແລະ ສຶກສາຮຸ່ນໜຸ່ມຊາວ ຫວຽດນາມ ​ຢູ່​ຕ່າງປະ​ເທດ​ກ່ຽວກັບກົກເຫງົ້າເຄົ້າກໍ ແລະ ຄວາມ​ງາມ​ດ້ານ​ວັດທະນະທຳ​ຂອງ​ປະ​ເທດ​ຊາດ. ​ທ່ານນາງ ມີຄວາມຕື້ນຕັນໃຈເມື່ອ​ຮູ້​ວ່າບັນດາເຈົ້າອາວາດ​ວັດຂອງບັນດາວັດ​ຫວຽດນາມ​ ລ້ວນ​ແຕ່​ແມ່ນ​ຊາວ ​ໄທ ແຕ່ຍັງ​ຮັກສາ​ການ​ທ່ອງ​ຈຳບົດສວດ​ໃນ​ແບບ​ອະນຳນິກາຍ, ປະສົມ​ກັບ​ພາສາ​ສັນສະກິດ ແລະ​ ພາສາ​ ຫວຽດນາມ, ຊ່ວຍ​ໃຫ້​ຍາດຕິພີ່ນ້ອງຮູ້​ສຶກໃກ້ຊິດ, ມີ​ຄວາມ​ຮັກ​ແພງ, ​ສະຫງົບ​​ຈິດໃຈ​ໃນທຸກ​ຄັ້ງໄປວັດ ຫວຽດນາມ ຢູ່ ໄທ.

ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ ການຢ້ຽມຢາມຂອງ​ຄະ​ນະ​ຜູ້​ແທນຄະນະສົງ ອະນຳນິກາຍ ແຫ່ງປະເທດໄທ ມາຍັງ ຫວຽດນາມ ແມ່ນໂອກາດເພື່ອໃຫ້ເຈົ້າອາວາດ, ພະສົງ, ພະມະຫາອາຈານ ແລະ ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບວັດທະນະທໍາ, ພຸດທະສາສະໜາ ຫວຽດນາມ. ຫຼັງ​ຈາກ​ກັບ​ຄືນ​ປະ​ເທດ​ໄທ, ບັນດາພະມະຫາອາຈານ, ພະ​ສົງ​ ຈະ​ຖ່າຍທອດສົ່ງ​ໃຫ້ພຸດທະສາສະນິກະຊົນຢູ່ ໄທ ກ່ຽວກັບຄວາມ​ສວຍ​ງາມ​ຂອງ​ພຸດ​ທະ​ສາ​ສະ​ຫນາ ​ຫວຽດ​ນາມ, ປະ​ເທດຊາດ​ ແລະ​ ປະ​ຊາ​ຊົນ ​ຫວຽດ​ນາມ. ການ​ຢ້ຽມຢາມ​ຄັ້ງ​ນີ້ ກໍຈະ​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ພົບປະແລກປ່ຽນຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ອົງການ​ພຸດທະ​ສາສະໜາ​ ຫວຽດນາມ ​ແລະ ພຸດທະ​ສາສະໜາ​ ໄທ. ພ້ອມ​ກັນນັ້ນ ກໍ່ສະແດງຄວາມ​ຮູ້ບຸນຄຸນບັນດາພະມະຫາອາຈານທີ່ຄຸ້ມຄອງວັດວັດ​ຫວຽດ​ນາມ ຢູ່ ​ໄທ ທີ່​ໄດ້​ປະ​ກອບ​ສ່ວນ​ເບິ່ງ​ແຍງ​ຊີ​ວິດ​ທາງ​ດ້ານ​ຈິດ​ວິນຍານ, ການເຫຼື້ອມໃສສາ​ສະ​ໜາ​ຂອງ​ຊຸມ​ຊົນ​ ຫວຽດ​ນາມ​ ຢູ່​ ໄທ, ປະ​ກອບ​ສ່ວນ​ປະ​ຕິ​ບັດ, ປົກ​ປັກ​ຮັກ​ສາ​ ແລະ ເຜີຍແຜ່ພຸດ​ທະ​ສາ​ສະ​ໜາ ອະນຳນິກາຍ ແຫ່ງປະເທດໄທ.

ທ່ານ​ນາງ ເລທິທູຮັ່ງ ​ກ່າວວ່າ: “ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພຸດ​ທະ​ສາ​ສະ​ໜາ​ ເວົ້າລວມ ແລະ ນິ​ກາຍ ​ຫວຽດ​ນາມ ຢູ່ ໄທ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ຕໍ່, ຊຸກ​ຍູ້​ການ​ພົວ​ພັນທີ່​ສະ​ໜິດ​ສະ​ໜົມ​ລະ​ຫວ່າງ​ປະ​ຊາ​ຄົມ​ຊາວ ​ຫວຽດ​ນາມ ແລະ ປະ​ຊາ​ຊົນ ໄທ. ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ວັດ ຫວຽດນາມ ຢູ່ ​ໄທ ຈະ​ມີ​ປ້າຍ​ຊື່​ເປັນພາສາຫວຽດນາມ, ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ໄທ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍຈິດໃຈຮັກແພງ, ມີຄວາມ​ສາມັກຄີ, ຕິດພັນກັນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່, ພັດທະນາ​ເສດຖະກິດ, ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍລັກສະນະຈຳເພາະວັດທະນະທຳແຫ່ງຊາດ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ມິດຕະພາບ​ກັບ​ປະຊາຊົນ ​ໄທ ​ແລະ ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງ​ນອນ, ຮ່ວມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດໃຫ້ນັບມື້ນັບຮັ່ງມີ ​ແລະ ສວຍ​ງາມ​ນັບ​”.

ທີ່​ການ​ພົບ​ປະ, ພະມະຫາອາຈານ ທິກ​ຢາ​ກວາງ, ຮອງ​ປະທານສະພາບໍລິຫານ, ຫົວໜ້າ​​ພະ​ແນ​ກຖະ​ແຫຼ​ງຂ່າວ ​ແລະ ການສື່ສານ ສະມາຄົມພຸດທະສາສະໜາ ຫວຽດນາມ ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ຂອງ​​ຄະ​ນະ​ຜູ້​ແທນຄະນະສົງ ອະນຳນິກາຍ ແຫ່ງປະເທດໄທ ຄັ້ງ​ທີ 3 ​ແມ່ນ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ມິດຕະພາບ ​ແລະ ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ປະ​ເທດ​ ເວົ້າລວມ ແລະ​ ພຸດ​ທະ​ສາ​ສະ​ຫນາ​ຂອງ​ສອງ​ປະ​ເທດ​ ເວົ້າສະເພາະ​. ພະມະຫາອາຈານ​ປາດ​ຖະ​ໜາ​ວ່າ ພຸດ​ທະ​ສາ​ສະ​ໜາ​ຈະແມ່ນ​ສາຍ​ພົວ​ພັນ​ທາງ​ດ້ານ​ຈິດ​ໃຈ​ອັນ​ແໜ້ນ​ແຟ້ນ, ເປັນ​ການ​ເຊື່ອມ​ຕໍ່​ປະ​ຊາ​ຊົນ​ສອງ​ປະ​ເທດ ​ຫວຽດ​ນາມ ແລະ ໄທ ໂດຍ​ທຳ​ມະ​ຊາດ.

ພະມະຫາອາຈານ ພຣະ​ມະຫາ​ທິລະຈັນ ​ສົມ​ເດັດ, ຊະມາຊິກສະພາ​ອົງການ​ພຸດທະ​ສາສະໜາ​ ປຫ່ງປະເທດໄທ ​ໄດ້​ກ່າວ​ວ່າ ເຖິງ​ວ່າ​ເຂົາ​ເຈົ້າ​ຢູ່​ຕ່າງ​ປະ​ເທດ, ມີ​ວັດທະນະ​ທຳ ​ແລະ ພາສາ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ເປັນ​ສາສະ​ໜາ​ພຸດ, ​ແບ່ງປັນ​ຄຳ​ສອນ​ຂອງ​ພຣະພຸດທະ​ເຈົ້າ​ຄື​ກັນ ແລະ ປະຕິບັດຕາມຄໍາສອນຂອງພຣະພຸດທະເຈົ້າເພື່ອສັນຕິພາບ ແລະ ຄວາມຜາສຸກໃນໂລກ.

ພະມະຫາອາຈານ ພຣະມະຫາທິລະຈັນ ສົມເດັດ ແບ່ງປັນ​ວ່າ ການ​ຢ້ຽມຢາມ​ແມ່ນເພື່ອ​ແນ​ໃສ່​ສ້າງ​ຄວາມ​ສາມັກຄີ ​ແລະ ມິດຕະພາບ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ​ໄທ. ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ລະຫວ່າງ​ອົງການ​ພຸດທະ​ສາສະໜາ​ຫວຽດນາມ ​ແລະ ​ໄທ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ ​ແລະ ຄວາມ​ສະຫງົບ​ສຸກ​ໃຫ້​ປະຊາຊົນ​ສອງ​ປະ​ເທດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.