ດັກລັກ (ຫວຽດນາມ) ແລະ ຈັນທະບູລີ (ໄທ) ແບ່ງປັນປະສົບການ ໃນການພັດທະນາໝາກຖົ່ວລຽນ

05:00 | 29/11/2023

ຍສໝ - ແຕ່​ວັນ​ທີ 20-24 ພະຈິກ​ນີ້, ຄະນະ​ຜູ້​ແທນ​ຂອງ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແຂວງ ດັກ​ລັກ ເຊິ່ງນຳ​ໂດຍ​ທ່ານ ຫງວຽນ​ຮວ່າຍ​ເຢືອງ, ຫົວໜ້າພະແນກ​ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ໄທ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ​ເພື່ອພັດທະນາ​ແບບ​ຍືນ​ຍົງ ຂອງຂະແໜງສິນຄ້າໝາກຖົ່ວລຽນ ​ແຂວງ ດັກ​ລັກ.

ຊຸກຍູ້ຊາວຫວຽດນາມ ຢູ່ ໄທ ມາຢ້ຽມຢາມ ແລະ ຊອກຫາກາລະໂອກາດລົງທຶນຢູ່ນະຄອນ ໂຮຈິມິນ
ຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

ຄະນະ​ຜູ້​ແທນ​ໄດ້​ເຮັດ​ວຽກ ​ກັບ​ແຂວງ​ຈັນທະ​ບູລີ - ບ່ອນທີ່ຖື​ວ່າ​ເປັນ "ນະຄອນຫຼວງ​ໝາກ​ໄມ້" ​ "ເມືອງເອກໝາກຖົ່ວລຽນ" ຂອງລາຊະອານາຈັກ ໄທ.

ສອງ​ທ້ອງ​ຖິ່ນ​ໄດ້​ແລກປ່ຽນ​ບັນດາ​ເນື້ອ​ໃນທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ຂະ​ແໜງ​ການ​​ໝາກ​ຖົ່ວລຽນແບບ​ຍືນ​ຍົງ ​ແລະ ​ມີ​ປະສິດທິ​ຜົນ​ຄື: ​ນະ​ໂຍບາຍ​​ຊ່ວຍເຫຼືອ​ການ​ຜະລິດ​ແນວພັນຖົ່ວລຽນ; ຊ່ວຍ​ການ​ຜະລິດ​ກະສິກຳ​ປອດ​ສານພິດ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ​ໃນການປູກ​ໝາກຖົ່ວລຽນ; ນະໂຍບາຍໜູນຊ່ວຍ, ກໍ່ສ້າງ ແລະ ພັດທະນາຕ່ອງໂສ້ການສະໜອງໝາກຖົ່ວລຽນ; ບັນຫາເຕັກນິກການປູກ, ການບົວລະບັດຮັກສາ ແລະ ການປ້ອງກັນສັດຕູພືດ; ຮ່ວມສຳພັນການຜະລິດຕາມລະບົບຕ່ອງໂສ້; ມີປະສົບການໃນການຄຸ້ມຄອງຄຸນນະພາບໝາກໄມ້ສົ່ງອອກ...

Nông dân Đắk Lắk vào chính vụ thu hoạch sầu riêng. (Ảnh: Báo Tin tức) ຊາວກະສິກອນແຂວງດັກລັກ ໃນລະດູການເກັບກ່ຽວໝາກຖົ່ວລຽນ. (ພາບ: ໜັງສືພິມ Tin tức)
ຊາວກະສິກອນແຂວງດັກລັກ ໃນລະດູການເກັບກ່ຽວໝາກຖົ່ວລຽນ. (ພາບ: ໜັງສືພິມ Tin tức)

ສອງຝ່າຍ​ກໍ່​ໄດ້​ປຶກສາ​ຫາລື ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ ການ​ຮ່ວມ​ມື​ດ້ານ​ກະສິກຳ, ພິ​ເສດ​ແມ່ນ​ພັດທະນາ​ຂະ​ແໜງ​ສິນຄ້າໝາກຖົ່ວລຽນ​ໃຫ້​ເປັນປົກກະຕິ ​ແລະ ໝັ້ນຄົງ, ສ້າງ​ປະສິດທິ​ຜົນ​ໃຫ້​ແຕ່ລະ​ຝ່າຍໃນ​ຕະຫຼາດ​​ສາກົນ.

ສອງ​ແຂວງ​ໄດ້​ເລືອກ​ຜູ້​ຕາງໜ້າເຮັດ​ໜ້າ​ທີ່​ເປັນ​ຈຸດ​ຂົວຕໍ່ ​ເພື່ອ​ສືບ​ຕໍ່​ລົງ​ເລິກ​ກ່ຽວກັບບັນດາການຮ່ວມມືລະອຽດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ແຂວງຈັນທະບູລີ ເຊີນບັນດາອົງການປົກຄອງ, ບັນດາສະມາຄົມ, ນັກທຸລະກິດຂອງແຂວງ ດັກລັກ ເຂົ້າຮ່ວມບັນດາເຫດການສຳຄັນຄື: ງານວາງສະແດງ, ງານບຸນໝາກໄມ້, ເຕັກໂນໂລຊີການຜະລິດ ແລະ ປຸງແຕ່ງກະສິກຳຂອງໄທ ແລະ ແຂວງຈັນທະບູລີ ໃນປີ 2024.

ໃນ​ໄລຍະ​ການ​ຢ້ຽມຢາມ, ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສູນ​ຄົ້ນຄວ້າ ​ແລະ ພັດທະນາ​ກະສິກຳ ​ແຂວງ​ການ​ຈະນະ​ບູ​ລີ; ຢ້ຽມຊົມຮູບແບບການປູກຕົ້ນໜໍ່ໄມ້ຝລັ່ງ ການນຳໃຊ້ແນວພັນໃໝ່ KC417 - 3 ທີ່ມີຜົນຜະລິດສູງ, ມີຄຸນນະພາບ ແລະ ມີຄວາມຕ້ານທານຕໍ່ພະຍາດດີ, ເໝາະສົມກັບເງື່ອນໄຂນິເວດ ແລະ ດິນປູກຢູ່ແຂວງ ດັກລັກ. ຄະນະຍັງໄດ້ລົງຢ້ຽມຢາມ ແລະ ສຶກສາຮູບແບບການປຸງແຕ່ງ ແລະ ຮາກຖານການປຸງປຕ່ງຈຳນວນໜຶ່ງ; ສວນຕົວແບບໝາກຖົ່ວລຽນ; ສວນ Suphatraland - ຮູບແບບການປູກຕົ້ນໄມ້ ປະສານສົມທົບກັບການທ່ອງທ່ຽວແບບທຳມະຊາດ ແລະ ການຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ໄທ.

​ແຂວງ​ດັກ​ລັກ ມີ​ເນື້ອ​ທີ່​ປູກ​ໝາກ​ຖົ່ວລຽນ​ປະມານ 23.000 ​ເຮັກຕາ, ​ໃນ​ນັ້ນ​ເນື້ອ​ທີ່​ໄດ້​ຮັບ​ການ​ເກັບ​ກ່ຽວ​ປະມານ 50%, ຄາດ​ຄະ​ເນ​ຜົນຜະລິດ​ໃນ​ປີ 2023 ຈະ​ບັນລຸ 200.000 ກວ່າ​ໂຕນ. ຂະນະ​ດຽວ​ກັນ​ ສຳລັບ​ແຂວງ​ຈັນທະ​ບູລີ​ແລ້ວ, ​ໝາກ​ຖົ່ວລຽນ ​ເປັນ​ໝາກ​ໄມ້​ຕົ້ນຕໍ​ຂອງ​ແຂວງ​ມີ​ເນື້ອ​ທີ່ 40.000 ກວ່າ​ເຮັກຕາ ​ແລະ ຜົນຜະລິດ 550.000 ​ໂຕນ (ປະມານ 50% ​ປະລິມານຂອງ​ຜົນ​ຜະ​ລິດ​ໝາກຖົ່ວລຽນ​ຂອງ ​ໄທ).

ອານຸໄຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.