ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ພາກ​ພື້ນ​ມະ​ຫາ​ສະ​ມຸດ​ອິນ​ເດຍ - ປາ​ຊີ​ຟິກ ສັນ​ຕິ​ພາບ ແລະ ພັດ​ທະ​ນາ

15:14 | 31/10/2020

ຍ​ສ​ໝ - ທີ່ເວທີປາໄສ, ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື/ບົດບັນທຶກຊ່ວຍຈຳ 7 ສະບັບ. ໃນນັ້ນມີໂຄງການສາງທ່າກ່ຳປັ່ນ LNG ເຊີນໝີ໋ ດ້ວຍມູນຄ່າ 2,8 ຕື້ USD ລະຫວ່າງ PVGas ແລະ ກຸ່ມບໍລິສັດ AES, ໂຄງການໜູນຊ່ວຍ ລາຍການພະລັງງານຫຼຸດຜ່ອນການປ່ອຍອາຍພິດ ຫວຽດນາມ II ທີ່ມີມູນຄ່າ 36 ລ້ານ USD ຂອງອົງການພັດທະນາສາກົນ ອາເມລິກາ.

ຫວຽດ ນາມ ສະ ໜ ບ ສະ ໜ ນ ພາກ ພ ນ ມະ ຫາ ສະ ມ ດ ອ ນ ເດຍ ປາ ຊ ຟ ກ ສ ນ ຕ ພາບ ແລະ ພ ດ ທະ ນາ ອາເມລິກາ ໜູນຊ່ວຍບັນດາແຂວງພາກກາງ ຫວຽດນາມ ຖືກຜົນສະທ້ອນຈາກໄພນ້ຳຖ້ວມ
ຫວຽດ ນາມ ສະ ໜ ບ ສະ ໜ ນ ພາກ ພ ນ ມະ ຫາ ສະ ມ ດ ອ ນ ເດຍ ປາ ຊ ຟ ກ ສ ນ ຕ ພາບ ແລະ ພ ດ ທະ ນາ ນຳ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ເຂົ້າ​ສູ່​ລວງ​ເລິກ
ຫວຽດ ນາມ ສະ ໜ ບ ສະ ໜ ນ ພາກ ພ ນ ມະ ຫາ ສະ ມ ດ ອ ນ ເດຍ ປາ ຊ ຟ ກ ສ ນ ຕ ພາບ ແລະ ພ ດ ທະ ນາ
ພາບ​ປະ​ກອບ: VGP

ທີ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ມະ​ຫາ​ສະ​ມຸດ​ອິນ​ເດ​ຍ - ປາ​ຊີ​ຟິກ​ຄັ້ງ​ທີ 8 ເຊິ່ງ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ບັນດາຜູ້ແທນ ຫວຽດນາມ - ອາເມລິກາ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ "ມີຂໍ້ຕົກລົງຫຼາຍສະບັບຈະໄດ້ລົງນາມຢູ່ເວທີປາໄສວິສາຫະກິດ ມະ​ຫາ​ສະ​ມຸດອິນເດຍ - ປາຊີຟິກ 2020" ເວທີປາໄສ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ອົງການລັດຖະບານ ແລະ ສະຫະສະມາຄົມ ວິສາຫະກິດ ອາເມລິກາ ຈັດຕັ້ງ. ທີ່ເວທີປາໄສ, ການນຳບັນດາລັດຖະບານ ແລະ ວິສາຫະກິດ ຂອງ ອາເມລິກາ, ຫວຽດນາມ ແລະ ບັນດາປະເທດ ໃນພາກພື້ນໄດ້ປຶກສາຫາລືບັນດາບັນຫາຈາກ: ພະລັງງານ, ພື້ນຖານໂຄງລ່າງ, ເສດຖະກິດດີຈີຕອນ ຕະຫຼອດຮອດການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ ໂຄວິດ - 19 ພ້ອມກັບບັນດາກາລະໂອກາດໃນການຮ່ວມມືທາງການຄ້າລະຫວ່າງ ອາເມລິກາ ແລະ ພາກພື້ນ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມໃຫ້ຮູ້ວ່າ: ມີ 3 ເສົາຄ້ຳຫຼັກໃນຍຸດທະສາດພັດທະນາຂອງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ, ລວມມີ: ເສດຖະກິດ, ຄວາມໝັ້ນຄົງ ແລະ ການຄຸ້ມຄອງ. ໃນນັ້ນ ປະຊາຄົມວິສາຫະກິດໃນພາກພື້ນ ພວມສວມບົດບາດສຳຄັນທີ່ສຸດໃນເສົາຄ້ຳທາງດ້ານເສດຖະກິດ.

ທີ່ເວທີປາໄສ, ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື/ບົດບັນທຶກຊ່ວຍຈຳ 7 ສະ ບັບ. ໃນນັ້ນມີໂຄງການສາງທ່າກ່ຳປັ່ນ ທາດແຫຼວ ເຊີນໝີ໋ ດ້ວຍມູນຄ່າ 2,8 ຕື້ USD ລະຫວ່າງ PVGas ແລະ ກຸ່ມບໍລິສັດ AES, ໂຄງການໜູນຊ່ວຍ ລາຍການພະລັງງານຫຼຸດຜ່ອນການປ່ອຍອາຍພິດ ຫວຽດນາມ II ທີ່ມີມູນຄ່າ 36 ລ້ານ USD ຂອງອົງການພັດທະນາສາກົນ ອາເມລິກາ.

ສ່ວນທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ 2020 ແລະ ຖືວ່າ ຫວຽດນາມ ພວມມານະພະຍາຍາມພ້ອມກັບບັນດາປະເທດ ສະມາຊິກເພື່ອ ນຳອາຊຽນຜ່ານຜ່າໂລກລະບາດ Covid – 19 ໄປເທື່ອລະກ້າວ. ທ່ານ Mike Pompeo ກໍ່ເນັ້ນ ໜັກເຖິງຄວາມສຳຄັນຂອງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ທີ່ມີຕໍ່ຜົນປະໂຫຍດດ້ານເສດຖະກິດຂອງອາເມລິກາ, ພ້ອມທັງຢັ້ງຢືນບັນດາຄຳໝັ້ນສັນຍາຂອງ ອາເມລິກາມທີ່ມີຕໍ່ພາກພື້ນໃນໄລຍະຈະມາເຖິງວ່າຈະບໍ່ມີການປ່ຽນແປງ.

ຫວຽດ ນາມ ສະ ໜ ບ ສະ ໜ ນ ພາກ ພ ນ ມະ ຫາ ສະ ມ ດ ອ ນ ເດຍ ປາ ຊ ຟ ກ ສ ນ ຕ ພາບ ແລະ ພ ດ ທະ ນາ ນຳ​ການ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ເຂົ້າ​ສູ່​ລວງ​ເລິກ

ຍ​ສໝ - ທ່ານເອກອັກຄະລັດຖະທູດ Daniel Kritenbrink ຢືນຢັນວ່າໃນຖານະ ຕຳແໜ່ງຂອງ​ຕົນ, ທ່ານຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການຂອງສະຫະລັດອາເມລິກາແລະກະຊວງ ຕຳ ຫຼວດຫວຽດນາມ.

ຫວຽດ ນາມ ສະ ໜ ບ ສະ ໜ ນ ພາກ ພ ນ ມະ ຫາ ສະ ມ ດ ອ ນ ເດຍ ປາ ຊ ຟ ກ ສ ນ ຕ ພາບ ແລະ ພ ດ ທະ ນາ ກອງ​ປະ​ຊຸມດ້ານການເມືອງ - ຄວາມໝັ້ນຄົງ - ການປ້ອງກັນຫວຽດນາມ - ອາ​ເມ​ລິກ​າ ຄັ້ງທີ 11

ຍ​ສ​ໝ - ກອງປະຊຸມຄັ້ງນີ້ໄດ້ເພີ່ມທະວີສາຍພົວພັນສອງຝ່າຍທີ່ນັບມື້ປັບ​ປຸງລະຫວ່າງ ອາເມລິກາ ແລະ ຫວຽດນາມ, ແລະສະແດງໃຫ້ເຫັນເຖິງຄວາມໝັ້ນໝາຍຮ່ວມກັນຂອງສອງປະເທດໃນພາກພື້ນ​ມະ​ຫາ​ສະ​ມຸດອິນເດຍ - ປາຊີຟິກທີ່ເສລີແລະ​ເປີດ​ກ້​ວາງ.

ຫວຽດ ນາມ ສະ ໜ ບ ສະ ໜ ນ ພາກ ພ ນ ມະ ຫາ ສະ ມ ດ ອ ນ ເດຍ ປາ ຊ ຟ ກ ສ ນ ຕ ພາບ ແລະ ພ ດ ທະ ນາ ຍົກ​ສູງວົງ​ເງິນ​ການ​ຄ​້າ​​ນຳ​ເຂົ້​າ​ສົ່ງ​ອອກ​​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ - ອາ​ເມ​ລິ​ກາ

ຍ​ສ​ໝ - ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ການ​ຄ​້າ​ແຖວ​ໜ້າ​ຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນ​ການ​ຄ້າ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ ມີ​ການ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ບັນ​ລຸ​ໄດ້ເກືອບ 30%. 7 ເດືອນ​ທີ່​ຜ່ານ​ມາ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ກ່​ວາ 47 ຕື້ USD.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.