ກອງ​ປະ​ຊຸມ​ຄົບ​ຄະ​ນະເວ​ທີ​ປາ​ໄສ​ຂັ້ນ​ສູງ​ກ່ຽວ​ກັບ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ອາ​ຊຽນ 2020

11:30 | 23/10/2020

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ວ່າ ຂະ​ແໜງ​ກໍ່​ສ້າງ, ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ສ້າງ​ບັນ​ດາ​ນະ​ຄອນ​ອັດ​ສະ​ລິ​ຍະ​ຢ່າງ​ປະ​ຢັ​ດ, ມີ​ປະ​ສິດ​ທິຜົນ, ຮັບ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ.

ກອງ ປະ ຊ ມ ຄ ບ ຄະ ນະເວ ທ ປາ ໄສ ຂ ນ ສ ງ ກ ຽວ ກ ບ ຕ ວ ເມ ອງ ອ ດ ສະ ລ ຍະ ອາ ຊຽນ 2020 ສະ​ວິດ​ ຕີ​ລາ​ຄາ​ສູງ ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ
ກອງ ປະ ຊ ມ ຄ ບ ຄະ ນະເວ ທ ປາ ໄສ ຂ ນ ສ ງ ກ ຽວ ກ ບ ຕ ວ ເມ ອງ ອ ດ ສະ ລ ຍະ ອາ ຊຽນ 2020 ຫວຽດ​ນາ​ມ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 37
ກອງ ປະ ຊ ມ ຄ ບ ຄະ ນະເວ ທ ປາ ໄສ ຂ ນ ສ ງ ກ ຽວ ກ ບ ຕ ວ ເມ ອງ ອ ດ ສະ ລ ຍະ ອາ ຊຽນ 2020
ກອງ​ປະ​ຊຸມ​ຄົບ​ຄະ​ນະເວ​ທີ​ປາ​ໄສ​ຂັ້ນ​ສູງ​ກ່ຽວ​ກັບ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ອາ​ຊຽນ 2020

ຕອນ​ບ່າຍ​ວັນ​ທີ 22 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄົບ​ຄະ​ນະເວ​ທີ​ປາ​ໄສ​ຂັ້ນ​ສູງ​ກ່ຽວ​ກັບ​ຕົວ​ເມືອງ​ອັດ​ສະ​ລິ​ຍະ ອາ​ຊຽນ 2020. ເຫດ​ການ​ໂດຍຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ແລະ ກະ​ຊວງ​ກໍ​່​ສ້າງ​ ຫວຽດ​ນາມ ສົມ​ທົບ​ກັບ​ບາງ​ກະ​ຊວງ, ຂະ​ແໜງ​ການ​ຈັດ​ຕັ້ງ​ຂຶ​້ນ.

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ໃນ​ຖາ​ນະ​ຕຳ​ແໜ່ງ​ ຫວຽດ​ນາມເປັນ​ປະ​ທານ​ອາ​ຊຽນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວັງ​ວ່າ ບັນ​ດາ​ສະ​ມ​າ​ຊິກ ອາ​ຊຽນ ຈະ​ຍົກ​ສູງ​ຈິດ​ໃຈ​ສາ​ມັກ​ຄີ, ​ຕັດ​ສິນໃຈ, ຮ່ວມ​ແຮງ​ຮ່ວມ​ໃຈ​ປະ​ຕິ​ບັດ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ​ປີ ອາ​ຊຽນ 2020 ໃຫ້​ເປັນ​ຢ່າງ​ດີ, ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ການ​ພັດ​ທະ​ນາ ເຄືອ​ຂ່າຍ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ອາ​ຊຽນ​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ. ດ້ວຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ​ຂອງ​ເຄືອ​ຂ​່າຍ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ອາ​ຊຽນ, ຫວຽດ​ນາມ​ມີຫຼາຍ​ນະ​ໂຍ​ບາຍ ແລະ ​ມາ​ນະ​ພະ​ຍາ​ຍາມ​ພັດ​ທະ​ນາ ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຖື​ການ​ກໍ່​ສ້າງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ​ເປັນ​ໜຶ່ງ​ໃນ 3 ເນື້ອ​ໃນຫຼັກ​ແຫຼ່ງ​ໃນ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​​ແຫ່ງ​ຊາດ ຂອງ​ການ​ປະ​ຕິ​ວ​ັດ​ອຸ​ດ​ສາ​ຫະ​ກຳ​ຄັ້ງ​ທີ 4.

ທ່ານ ຫງວຽນ​ຊວັນ​ຟຸກ​ກ່າວ​ວ່າ: ຫ​ວຽດ​ນາມ​ກຳ​ນົດ​ວ່າການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຍືນ​ຍົງ​ແມ່ນ​ທິດ​ເດີນ​ທີ່​ມີ​ລັກ​ສະ​ນະບຸກ​ທະ​ລຸ​ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ລັກ​ສະ​ນະ​ແກ້ງ​ແຍ້ງ​ແຫ່ງ​ຊາດ. ເພື່ອ​ບັ​ນ​ລຸ​ໄດ້​ສິ່ງ​ດັ່ງ​ກ່າວນີ້, ການ​ພັດ​ທະ​ນາ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ກ່ອນ​ອື່ນ​ໝົດ​ຕ້ອງ​ຕິດ​ພັນ​ຢ່າງ​ແໜ້​ນ​ແຟ້ນ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ຂໍ້​ມູນ​ຂ່າວ​ສານ​ທີ່​ແຂ​ງ​ແກ່ນ, ສ້າງ​ອຳ​ນ​າດ​ການ​ປົກ​ຄອງ​ເອ​ເລັກ​ໂຕ​ນິກ, ກ້າວ​ໄປ​ເຖິງ​ອຳ​ນາດ​ການ​ປົກ​ຄອງ​ດີ​ຈີ​ຕອນ​ໃນ​ການ​ປະ​ຕິ​ວັດ​ອຸ​ດ​ສາ​ຫະ​ກຳ 4.0 ແລະ ວິ​ວັດ​ການ​ພັດ​ທະ​ນາ​ຕົວ​ເມືອງ ຫວຽດ​ນາມ. ເຂົ້າ​ຜັດ​ຕົວ​ເມ​ືອງ​ອັດ​ສະ​ລິ​ຍະ​ຕາມ​ທິດ​ທີ່​ມີ​ປະ​ສິດ​ທິ​ຜົນ, ສືບ​ທອດ ແລະ ເສີມ​ຂະ​ຫຍາຍ​ບົດ​ຮຽນ​ປະ​ສົບ​ການ​ຂອງ ການ​ປ່ຽນ​ແປງ​ໃໝ່​ມາ​ເປັນ​ເວ​ລາ 35 ປີ, ພ້ອມ​ທັງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມຸ​ນ​ຄ່າ​ເພີ່ມ​ໂດຍ​ເຕັກ​ໂນ​ໂລ​ຢີ, ເຕັກ​ນິກ​ໃໝ່​ນຳ​ມາ​ໃຫ້, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ກຸ່ມ​ອາ​ຊຽນ ແລະ ຂ​ອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ.

ສຳ​ລັບ​ບັນ​ດາ​ຕົວ​ເມືອງ​ຂອງ​ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ວ່າ ຂະ​ແໜງ​ກໍ່​ສ້າງ, ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ສ້າງ​ບັນ​ດາ​ນະ​ຄອນ​ອັດ​ສະ​ລິ​ຍະ​ຢ່າງ​ປະ​ຢັ​ດ, ມີ​ປະ​ສິດ​ທິຜົນ, ຮັບ​ໃຊ້​ໃຫ້​ແກ່​ປະ​ຊາ​ຊົນ. ຢູ່ນອກ​ເວ​ທີ​ປາ​ໄສ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸ​ກ ໄດ້​ໄປ​ຢ້ຽມ​ຊົມ​ ງານ​ວາງ​ສະ​ແດງ​ຮູບ​ແບບ, ເຕັກ​ໂນ​ໂລ​ຢີ​ດີ​ເດັ່ນ​ໃຫ້​ແກ່​ຕົວ​ເມືອງ ອັດ​ສະ​ລິ​ຍະ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ແລະ ວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ກອງ ປະ ຊ ມ ຄ ບ ຄະ ນະເວ ທ ປາ ໄສ ຂ ນ ສ ງ ກ ຽວ ກ ບ ຕ ວ ເມ ອງ ອ ດ ສະ ລ ຍະ ອາ ຊຽນ 2020 ສະ​ວິດ​ ຕີ​ລາ​ຄາ​ສູງ ບົດ​ບາດ​ເປັນ​ປະ​ທານ ອາ​ຊຽນ ຂອງ ຫວຽດ​ນາມ

ຍ​ສ​ໝ - ສະວິດຢັ້ງຢືນວ່າ ຈະສະໜັບສະໜູນການຮ່ວມມືຫຼາຍຝ່າຍ, ໃຫ້ຄຳໝັ້ນສັນຍາຖືການພົວພັນກັບ ອາຊຽນ ເປັນສຳຄັນ, ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ຢູ່ພາກພື້ນ, ພ້ອມທັງປາດຖະໜາຢາກສ້າງການພົວພັນຮ່ວມມືຢ່າງແໜ້ນແຟ້ນ ກັບ ອາຊຽນ

ກອງ ປະ ຊ ມ ຄ ບ ຄະ ນະເວ ທ ປາ ໄສ ຂ ນ ສ ງ ກ ຽວ ກ ບ ຕ ວ ເມ ອງ ອ ດ ສະ ລ ຍະ ອາ ຊຽນ 2020 ກອງ​ປະ​ຊຸມ ​​ການ​ນຳບັນ​ດາ​ສະ​ພາກາ​ແດງ ແລະ ຊ​ິກວົງ​ເດືອນແດງ ອາ​ຊຽນ​ຄັ້ງ​ທີ 17

ວັນທີ 14 ຕຸລາ, ກອງປະຊຸມການນຳສະພາກາແດງ ແລະ ຊິກວົງເດືອນແດງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 17 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 14 – 15 ຕຸລາ.

ກອງ ປະ ຊ ມ ຄ ບ ຄະ ນະເວ ທ ປາ ໄສ ຂ ນ ສ ງ ກ ຽວ ກ ບ ຕ ວ ເມ ອງ ອ ດ ສະ ລ ຍະ ອາ ຊຽນ 2020 ອາ​ຊຽນ ແລະ ສ.ເກົາຫຼີ ຊຸກ​ຍູ້​ການ​ຮ່ວ​ມມື, ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື ແບບ​ຍືນ​ຍົງ​ຍາວ​ນານ

ຍ​ສ​ໝ - ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ​ອີກ​ລະ​ຫວ່າງ ອາ​ຊຽ​ນ ແລະ ສ.ເກົາຫຼີ ຈະ​ປະ​ກອບ​ສ່ວນ​ເຂົ້າ​ການ​ຊຸກ​ຍູ້​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ ກໍ່​ຄື​ເພີ່ມ​ທະ​ວີ​ຖາ​ນະ​ຕຳ​ແໜ່ງ​ຂອງ​ທັງ​ສອງ​ຝ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.