ຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

00:00 | 30/10/2023

ຍສໝ - ໃນວັນທີ 30 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ

ຊຸກຍູ້ການ​ກໍ່ສ້າງ​ຂົວ​ມິດຕະພາບ​ໄທ - ລາວ ຊຸກຍູ້ການ​ກໍ່ສ້າງ​ຂົວ​ມິດຕະພາບ​ໄທ - ລາວ
ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ -  ໄທ ໄປ ຫວຽດນາມ ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ

ໃນວັນທີ 30 ຕຸລາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະກັນ ອີກຄັ້ງ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມໝາຍໝັ້ນ ຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ ຂອງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ກ້າວສູ່ລວງເລິກ ກໍຄື ການສືບຕໍ່ຈັດຕັ້ງປະຕິບັດ ຄໍາໝາຍໝັ້ນ ແລະ ບັນດາ ຂໍ້ຕົກລົງຕ່າງໆ ທີ່ທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບຮ່ວມກັນ ເປັນຕົ້ນແມ່ນ ແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026), ຜົນຂອງກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລາວ-ໄທ (JC) ແລະ ຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ (JBC) ໃຫ້ປະກົດຜົນເປັນຮູບປະທໍາຢ່າງຕໍ່ເນື່ອງ; ສອງຝ່າຍໄດ້ ທົບທວນ ແລະ ປຶກສາຫາລື ກ່ຽວກັບການພົວພັນຮ່ວມມືດ້ານຕ່າງໆ ໃນໄລຍະຜ່ານມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ, ການເຊື່ອມຈອດ ຂົວ-ທາງ, ການສ້າງຂົວຂ້າມນໍ້າຂອງສໍາລັບລົດໄຟ, ການຮ່ວມມືດ້ານພະລັງງານ, ແຮງງານ, ດ້ານຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືເພື່ອການພັດທະນາ; ສອງຝ່າຍ ເຫັນດີຈະຊຸກຍູ້ ພາກສ່ວນທີ່ ກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ປຶກສາຫາລືກັນ ເພື່ອສົ່ງເສີມການຄ້າຂອງສອງປະເທດ ໃຫ້ມີປະລິມານເພີ່ມຫລາຍຂຶ້ນຕື່ມ ໂດຍການແກ້ໄຂ ຄວາມບໍ່ ສະດວກຕ່າງໆ ໃນການດໍາເນີນການຄ້າ ແລະ ເຮັດທຸລະກິດຕ່າງໆຮ່ວມກັນ; ຈະສົ່ງເສີມການທ່ອງທ່ຽວ ລະຫວ່າງສອງປະເທດ ໂດຍສະເພາະ ການທ່ອງທ່ຽວຊາຍແດນ ລວມທັງການນໍາໃຊ້ສະຖານີລົດໄຟ ລາວ-ໄທ (ຄໍາສະຫວາດ) ໃຫ້ມີຜົນປະໂຫຍດ ເພື່ອການສົ່ງເສີມການທ່ອງທ່ຽວ ໃນໂອກາດ ທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ໃນປີໜ້າ 2024 ນີ້. ພ້ອມທັງຈະປຶກສາຫາລືກັນຕື່ມ ເພື່ອສືບຕໍ່ການ ປັກຫລັກໝາຍຊາຍແດນ ຮ່ວມກັນ ໃຫ້ສໍາເລັດໃນອະນາຄົດ; ສືບຕໍ່ປຶກສາກັນເລື່ອງການຮ່ວມມື ໃນການຄຸ້ມຄອງໝອກຄວັນຂ້າມແດນ ເພື່ອຮັກສາສິ່ງແວດລ້ອມ ທີ່ດີຮ່ວມກັນ ແລະ ສອງປະເທດ ຈະສືບຕໍ່ສົ່ງເສີມທ່າແຮງຂອງກັນ ແລະ ກັນ ເພື່ອເປັນປະໂຫຍດແກ່ ການພັດທະນາເສດຖະກິດ ຂອງສອງປະເທດ.

ຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ແຈ້ງໃຫ້ຊາບ ກ່ຽວກັບຄວາມຄືບໜ້າຂອງການກະກຽມ ເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ກໍຄື ແຜນການຈັດກອງປະຊຸມສໍາຄັນຕ່າງໆ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນການພັດທະນາ ເສດຖະກິດ-ສັງຄົມ ກໍຄື ການເປັນປະທານອາຊຽນ ຄັ້ງຜ່ານມາ ພ້ອມທັງສະແດງຄວາມຫວັງວ່າ ຈະໄດ້ຮັບການຮ່ວມມື ແລະ ສະໜັບສະໜູນຈາກຝ່າຍໄທ ຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ຂະນະດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ປານປຣີ ພະຫິດທານຸກອນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງ ຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຈະຊຸກຍູ້ຂະແໜງ ການກ່ຽວຂ້ອງຂອງຝ່າຍໄທ ໃນການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງເຫັນດີຂອງສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ທັງຈະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນອະນາຄົດ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.