ຍສໝ - ໃນຊຸມປີຜ່ານມາ, ອົງການການຄ້າຫວຽດນາມ ປະຈຳ Brazil ໄດ້ຍູ້ແຮງວຽກງານໂຄສະນາ, ສົ່ງເສີມການຄ້າ, ຊອກຫາ, ກວດກາ, ແນະນຳບັນດາຄູ່ຮ່ວມມືໃຫ້ແກ່ບັນດາວິສາຫະກິດ ກໍ່ຄືຕິດແທດກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງປະເທດນີ້ ເພື່ອແນໃສ່ແກ້ໄຂຂໍ້ຕິດຂັດຢ່າງລະອຽດ.
ຫວຽດນາມ ຍາມໃດກໍຖືການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ ເປັນສຳຄັນ; ສະເໜີສະພາແຫ່ງຊາດ ສະວິດ ສະໜັບສະໜູນສອງຝ່າຍເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນທຸກຂົງເຂດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍສະເໜີໃຫ້ສະພາແຫ່ງຊາດ ສະວິດ ສືບຕໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ.
ຍສໝ - ໂດຍສືບຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ອາທິດຜ່ານມາ, ຄະນະພະນັກງານຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ, ໂດຍສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວາການສູນກາງພັກປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຊົມ, ສຳຫຼວດກວດກາຕົວຈິງຢູ່ສູນສິ່ງຢອດຍິ່ງໝູ່ບ້ານອາຊີບ ຫວຽດ ແລະ ມະຫາວິທະຍາໄລ VinUni (ເມືອງຢາເລິມ, ນະຄອນຮ່າໂນ້ຍ).
ຍສໝ - ທີ່ເວທີປາໄສ, ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື/ບົດບັນທຶກຊ່ວຍຈຳ 7 ສະບັບ. ໃນນັ້ນມີໂຄງການສາງທ່າກ່ຳປັ່ນ LNG ເຊີນໝີ໋ ດ້ວຍມູນຄ່າ 2,8 ຕື້ USD ລະຫວ່າງ PVGas ແລະ ກຸ່ມບໍລິສັດ AES, ໂຄງການໜູນຊ່ວຍ ລາຍການພະລັງງານຫຼຸດຜ່ອນການປ່ອຍອາຍພິດ ຫວຽດນາມ II ທີ່ມີມູນຄ່າ 36 ລ້ານ USD ຂອງອົງການພັດທະນາສາກົນ ອາເມລິກາ.
ຫວ່າງແລ້ວນີ້, ສະມາຄົມວັດທະນະທຳ, ອາຫານການກິນ ຫວຽດນາມ (VCCA) ໄດ້ປະກາດ ແຜນຮ່າງ “ສ້າງ ແລະ ພັດທະນາວັດທະນະທຳ ອາຫານການກິນ ຫວຽດນາມ ໃຫ້ເປັນເຄື່ອງໝາຍການຄ້າແຫ່ງຊາດ, ໄລຍະ 2022 – 2024” ຢູ່ນະຄອນ ໂຮ່ຈີມິນ.
ໃນຕອນບ່າຍຂອງວັນທີ 18 ມິຖຸນາ 2019, ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ XIII ໄດ້ພິຈາລະນາ ແລະ ຮອງຮັບກົດໝາຍວ່າດ້ວຍອາກອນລາຍໄດ້ດ້ວຍການເຫັນດີ ຈາກສະມາຊິກສະພາແຫ່ງຊາດ ເປັນສ່ວນຫລາຍ, ໂດຍການສະເໜີຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ເພື່ອເປັນບ່ອນອີງທາງດ້ານນິຕິກຳສະເພາະໃນການຄຸ້ມຄອງ ແລະ ເກັບລາຍຮັບໃຫ້ແກ່ງົບປະມານແຫ່ງລັດ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ.
ຍສໝ - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ເປີດກວ້າງການຮ່ວມມືລະຫວ່າງ ອາເມລິກາ ແລະ ກູບາ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບອະທິປະໄຕ, ເອກະລາດ ແລະ ລະບົບການເມືອງຂອງແຕ່ລະປະເທດ.
ຍສໝ -ລາຍການມີການເຂົ້າຮ່ວມ ແລະ ປະກອບຄຳເຫັນຈາກບັນດານັກຮຽນຮູ້ ແລະ ແຂກຖືກເຊີນຄື: ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco , ອາເມລິກາ ຫງວຽນຈັກຕວານ, ທ່ານ ຫົວໜ້າກົມພົວພັນເສດຖະກິດວິທະຍາສາດ ແລະ ເຕັກໂນໂລຢີ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຟ້າມວຽດຮຸ່ງ…
ຍສໝ - ມີສະມາຊິກຄະນະຊາວໜຸ່ມ ກ່ວາ 30 ຄົນ ສັງກັດໜ່ວຍຄະນະຊ່າວໜຸ່ມປ້ອມທະຫານປ້ອງກັນຊາຍແດນ ແລະ ຕາແສງດ່ວານຮາຍ, ຕາແສງນ້ຳແລັງ ແລະ ເມື່ອງລານ ໄດ້ລົງນາຊ່ວຍຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກເກັບກ່ຽວເຂົ້າໃນຊຸມວັນທ້າຍເດືອນມິຖຸນານີ້.
ຍສໝ - ຮ່າໂນ້ຍ ຢູ່ທຽບຄຽງກັບບັນດາສະຖານທີ່ຄື Rome (ອີຕາລີ), Paris (ຝລັ່ງ) ຫຼື Barcelona (ແອັດສະປາຍ) ໃນບັນຊີລາຍຊື່ບັນດາຈຸດນັດພົບທີ່ມີພື້ນຖານອາຫານການກິນທີ່ດຶງດູດໃຈທີ່ສຸດໃນໂລກ, ໂດຍພື້ນຖານການທ່ອງທ່ຽວ Tripadvisor ຄັດເລືອກ.
ຍສໝ - ທ່ານ Wilbur Ross ລັດຖະມົນຕີກະຊວງການຄ້າ ອາເມລິກາຖືວ່າ ໄລຍະ 1 ຂອງ ຂໍ້ຕົກລົງການຄ້າລະຫວ່າງປະເທດນີ້ກັບຈີນບໍ່ຈຳເປັນຕ້ອງສຳເລັດໃນເດືອນໜ້າ.