ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ

12:15 | 27/10/2023

ຍສໝ - ຫວຽດນາມ ​ແລະ ​ໄທ ຈະ​ມານະ​ພະຍາຍາມ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ບັນລຸ 25 ຕື້ USD ​ໂດຍ​ໄວ ​ໂດຍ​ຜ່ານ​ການ​ຫລຸດຮົ້ວກີດຂວາງ​​ດ້ານ​ການ​ຄ້າ ​ແລະ ​ເປີດ​ກ້ວາງ​ກ່ວາ​ອີກ.

​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD ​ໃນ 9 ​ເດືອນ​ຕົ້ນ​ປີ 2023, ການ​ສົ່ງ​ອອກ​ເກີນ​ດຸນ​​ຂອງ​ຫວຽດນາມ ບັນລຸ​ເກືອບ 22 ຕື້ USD
ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ -  ໄທ ໄປ ຫວຽດນາມ ຈະມີເສັ້ນທາງຄວາມໄວສູງ ຈາກ ລາວ - ໄທ ໄປ ຫວຽດນາມ

ທີ່​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍເເທງເຊີ່ນ ​ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ Parnpree Bahiddha - Nukara ຖື​ວ່າ: ຫວຽດນາມ ​ແມ່ນເພື່ອນ​​ທີ່​ສະໜິດສະໜົມ ​ແລະ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ໄທ ​ຢູ່ພາກພື້ນ, ຕາມແຈ້ງການຂອງກະຊວງການຕ່າງປະເທດ.

2 ຝ່າຍ​ໄດ້​ແລກປ່ຽນກ່ຽວ​ກັບ​ທິດ​ທາງຜັນຂະຫຍາຍ​ບັນດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ ​, ເປັນເອກະສັນກັນກ້າວໄປເຖິງການ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ກ່ຽວກັບດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, 2 ຝ່າຍເຫັນດີຈະສືບຕໍ່ມານະພະຍາຍາມເພື່ອນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸເປົ້າໝາຍ 25 ຕື້ USD ໂດຍໄວ, ຜ່ານການຫຼຸດບັນດາຮົ້ວກີດຂວາງດ້ານການຄ້າ, ເປີດປະຕູໃຫ້ບັນດາສິນຄ້າຂອງແຕ່ລະປະເທດຫຼາຍກວ່າອີກ.

ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ
ຕອນ​ບ່າຍ​ວັນ​ທີ 26ຕຸລາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບູຍເເທງເຊີ່ນ (ຂວາ) ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ Parnpree Bahiddha - Nukara ຢູ່​ທີ່​ເຮືອນຮັບແຂກ​ລັດຖະບານ. ພາບ: ກະຊວງການຕ່າງປະເທດ

ທ່ານລັດຖະມົນຕີ​ສອງ​ປະ​ເທດ​ສະໜັບສະໜູນ​ການ​ພັດທະນາ​ເສັ້ນທາງ​ຄົມມະນາຄົມ​ທາງບົກ, ທາງ​ນ້ຳ, ພ້ອມ​ທັງ​ເພີ່ມ​ທະວີ​ສາຍ​ການບິນ​ທີ່​ເຊື່ອມ​ຕໍ່​ຫວຽດນາມ ​ແລະ ​ໄທ.

ສອງ​ຝ່າຍ​ສະໜັບສະໜູນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ບໍ່​ອະນຸຍາດ​ໃຫ້​ບຸກຄົນ​ ຫຼື ​ອົງການ​ໃດ​ໜຶ່ງ​ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງ​ປະ​ເທດ​ໜຶ່ງ​ເພື່ອ​ຕໍ່ສູ້​ກັບອີກ​ຝ່າຍ​ໜຶ່ງ.

ທ່ານ​ລັດຖະມົນຕີ ບູຍເເທງເຊີ່ນ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ ​ໄທ ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ສ້າງ​ຕັ້ງ​ຖະໜົນ​ຫວຽດນາມ ​ແລະ ສູນ​ຄົ້ນ​ຄ້ວາ​ຫວຽດນາມ ຢູ່​ແຂວງ Udon Thani; ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ປົກ​ປັກ​ຮັກສາ ​ແລະ ​ເສີມຂະຫຍາຍ​ຄຸນຄ່າ​ຂອງ​ເຂດອານຸສອນປະທານ ​ໂຮ່ຈີ​ມິນ ​ແລະ ບັນດາ​ວັດ​ຫວຽດນາມ ຢູ່ ​ໄທ; ສະໜັບສະໜູນໂຄງການສອນພາສາໄທ ແລະ ຫວຽດນາມ ຢູ່ແຕ່ລະປະເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ, 2 ຝ່າຍ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ກົນ​ໄກ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ຢ່າງ​ໝັ້ນຄົງ. ຫວຽດນາມ ​ແລະ ​ໄທ ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນລະພາບ, ຄວາມ​ປອດ​ໄພ, ຄວາມ​ໝັ້ນຄົງ​ທາງ​ທະ​ເລ ​ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ UNCLOS 1982.

ທ່ານ Parnpree ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 25-26 ຕຸລາ​ນີ້, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​Parnpree ພາຍຫຼັງ​ທີ່ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ​ໃນ​ຕົ້ນ​ເດືອນ​ກັນຍາ ທີ່ຜ່ານມາ.

ຫວຽດນາມ - ​ໄທ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1976. ວົງ​ເງິນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ລະຫວ່າງ 2 ປະ​ເທດ​ບັນລຸ 21,6 ຕື້ USD ​ໃນ​ປີ 2022. ຫວຽດນາມ ​ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໄທ ​ຢູ່ ອາ​ຊຽນ ​ແລະ ອັນ​ດັບ 5 ​ໃນ​ໂລກ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.